ທຫລ ວາງມາດຕະການເຂັ້ມເພື່ອຄຸ້ມຄອງເງິນຕາຕ່າງປະເທດ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງມາດຕະການຢ່າງເຂັ້ມງວດ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະ ການປັບປຸງກົດໝາຍ, ນິຕິກຳ, ຂໍ້ຕົກລົງ, ລະບຽບການຕ່າງໆ ເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ ໃນເງື່ອນໄຂທີ່ຮູບແບບການເຊື່ອມໂຍງດ້ານເສດຖະກິດ-ການເງິນ ລະຫວ່າງປະເທດ ນັບມື້ນັບຫລາກຫລາຍ ແລະ ສະຫລັບສັບຊ້ອນ ໃຫ້ສາມາດຄຸ້ມຄອງເງິນຕາຕ່າງປະເທດ ໄດ້ລວມສູນ ເຂົ້າສູ່ລະບົບຫລາຍຂຶ້ນ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 31 ຕຸລາ ວ່າ: ໃນໄລຍະກາງສະໄໝ ແຜນການພັດທະນາ ເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX, ທຫລ ໄດ້ເລັງເຫັນບັນຫາຄວາມບໍ່ສົມດຸນ ຂອງສະພາບເສດຖະກິດມະຫາພາກ ໂດຍສະເພາະ ແມ່ນການຂາດດຸນການຊໍາລະກັບຕ່າງປະເທດ (ລາຍຮັບຈາກການສົ່ງອອກບໍ່ໄດ້ກັບມາ ສປປ ລາວ ຫລາຍເທົ່າທີ່ຄວນ), ບັນຫາໜີ້ສິນຕໍ່ຕ່າງປະເທດສະສົມ ແຕ່ຄັງສຳຮອງຢູ່ໃນລະດັບຕໍ່າ ເປັນແຮງກົດດັນໃຫ້ອັດຕາແລກປ່ຽນຜັນຜວນ, ມີປະກົດການປັ່ນປ່ວນອັດຕາແລກປ່ຽນຢູ່ພາຍໃນ. ຕໍ່ກັບສະພາບການດັ່ງກ່າວ ທຫລ ໄດ້ວາງມາດຕະການ ເປັນຕົ້ນໄດ້ສຳເລັດການປັບປຸງ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ, ຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບ, ການຄຸ້ມຄອງກະແສເງິນເຂົ້າ-ອອກປະເທດຈາກການຄ້າ, ການບໍລິການ, ການລົງທຶນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນັ້ນ, ກໍໄດ້ສ້າງຕັ້ງຫ້ອງການຕົວແທນ ທຫລ ປະຈຳເຂດເສດຖະກິດພິເສດບໍ່ເຕ່ນ ແລະ ສາມຫລ່ຽມຄຳ ເພື່ອປະຕິບັດພາລະບົບບາດ ໃນການຄຸ້ມຄອງເງິນຕາຕ່າງປະເທດ ຢູເຂດດັ່ງກ່າວ. ນອກນີ້, ໄດ້ຊຸກຍູ້ຜູ້ນໍາເຂົ້າ-ສົ່ງອອກ ໃຫ້ນໍາລາຍຮັບກັບເຂົ້າປະເທດ ແລະ ເຮັດວຽກກັບກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອລົງທະບຽນການຄ້າ, ອອກໃບຢັ້ງຢືນແຈ້ງການລົງທະບຽນຜູ້ນຳເຂົ້າ-ສົ່ງອອກ ເພື່ອເປີດບັນຊີເງິນຝາກສະເພາະ 210 ບໍລິສັດ (ບໍລິສັດນຳເຂົ້າ 77 ບໍລິສັດ, ສົ່ງອອກ 19 ບໍລິສັດ ແລະ ບໍລິສັດນໍາເຂົ້າ-ສົ່ງອອກ 144 ບໍລິສັດ), ມີບໍລິສັດ ເປີດບັນຊີເງິນຝາກນຳເຂົ້າ-ສົ່ງອອກນຳ ທຫລ ແລ້ວ 40 ບໍລິສັດ. ພ້ອມດຽວກັນນັ້ນ ກໍໄດ້ສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ (ກີບ-ດົງ, ກີບ-ຢວນ, ກີບ-ບາດ ແລະ ກີບ-ຣຽວ) ເຂົ້າໃນການຊຳລະທາງດ້ານການຄ້າ ແລະ ການລົງທຶນ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໃຫ້ຮູ້ອີກວ່າ: ສຳລັບຄາດໝາຍສູ້ຊົນແຜນເງິນຕາ ປີ 2024 ຈະສືບຕໍ່ຄວບຄຸມອັດຕາເງິນເຟີ້ໃຫ້ຫລຸດລົງບໍ່ເກີນ 9% ຫຼື 1 ໂຕເລກ ໃນທ້າຍປີ 2024; ຄຸ້ມຄອງອັດຕາແລກປ່ຽນເໜັງຕີງ ຢູ່ໃນລະດັບບໍ່ສ້າງແຮງກົດດັນ ຕໍ່ອັດຕາເງິນເຟີ້; ຄວບຄຸມປະລິມານເງິນ (M2) ໃຫ້ຂະຫຍາຍຕົວບໍ່ເກີນ 25%; ສ້າງຄວາມເຂັ້ມແຂງໃຫ້ຄັງສໍາຮອງ ເງິນຕາຕ່າງປະເທດໃຫ້ສາມາດກຸ້ມການນຳເຂົ້າໄດ້ຢ່າງຕໍ່າ 5 ເດືອນຂຶ້ນໄປ; ຍອດເຫລືອເງິນຝາກຕໍ່ GDP ຂອງທະນາຄານທຸລະກິດ ໃຫ້ບັນລຸໄດ້ບໍ່ຫລຸດ 85%; ຍອດເຫລືອສິນເຊື່ອຕໍ່ GDP ຂອງຂະແໜງທະນາຄານ ຮັບປະກັນບັນລຸໄດ້ບໍ່ຫລຸດ 65%; ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດ ໃຫ້ຢູ່ໃນລະດັບບໍ່ເກີນ 3%; ຄຸ້ມຄອງລາຍຮັບ ຈາກການສົ່ງອອກຜ່ານລະບົບທະນາຄານ ໃຫ້ໄດ້ບໍ່ຫລຸດ 70% ຂອງການສົ່ງອອກທັງໝົດ.

ແຫຼ່ງຂ່າວ ປະເທດລາວ

error: Content is protected !!