ທ່ານ ປະທານປະເທດ ຢ້ຽມຢາມໂຮງງານແປ້ງມັນຕົ້ນ ແລະ ປຸຍຊີວະພາບ ເມືອງ ປາກລາຍ

ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງປາກລາຍ, ແຂວງ ໄຊຍະບູລີ ໃນວັນທີ 3 ສິງຫາ 2022 ນີ້, ໄດ້ເຂົ້າຢ້ຽມຢາມໂຮງງານຜະລິດ ແປ້ງມັນຕົ້ນ ຂອງບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ເຊິ່ງໂຮງງານແຫ່ງນີ້ປະກອບມີເຄື່ອງຈັກ

ອ່ານເພີ່ມ...

ປັດຈຸບັນ​ ລາວ​ ມີຄວາມຫຍຸ້ງຍາກ 4 ບັນຫາ

ໃນວັນທີ 2 ສິງຫາ ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບ ທິດທາງ ແລະ ວິທີການປຸກລະດົມຂົນຂວາຍ ປະຊາຊົນ ຊັ້ນຄົນຕ່າງໆ ເພື່ອຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ຄ່າຄອງຊີບສູງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາສະພາທິດສະດີສູນກາງ,

ອ່ານເພີ່ມ...

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55

ກອງປະຊຸມລັດຖະມົນຕີຕ່າງປະເທດ​ ອາຊຽນ ຄັ້ງທີ 55 ພາຍໃຕ້ຄໍາຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ສິງຫາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ,

ອ່ານເພີ່ມ...

ບໍລິສັດທາງລົດໄຟ​ ລາວ-ຈີນ ເລັ່ງປັບປຸງແກ້ໄຂໃຫ້ການຊື້-ຂາຍປີ ມີຄວາມສະດວກຂຶ້ນກວ່າເກົ່າ

ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ມີນັກທ່ອງທ່ຽວລຽນແຖວຊື້ປີ້ລົດໄຟ ເປັນຈຳນວນຫລາຍ ຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບໍ່ມີຫ້ອງນ້ຳຢູ່ນອກອາຄານ ສະຖານີ, ມີກຸ່ມຄົນ, ບຸກຄົນສວຍໂອກາດ ຊື້-ຂາຍປີ້ ເກັງກຳໄລ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ

ອ່ານເພີ່ມ...

ຫຼວງພະບາງ ເລັ່ງແກ້ໄຂຫາງສຽງສັງຄົມການຂາຍເຂົ້າໃສ່ບາດ

ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວຢູ່ ນະຄອນ-ຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນ-ຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຮັດກຸມ ຊຶ່ງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນຮັບຜິດຊອບຢ່າງລະອຽດ ເພື່ອຮັບປະກັນບໍ່ໃຫ້ເກີດຫາງສຽງທີ່ບໍ່ດີຕາມມາ ທັງສ້າງແຮງຈູງໃຈໃຫ້ກັບນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂຶ້ນ. ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນ-ຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ສືບທອດກັນມາຫຼາຍເຊັ່ນຄົນ. ກິດຈະກຳການໃສ່ບາດຍາມເຊົ້າໄດ້ກາຍເປັນສິ່ງດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ເຂົ້າຮ່ວມກິດຈະກຳການໃສ່ບາດຫຼາຍຂຶ້ນ, ໃນໄລຍະລັດຖະບານເປີດປະເທດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ

ອ່ານເພີ່ມ...

ນັກກິລາ ປັດຈາສີລັດ ຄວ້າຫລຽນຄຳ ທຳອິດ ໃຫ້ກັບທັບ ນັກກິລາມະຫາວິທະຍາໄລ ລາວ

ແຟ້ງ ວົງພັກດີ ແລະ ວັນໄຊ ບຸນນະວົງ ນັກກິລາປັດຈາສີລັດຄວ້າ ຫລຽນຄຳ ທຳອິດ ໃຫ້ກັບທັບນັກກິລາມະຫາວິທະຍາໄລ ລາວ ໃນການແຂ່ງຂັນກິລາມະຫາວິທະຍາໄລ ອາຊຽນ ຄັ້ງທີ 20 ໃນປະເພດຟ້ອນຄູ່ຊາຍ ໄດ້ຄະແນນລວມທັງຫມົດ 569 ຄະແນນ. ໃນຂະນະທີ່ຫຼຽນເງິນຕົກເປັນຂອງນັກກີລາຈາກປະເທດ ມາເລເຊຍ ຄະແນນ 563 ແລະ ຫຼຽນທອງ

ອ່ານເພີ່ມ...

