ແຕ່ປີ 1975-2023 ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນ 3 ພັນກວ່າເທົ່າ

ທ່ານ ຄຳໂສ້ ກຸໂພຄຳ ຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງ ຫົວໜ້າຄະນະໂຄສົກປະຈຳກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ໃຫ້ຮູ້ເມື່ອວັນທີ 1 ທັນວາ 2023 ວ່າ: ກ່ອນປີ 1975 ສປປ ລາວ ຂອງພວກເຮົາມີແຫຼ່ງຜະລິດພະລັງງານໄຟຟ້ານ້ຳຕົກພຽງແຕ່ 3 ແຫ່ງຄື: ເຂືີ່ອນໄຟຟ້ານ້ຳງືີ່ມ1, ມີກຳລັງຕິດຕັ້ງ 30 ເມກາວັດ, ເຂືີ່ອນໄຟຟ້ານ້ຳດົງ ຢູ່ແຂວງຫຼວງພະບາງ ແລະ ເຂືີ່ອນໄຟຟ້າເຊລະບຳ ຢູ່ແຂວງຈຳປາສັກ ມີກຳລັງຕິດຕັ້ງເຂື່ອນລະ 1 ເມກາວັດ, ນອກຈາກນີ້ ຍັງມີເຄືີ່ອງຈັກປັ່ນໄຟຟ້າທີີ່ໃຊ້ນ້ຳມັນຢູ່ບາງຕົວເມືອງໃຫຍ່ໆເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີພຽງແຕ່ 19.000 ຄົວເຮືອນ ຫຼື ເທົ່າກັບ 10% ເທົ່ານັ້ນທີີ່ໄດ້ໃຊ້ໄຟຟ້າ.

ແຕ່ມາຮອດທ້າຍປີ 2023 ນີ້, ປະເທດຂອງພວກເຮົາ ມີແຫຼ່ງຜະລິດພະລັງງານໄຟຟ້າ ທີ່ມີກຳລັງຕິດຕັ້ແຕ່ 1 MW ຂຶ້ນໄປ ມີທັງໝົດ 97 ແຫ່ງ. ໃນນີ້, ເປັນພະລັງງານນໍ້າ 80 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫ່ງ, ລວມກໍາລັງຕິດຕັ້ງ 11.677,14 ເມັກກາວັດ, ຄວາມອາດສາມາດຜະລິດພະລັງງານໄຟຟ້າ ທັງໝົດ 58.824,27 ກິກກາວັດໂມງຕໍ່ປີ; ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 67.643 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 81 ແຫ່ງ. ບັນດາແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ ໄດ້ຊົມໃຊ້ໄຟຟ້າແບບຖາວອນ 100%, ບ້ານ ກວມເອົາ 90 ກວ່າ% ແລະ 95% ຂອງຄົວເຮືອນທັງໝົດ; ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອືີ່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢູ່າງຕັ້ງໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ຊຸກຍູ້ສົ່ງເສີມການຫັນເປັນພະລັງງານສະອາດ ໂດຍສະເພາະສົ່ງເສີມການນຳໃຊ້ພະລັງງານເຂົ້າໃນຂະແໜງຄົມມະນາຄົມຂົນສົ່ງ ແລະ ການສ້າງສະຖານີສາກລົດໄຟຟ້າ. ມາຮອດທ້າຍປີ2023 ນີ້ ມີລົດໄຟຟ້າທັງໝົດປະມານ 4.631 ຄັນ. ໃນນີ້, ປະກອບມີລົດໃຫຍ່ ຈຳນວນ 2.592 ຄັນ, ລົດຈັກໄຟຟ້າ 2.039 ຄັນ.

error: Content is protected !!