ການລົງທຶນສຳຫຼວດ-​ຂຸດ​ຄົ້ນ ແລະ ປຸ່ງແຕ່ງແຮ່​ທາດ ມີທັງໝົດ 471 ກິດຈະການ

ໂດຍ: ສຳນານ ພົມພັກດີ

ການກຳນົດນະໂຍບາຍການບໍລິຫານຈັດການ, ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ຊຶ່ງແມ່ນເປົ້າໝາຍທີ 8 ໃນແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຂອງກະຊວງພະລັງງານ ແລະ ບໍ່ແຮ່, ໃນ​ໄລ​ຍະຜ່ານມາການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວມາຮອດປັດຈຸບັນ ການລົງທຶນບໍ່ແຮ່ໃນໄລຍະການຊອກຄົ້ນ ແລະ ສຳຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງ ໝົດ 367 ບໍລິສັດ, 471 ກິດຈະການໃນຂະນະດຽວກັນເປົ້າໝາຍທີ 9 ໄດ້ສຸມໃສ່ການຄຸ້ມຄອງ, ຕິດຕາມ, ກວດກາ ໂຄງການພັດທະນາພະລັງງານ ແລະ ບໍ່ແຮ່ ທີ່ພົ້ນເດັ່ນໃນເປົ້າໝາຍນີ້ແມ່ນສໍາເລັດການສ້າງກົດ ໝາຍ ວ່າດ້ວຍຄວາມປອດໄພເຂື່ອນ ແລະ ບັນດານິຕິກຳລຸ່ມກົດໝາຍ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມກາງສະໄໝຂອງອົງຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ ເມື່ອບໍ່ດົນມານີ້ວ່າ: ເປົ້າໝາຍທີ 8: ການກຳນົດນະໂຍບາຍການບໍລິຫານຈັດການ, ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ຊຶ່ງໄດ້ສຸມໃສ່ປັບປຸງກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ໃນການຄຸ້ມຄອງໂຄງການພັດທະນາບໍ່ແຮ່ ຕາມກົດໝາຍ ແລະ ໄລຍະຮູບແບບທົດລອງ ທັງໝົດ 27 ສະບັບ (ສ້າງ ໃໝ່ 2 ສະບັບ ແລະ ປັບປຸງ 4 ສະບັບ) ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ລັດວິສາຫະກິດພັດ ທະນາແຮ່ທາດລາວ (ພຮລ) ກໍໄດ້ຮ່ວມມືກັບບໍລິສັດ Hong kong Tianxunda International Trade Co.,Ltd ໃນການສ້າງຕັ້ງໂຮງງານຫຼອມເຫຼັກກ້າ ລາວ-ຈີນ ຢູ່ ເຂດເສດຖະກິດ ພິເສດທ່າແຂກ ເມືອງທ່າແຂກ ແຂວງຄຳມ່ວນ ສປປ ລາວ. ມາຮອດປັດຈຸບັນແມ່ນລໍຖ້າຄຳເຫັນຈາກ ກະຊວງແຜນການ ແລະ ການລົງທຶນ ໃນການຄັດເລືອກພື້ນທີ່ແຫຼ່ງແຮ່ເຫຼັກ ເພື່ອສະໜອງເຂົ້າໂຮງງານ, ມາຮອດໄລຍະກາງສະໄໝ ການລົງທຶນບໍ່ແຮ່ໃນໄລຍະການຊອກຄົ້ນ ແລະ ສຳຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 367 ບໍລິສັດ, 471 ກິດຈະການ, ໃນນັ້ນ, ຢູ່ໃນໄລຍະຊອກຄົ້ນ 23 ບໍລິສັດ 25 ກິດຈະການ, ສໍາຫຼວດ 124 ບໍລິສັດ 126 ກິດຈະການ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 32 ບໍລິສັດ 51 ກິດຈະການ, ຂຸດຄົ້ນ-ປຸງແຕ່ງ (ປົກກະຕິ) 97 ບໍລິສັດ 178 ກິດຈະການ, ໂຄງການຂຸດຄົ້ນ-ປຸງແຕ່ງ (ທົດລອງ) 91 ບໍລິສັດ 91 ກິດຈະການ.

ໃນຂະນະທີ່ເປົ້າໝາຍທີ 9 ການພັດທະນາກົນໄກບໍລິຫານຈັດການ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການບັງຄັບໃຊ້ກົດໝາຍ, ສຳລັບເປົ້າໝາຍດັ່ງກ່າວແມ່ນໄດ້ສຸມໃສ່ການຄຸ້ມຄອງ, ຕິດຕາມ, ກວດກາ ໂຄງການພັດທະນາພະລັງງານ ແລະ ບໍ່ແຮ່ ຊຶ່ງວຽກທີ່ພົ້ນເດັ່ນໃນເປົ້າໝາຍນີ້ແມ່ນສໍາເລັດການສ້າງກົດໝາຍ ວ່າດ້ວຍຄວາມປອດໄພເຂື່ອນ, ບັນດານິຕິກຳລຸ່ມກົດໝາຍ ເພື່ອໃຫ້ຂັ້ນທ້ອງຖິ່ນ ແລະ ຜູ້ພັດທະນາ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມທັງເຜີຍແຜ່ສັນຍາສຳປະທານໂຄງການໄຟຟ້າ ແລະ ບໍ່ແຮ່, ສໍາລັບການລົງຕິດຕາມ, ກວດກາ ການດຳເນີນງານ ແລະ ບໍາລຸງຮັກສາ ແຫຼ່ງຜະລິດພະລັງງານ ໃນໄລຍະກໍ່ສ້າງ, ດຳເນີນງານ ຢ່າງເປັນປົກກະຕິ ແລະ ອັນສໍາຄັນແມ່ນໄດ້ອອກແຈ້ງການເຖິງບັນດາເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ໃນການເຝົ້າລະວັງລະດັບນໍ້າ, ຕິດຕາມກວດກາສະພາບເຂື່ອນ ແລະ ກະກຽມຄວາມພ້ອມຮັບມືໃນກໍລະນີເກີດເຫດສຸກເສີນໃນໄລຍະລະດູຝົນ, ໂດຍສະເພາະແມ່ນການກວດກາສຸກເສີນ ແມ່ນ ຖືເປັນບັນຫາສຳຄັນ ແລະ ໄດ້ດຳເນີນ ບັນດາໂຄງການ ຫຼາຍກວ່າ 22 ໂຄງການ ແລະ ກຳລັງດຳເນີນການສືບຕໍ່.

error: Content is protected !!