ໂທດຂອງຢາເສບຕິດ ອອກລິດແລ້ວອາລະວາດ ຈູດເຮືອນຕົນເອງ

ທ້າວ ລາວຈື ອາຍຸ 28 ປິ ຫວ່າງງານ ຢູ່ບ້ານ ໄຜ່ລ້ອມ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມໂຄກສີວິໄລ ຈັບຕົວ ວັນທີ 27 ກໍລະ ກົດ 2022, ຍ້ອນຜູ້ກ່ຽວເມົາຢາບ້າຫຼາຍ ແລ້ວກໍ່ເຫດອາລະວາດຈູດເຮືອນຕົນເອງ. ເຈົ້າໜ້າທີ່

ອ່ານເພີ່ມ...

ກະຕໍ້ຄູ່ຍິງ ລາວ ຄວ້າແຊ້ມໂລກມາຄອງ

ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ, ນະຄອນຫລວງບາງກອກ, ປະເທດໄທ ໃນວັນທີ 24-31 ກໍລະກົດ 2022. ປະເພດຄູ່ຍິງ ຮອບຊິງຊະນະເລີດ ຄູ່ຍິງຈາກ ລາວ ເຮົາ ຜົນງານຍັງເດັ່ນຕ່ໍເນື່ອງ ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-18, 21-19

ອ່ານເພີ່ມ...

ສະຫວັນນະເຂດ ຫ້າມຈຳໜ່າຍ ພືດກະທ່ອມ ປະເພດໃບສົດ, ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ປຸງແຕ່ງຈາກພືດໃບກະທ່ອມ

ສະຫວັນນະເຂດ ອອກແຈ້ງການ ຫ້າມຈຳໜ່າຍ ພືດກະທ່ອມ ປະເພດໃບສົດ, ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ປຸງແຕ່ງຈາກພືດໃບກະທ່ອມ ຍ້ອນບໍ່ສອດຄ່ອງກັບ ກົດໝາຍທີ່ໄດ້ກໍານົດອອກ, ເນື່ອງຈາກວ່າພືດດັ່ງກ່າວ ເປັນພືດທີ່ຜິດກົດໝາຍຂອງ ສປປ ລາວ ເກືອດຫ້າມບໍ່ອະນຸຍາດໃຫ້ ປຸກປຸງແຕ່ງ, ຜະລິດຊື້-ຂາຍ, ຈຳໜ່າຍ, ຄອບຄອງເກັບຮັກສາ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ ແລະ ສົ່ງຜ່ານ

ອ່ານເພີ່ມ...

ແຮງງານ ລາວ ທີ່ກັບຈາກຕ່າງປະເທດ ກວ່າ 7,000 ຄົນໄດ້ຮັບການສະໜັບສະໜູນເຂົ້າເຖິງການເຮັດວຽກ

ເພື່ອໂຕ້ຕອບຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ-19, ອົງການສະຫະປະຊາຊາດ ກອງທຶນ ສໍາລັບປະຊາກອນ (UNFPA), UN-HABITAT ແລະ ອົງການສາກົນ ເພື່ອການອົບພະຍົບ (IOM) ໄດ້ຈັດຕັ້ງປະຕິບັດໂຄງການປົກປ້ອງ ແລະ ໃຫ້ບໍລິການສຳລັບຜູ້ຕັ້ງພູມລຳເນົາໃໝ່, ຜູ້ອົບພະຍົບ ແລະ ໄວໜຸ່ມ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ເພື່ອຕອບໂຕ້ພະຍາດ ໂຄວິດ-19 ໃນ ສປປ

ອ່ານເພີ່ມ...
error: Content is protected !!