ພິທີມອບ-ຮັບພາຫະນະທີ່ນຳໃຊ້ພະລັງງານໄຟຟ້າ ແລະ ເປີດປ້າຍໂຄງການເຂດສາທິດການປ່ອຍອາຍກາກບອນຕໍ່າ ພາຍໃຕ້ການຊ່ວຍເຫຼືອຂອງໂຄງການຮ່ວມມືໃຕ້ – ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດ ສປ ຈີນ ລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາລ ກັບ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ສປ ຈີນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫຼວງ
ບ້ານເມືອງ
ຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ V ສຳເລັດ 32%
ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ສະເພາະເບື້ອງລາວໄດ້ແບ່ງອອກເປັນສອງສັນຍາຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ຊຶ່ງມີມູນຄ່າລວມທັງໝົດ 1,152,377,622.70 ບາດ (ສະກຸນເງິນໄທ), ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ: ຕາມແຜນການລວມຮອດທ້າຍເດືອນມີນາ 2022
ເປີດຕະຫລາດ ວັນວານ ຢູ່ໃຈກາງ ນະຄອນຫລວງ ວຽງຈັນ
ໂຄງການ ຕະຫລາດ ວັນວານ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ຢູ່ບ້ານຫາຍໂສກ, ເມືອງ ຈັນທະບູລີ,ນະຄອນຫລວງ ວຽງຈັນ. ໃນວັນທີ 2 ພຶດສະພາ 2022 ໂດຍມີທ່ານ ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ຈັນທະບູລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ເຊິ່ງຕະຫລາດດັ່ງກ່າວ ເປີດທຸກໆມື້ເລີ່ມແຕ່ເວລາ 10:00-23:00
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 4 ພຶດສະພາ 2022
4 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 263 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 259 ຄົນ ແລະ ຕິດເຊື້ອ ນຳເຂົ້າ 4 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນຫຼວງວຽງຈັນ 174 0 ວຽງຈັນ 15
ຫວຽດນາມ ເປີດຂົວພື້ນແກ້ວຍາວທີ່ສຸດໃນໂລກ
ອີງຕາມຂ່າວຈາກ ຫວຽດນາມ ວັນທີ 3 ພຶດສະພານີ້ , ຫວຽດນາມ ປະກາດແຫລ່ງທ່ອງທ່ຽວ ທ້າທາຍຄວາມສູງແຫ່ງໃໝ່ ເປັນຂົວພື້ນແກ້ວ ຢູ່ເຂດປ່າດົງດິບຊື່ວ່າ: ຂົວບັ໋ກລອງແປວ່າ “ມັງກອນຂາວ”, ຕັ້ງຢູ່ເມືອງ ໝົກໂຈວ ແຂວງເຊີນລາ ທາງຕາເວັນຕົກ ສ່ຽງເໜືອ ຂອງປະເທດສ້າງຂຶ້ນ ມີລັກສະນະຄົດຄ້ຽວ ອ້ອມຮອບໜ້າຜາ ຢ່າງຂ້າມລະຫວ່າງຍອດພູ 2 ໜ່ວຍ
ຮ່ວມໃຫ້ກໍາລັງໃຈນັ ກກິລາບານເຕະຍິງ-ຊາຍທີມຊາດ ລາວ ຈະເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ XXXI ທີ່ ຫວຽດນາມ
ນັກກິລາບານເຕະຊາຍທີມຊາດ ລາວ ຈະອອກເດີນທາງ ໃນວັນທີ 4 ພຶດສະພາ, ສ່ວນທີມ ຍິງ ຈະອອກເດີນທາງໃນວັນທີ 6 ພຶດສະພາ ນີ້ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາ ຊີເກມ ຄັ້ງທີ XXXI ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງ 12-23 ພຶດສະພາ 2022. ກ່ອນອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນຄັ້ງນີ້,
ປະທານສະພາແຫ່ງຊາດ ເນັ້ນໃຫ້ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ພ້ອມຮັກສາສິ່ງແວດລ້ອມທໍາມະຊາດ
ໃນວັນທີ 3 ພຶດສະພາ 2022, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງ ອັດຕະປື ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ຈໍາກັດ
ຫວຽດນາມ ປົດລ໋ອກ! ແຈ້ງຢຸດການກວດກາ ໂຄວິດຢູ່ດ່ານກ່ອນເຂົ້າປະເທດ
ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອອກແຈ້ງການ ການຢຸດຕິການກວດກາ ໂຄວິດ-19 ຢູ່ດ່ານກ່ອນເຂົ້າປະເທດ ຢູ່ທຸກດ່ານຊາຍແດນຂອງປະເທດຫວຽດນາມ ສໍາລັບຄົນເຂົ້າປະເທດ ເລີ່ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27 ພຶດສະພາ 2022. ອີງຕາມແຈ້ງການ ກະຊວງສາທາລະນະສຸກຫວຽດນາມ ກ່ຽວກັບການຢຸດຕິການກວດກາ ໂຄວິດ ຢູ່ດ່ານກ່ອນເຂົ້າປະເທດ, ເລກທີ 2118/BYT-DP,
ໂຄງການກໍ່ສ້າງ ສະໜາມບິນສາກົນ ບໍ່ແກ້ວ ຄືບໜ້າ 75% ຄາດເປີດໃຫ້ບໍລິການທ້າຍປີນີ້
ປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ມີຄືບໜ້າໄດ້ 75% ແລ້ວ ໂດຍໄດ້ສຳເລັດ 3 ໜ້າວຽກຫລັກ ຄື: ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron; ພາຍຫລັງສຳເລັດການກໍ່ສ້າງຕ່າງໆແລ້ວ ຕາມແຜນຄາດວ່າຈະເປີດໃຫ້ບໍການການບິນພາຍໃນກ່ອນ ໃນເດືອນພະຈິກ 2022
ສ້າງຄວາມເຂັ້ມແຂງ ການດໍາເນີນຄະດີ ອາຊະຍາກໍາ ສັດປ່າ ຢູ່ ລາວ
ໃນລະຫວ່າງວັນທີ 26-28 ເມສາ 2022 ມານີ້ ທີ່ ໂຮງແຮມແມິດຕະພາບ, ແຂວງ ອຸດົມໄຊ ໄດ້ມີກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກງານອົງການໄອຍະການປະຊາຊົນ ໃນການຮ່ວມມື ແລະ ການດໍາເນີນຄະດີອາຊະຍາກຳສັດປ່າ ໃນ ລາວ ໂດຍຮັບການສະໜັບສະໜູນ ແລະ ຕອບສະໜອງງົບປະມານ ຂອງໂຄງການອົງການອະນຸລັກສັດປ່າ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສາຍສະໄໝ ອາລຸນທອງ










