ເລີ່ມ 4 ມີນາ ນີ້ເປັນຕົ້ນໄປ! ປັບຂຶ້ນ ຄ່າທຳນຽມ ແລະ ຄ່າບໍລິການ ອອກໜັງສືຜ່ານແດນທົ່ວໄປ.

+ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ, ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້:

– ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ;

ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ບໍ່ແມ່ນເອເລັກໂຕຣນິກ ລາຄາ 40 ໂດລາ.

📌 ການເກັບຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນຕົວຈິງແມ່ນເກັບເປັນເງິນກີບ ຕາມອັດຕາແລກປ່ຽນທີ່ກະຊວງການເງິນເປັນຜູ້ກຳນົດໃຫ້ໃນແຕ່ລະໄລຍະ.

📌ການບໍລິການອອກໜັງສືຜ່ານແດນດ່ວນ.

ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກໍານົດຄ່າບໍລິການອອກໜັງສືຜ່ານແດນດ່ວນ ເປັນ 3 ປະເພດດັ່ງນີ້:

– ບໍລິການອອກໜັງສືຜ່ານແດນ 01 ວັນ ລາຄາ: 1.000.000 ກີບ/ຫົວ

– ບໍລິການອອກໜັງສືຜ່ານແດນ 03 ວັນ ລາຄາ: 500.000 ກີບ/ຫົວ

– ບໍລິການອອກໜັງສືຜ່ານແດນ 05 ວັນ ລາຄາ: 300.000 ກີບ/ຫົວ

👉🏻 ການກຳນົດຄ່າບໍລິການອອກໜັງສືຜ່ານແດນດ່ວນດັ່ງກ່າວນີ້ ແມ່ນເພື່ອເປັນທາງເລືອກ ແລະ ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ຜູ້ທີ່ມີຄວາມຕ້ອງການຢາກໄດ້ໜັງສືຜ່ານແດນກ່ອນ 10 ວັນ ທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍໜັງສືຜ່ານແດນ. ໃນຂະນະດຽວກັນ, ແນໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ທີ່ພົວພັນກັບຂະບວນການເຄື່ອນໄຫວເຮັດໜັງສືຜ່ານແດນດ່ວນແບບຜິດກົດໝາຍ ທີ່ເກີດຂຶ້ນໃນປະຈຸບັນ ດ້ວຍການຫັນເອົາການອອກໜັງສືຜ່ານແດນດ່ວນເຂົ້າສູ່ລະບົບ, ລະບຽບ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້ ແລະ ພ້ອມທັງເປັນການສ້າງລາຍຮັບເພີ່ມເຂົ້າງົບປະມານ.

error: Content is protected !!