ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນສະພາບນ້ຳມັນແພງທົ່ວໂລກ

ອີງຕາມ​ຂ່າວ​ຈາກ China Media Group (CMG), ວັນທີ 4 ພຶດສະພາ ນີ້, ລາຄາ​ນ້ໍາມັນ​ເຊື້ອ​ໄຟ ທີ່​ເພີ່ມ​ສູງ​ຂຶ້ນ​ ທົ່ວ​ໂລກ ​ເຮັດ​ໃຫ້ລົດ​ໄຟຟ້າ ກາຍ​ເປັນ​ທາງ​ເລືອກ​ໃໝ່​ໃນ​ຍຸກ​ນນ້ຳ​ແພງ ​ໂດຍ​ສະ​ເພາະ ຊາວບຣາຊິນ ຈຳນວນ​ຫລາຍຫັນ​ໄປ​ໃຊ້​ລົດຖີບ​ໄຟຟ້າ ​ແລະ ລົດ​ໄຟຟ້າທີ່​ເປັນ​ພະລັງງານ​ສະອາດ​ເພີ່ມ​ສູງ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ປີ​ກາຍ ​ແລະ ຄາດ​ວ່າ ປີ​ນີ້ ຍອດ​ຈຳໜ່າຍ ​ລົດ​ໄຟຟ້າ ​ຈະ​ຂະຫຍາຍຕົວເພີ່ມ​ຂຶ້ນ​ ເຖິງ 50% ​ໂດ​ຍລົດຖີບ​ໄຟຟ້າ ​ໄດ້​ຮັບ​ ຄວາມ​ນິຍົມເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງຍ້ອນ​ລາຄາ​ນ້ຳມັນ​ແພງ​ ເຮັດ​ໃຫ້​ຊາວບຣາຊິນ ຕ່າງ​ພາກັນຢຸດ​ໃຊ້​ລົດ ພະລັງງານ ​ເຊື້ອ​ເພີງ ​ແລະ ​ຫັນ​ມາ​ໃຊ້​ລົດ​ໄຟຟ້າແທນໃນການ​ຂັບ​ຂີ່ ໃນ​ຊີວິດ​ປະຈໍາ​ວັນ.

error: Content is protected !!