DP World ຊື້ກິດຈະການ Savan Logistics ຜູ້ໃຫ້ບໍລິການທ່າບົກໃນແຂວງສະຫວັນນະເຂດ

Savan Logistics ດຳເນີນກິດຈະການທ່າເຮືອບົກພາຍໃນແຂວງສະຫວັນນະເຂດມາຕັ້ງແຕ່ປີ 2016

ການເຂົ້າຊື້ກິດຈະການໃນຄັ້ງນີ້ ເຮັດໃຫ້ DP World ຈະໄດ້ບໍລິຫານພື້ນທີ່ກວ່າ 140,456 ຕາແມັດ ເຊິ່ງລວມເຖິງຄັງສິນຄ້າ ໃນໂຊນ C ຂອງເສດຖະກິດພິເສດສະຫວັນນະເຂດ (SEZ) ເຊິ່ງເປັນເຂດເສດຖະກິດພິເສດແຫ່ງທຳອິດຂອງປະເທດລາວ

ທ່າເຮືອແຫ້ງ ໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໂຊນ (SEZ) ປະເທດລາວ

     ນະຄອນຫຼວງວຽງຈັນ, ປະເທດລາວ, ວັນທີ 6 ພຶດສະພາ 2024: DP World ໄດ້ຮັບສິດໃນການດຳເນີນກິດຈະການໃນແຂວງສະຫວັນນະເຂດໃນເຂດເສດຖະກິດພິເສດ

ສະຫວັນນະເຂດ (SEZ) ໃນ ສປປ.ລາວ ເຊິ່ງເປັນເຂດເສດຖະກິດພິເສດສະຫວັນນະເຂດແຫ່ງທຳອິດຂອງປະເທດລາວ. ໂດຍການເຂົ້າຊື້ກິດຈະການຂອງ Savan Logistics ເຊິ່ງເປັນຜູ້ດຳເນີນກິດຈະການທ່າເຮືອບົກພາຍໃນປະເທດມາຕັ້ງແຕ່ປີ 2016.

ທ່າເຮືອບົກຂະໜາດ 140,456 ຕາແມັດນີ້ຕັ້ງຢູ່ທາງຝັ່ງຕາເວັນຕົກຂອງລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຄວາມຍາວ 1,450 ກິໂລແມັດ ເຊິ່ງເຊື່ອມຕໍ່ປະເທດລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. ພື້ນທີ່ແຫ່ງນີ້ຖືກໃຊ້ປະໂຫຍດໂດຍເຈົ້າຂອງສິນຄ້າ ແລະ ບໍລິສັດໂລຈິສຕິກທີ່ສຳຄັນໃນລະດັບພາກພື້ນ ເພື່ອເຊື່ອມໂຍງຫ່ວງໂຊ້ອຸບປະທານຕ່າງໆຕະຫຼອດແນວລະບຽງເສດຖະກິດ. ນອກຈາກນີ້, ຍັງມີຄັງສິນຄ້າຂະໜາດປະມານ 23,000 ຕາແມັດ ເຊິ່ງລວມເຖິງພື້ນທີ່ປອດອາກອນຂະໜາດ 11,000 ຕາແມັດນຳອີກ.

DP World ບໍ່ໄດ້ພຽງແຕ່ໃຫ້ບໍລິການທ່າບົກ ແລະ ຄັງສິນຄ້າເທົ່ານັ້ນ ແຕ່ຍັງດູແລການຂົນສົ່ງຂ້າມພົມແດນ, ການຂົນສົ່ງສິນຄ້າ ແລະ ໂຊລູຊັ່ນໂລຈິສຕິກແບບຄົບວົງຈອນນຳອີກ.

Glen Hilton ໃນຖານະ CEO & Managing Director, Asia Pacific, DP World ໄດ້ກ່າວວ່າ: “ນີ້ເປັນກ້າວສຳຄັນຂອງພວກເຮົາໃນການຍົກລະດັບຄວາມເຊື່ອມໂຍງຂອງພາກພື້ນນີ້ ພື້ນທີ່ທ່າບົກແຫ່ງນີ້ຕັ້ງຢູ່ໃນທຳເລເຊີງກົນລະຍຸດໃກ້ກັບທ່າເຮືອ ປາຍທາງ ແລະ ສິ່ງອຳນວຍຄວາມສະດວກເທິງຝັ່ງທີ່ມີຢູ່ຂອງພວເຮົາຕາມແນວລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກໃນປະເທດໄທ ແລະ ຫວຽດນາມ ພວກເຮົາຈະນຳຄວາມຊ່ຽວຊານ ແລະ ຊັບພະຍາກອນຂອງ ພວກເຮົາມາພັດທະນາໂຄງສ້າງພື້ນຖານຂອງທ່າບົກແຫ່ງນີ້ ໂດຍອາໄສຂໍ້ໄດ້ປຽບທາງພູມສາດເພື່ອສົ່ງເສີມການຄ້າໃຫ້ກັບລູກຄ້າຂອງພວກເຮົາ ສິ່ງສຳຄັນທີ່ສຸດ ພວກເຮົາຕ້ອງການຍົກລະດັບສະພາບເສດຖະກິດ

ຂອງຊຸມຊົນທີ່ອາໄສເສັ້ນທາງການຄ້າສຳຄັນນີ້ໃນການດຳລົງຊີວິດປະຈຳວັນ”.

ຕາມການຄາດການຂອງ ທະນາຄານພັດທະນາເອເຊຍ (ADB) ເສດຖະກິດຂອງຂອງ ສປປ.ລາວ ມີແນວໂນ້ມຈະເຕີບໂຕຂຶ້ນປະມານ 4% ໃນປີ 2024 ໂດຍແຮງຂັບເຄື່ອນທີ່ສຳຄັນມາຈາກຄວາມຮ່ວມມືທາງກົນລະຍຸດ ແລະ ນະໂຍບາຍທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດຂອງພາກລັດ.ນອກຈາກນີ້, ການທີ່ ສປປ.ລາວ ດຳລົງຕຳແໜ່ງປະທານອາຊຽນຈະຊ່ວຍຍົກລະດັບຄວາມສຳພັນລະຫວ່າງປະເທດເທິງເວທີໂລກ ສົ່ງເສີມການລົງທຶນຈາກຕ່າງປະເທດ ແລະ ກະຕຸ້ນຄວາມຮ່ວມມືທາງເສດຖະກິດກັບປະເທດເພື່ອນບ້ານ.

ການພັດທະນາສຳຄັນນີ້ເປັນຄວາມມຸ່ງໝັ້ນຂອງ DP World ໃນການຜັກດັນການຄ້າໃນພາກພື້ນອາຊີປາຊີຟິກ ດ້ວຍການຂະຫຍາຍເຄືອຂ່າຍໄປຍັງພື້ນທີ່ຍຸດທະສາດ ໃນຊ່ວງອາທິດທີ່ຜ່ານມາ ບໍລິສັດໄດ້ປະກາດຄວາມຮ່ວມມືກັບ Sabah Ports Sdn. Bhd ຂອງມາເລເຊຍ ແລະ Asian Terminals Inc (ATI) ເພື່ອບໍລິຫານຈັດການທ່າເຮືອຕູ້ຄອນເທນເນີ້ອ່າວຊາປັງກາໃນມາເລເຊຍຕາເວັນອອກ ແລະ ທ່າເຮືອບາຣ໌ຈທ່າຊາ ໃນຟີລິບປິນຕາມລຳດັບ.

ສຳລັບສື່ມວນຊົນທີ່ຕ້ອງການຕິດຕໍ່ DP World, ກະລຸນາຕິດຕໍ່:

Bigblue Agency Laos

Call: +85620 78911848 (Lath)

E-Mail: ClientServices@bigblueagency.com

ກ່ຽວກັບ DP World

ການຄ້າຂາຍແມ່ນຫົວໃຈສຳຄັນຂອງເສດຖະກິດໂລກ ສ້າງໂອກາດ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ຄົນທົ່ວໂລກ. DP World ມຸ່ງໝັ້ນທີ່ຈະຍົກລະດັບການໄຫຼວຽນຂອງການຄ້າທົ່ວໂລກ ປ່ຽນແປງສິ່ງທີ່ເປັນໄປໄດ້ສຳລັບລູກຄ້າ ແລະ ຊຸມຊົນທີ່ພວກເຮົາໃຫ້ບໍລິການ.

ບໍລິສັດ DP World ມີທີມງານທີ່ມີຄວາມສາມາດ ທຸ່ມເທ ມາຈາກຫຼາຍເຊື້ອຊາດ ແລະ ເປັນມືອາຊີບຫຼາຍກວ່າ 106,500 ຄົນຈາກ 158 ສັນຊາດ ຄວບຄຸມ 74 ປະເທດ ໃນ 6 ທະວີບ, DP World ກຳລັງຜັກດັນການຄ້າໄປສູ່ຫ່ວງໂຊ້ອຸບປະທານທີ່ບໍ່ມີຮອຍຕໍ່ ເໝາະສຳລັບອະນາຄົດໃໝ່​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, DP World ມີພະນັກງານຫຼາຍກວ່າ 7,000 ຄົນ ແລະ ມີທ່າເຮືອ ແລະ ເທີມີນອລໃນ 19 ແຫ່ງ.

ບໍລິສັດພວກເຮົາກຳລັງປະຕິຮູບ ແລະ ບູລະນາການທຸລະກິດຢ່າງວ່ອງໄວ ບໍ່ວ່າຈະເປັນທ່າເຮືອ ແລະ ເທີມິນອລ ບໍລິການເດີນທະເລ ໂລຈິສຕິກ ແລະ ເຕັກໂນໂລຊີ ໂດຍປະສານໂຄງສ້າງພື້ນຖານລະດັບໂລກເຂົ້າກັບຄວາມຊ່ຽວຊານໃນທ້ອງຖິ່ນ ເພື່ອສ້າງໂຊລູຊັ່ນຫ່ວງໂຊ້ອຸບປະທານແບບຄົບວົງຈອນທີ່ມີປະສິດທິພາບຫຼາຍຂຶ້ນ ເຊິ່ງຈະຊ່ວຍປ່ຽນແປງຮູບແບບການຄ້າລະຫວ່າງປະເທດ.

ບໍ່ພຽງເທົ່ານັ້ນພວກເຮົາຍັງປັບປ່ຽນອະນາຄົດດ້ວຍການລົງທຶນໃນນະວັດຕະກຳຕັ້ງແຕ່ລະບົບການຈັດສົ່ງອັດສະລິຍະໄປຈົນເຖິງການເກັບສິນຄ້າໃນຄັງແບບອັດຕະໂນມັດ ພວກເຮົາຢູ່ໃນແນວໜ້າຂອງເຕັກໂນໂລຊີທີ່ສ້າງຄວາມປ່ຽນແປງ ຫັນພາກທຸລະກິດໄປສູ່ວິທີການຂາຍທີ່ດີກວ່າ ແລະ ຫຼຸດບັນຫາລະຫວ່າງຂະບວນການຜະລິດຈົນເຖິງມືລູກຄ້າ. ພວກເຮົາຂັບເຄື່ອນການຄ້າເພື່ອປ່ຽນແປງສິ່ງທີ່ເປັນໄປໄດ້ສຳລັບທຸກຄົນ.

error: Content is protected !!