ຈູດທໍາລາຍອຸປະກອນຫຼິ້ນການພະນັນ

ໃນວັນທີ 28 ກໍລະກົດ 2023, ເຈົ້າໜ້າທີ່ກົມຕໍາຫຼວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງມ້າງເປົ້າໝາຍມີການບໍລິການຫຼິ້ນການພະນັນ 4 ຈຸດຢູ່ຂອບເຂດເທດສະ ບານເມືອງໄຊ ແຂວງອຸດົມໄຊ. ໃນນີ້, ຢູ່ຫົວໜ່ວຍທຸລະກິດໂຮງແຮມ 3 ຈຸດ ສາມາດກັກຕົວເປົ້າໝາຍມີສ່ວນກ່ຽວຂ້ອງໃຫ້ການບໍລິການຫຼິ້ນການພະນັນ (ຕູ້ເກມໄຟຟ້າ) ໄດ້ຈໍານວນ 5 ຄົນ ພ້ອມທັງຢຶດຂອງກາງອຸປະກອນການພະນັນອີກຫຼາຍປະເພດ.

ພັຕ ພອນເດດ ວົງສະຫວັນ ຮອງພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ອຸປະກອນການພະນັນທີ່ນຳມາຈູດທໍາລາຍໃນຄັ້ງນີ້ ມີໂຕະຕູ້ເກມ ຈໍານວນ 3 ໂຕະ, ຕູ້ເກມ 3 ໜ່ວຍ, ໜ້າຈໍ 66 ເຄື່ອງ, ເຕົາໝູນ 2 ເຕົາ, ໄພ່້ ຈໍານວນ 8 ແກັດ ມີ 1.179 ກັບ, ອີກ 340 ຊຸດ ແລະ 14 ກັບ, ຕູ້ປາ ແລະ ຕູ້ປາສະລັອດ ຈໍານວນ 6 ໜ່ວຍ, ໂຕະແຈກໄພ້ ຈໍານວນ 9 ໂຕະ, ໂຕະເກມຍິງປາ ຈໍານວນ 3 ຊຸດ, ໂຕະເກມເສືອ-ມັງກອນຫຼົງຟູ ຈໍານວນ 2 ໂຕະ, ໂຕະການພະນັນໝາຈຽງ ຫຼື ພ້າຍນົກກະຈອກເທບ ຈໍານວນ 2 ຊຸດ,ຕູ້ຢອດຫຼຽນ ຈໍານວນ 3 ຕູ້, ໂຕະໄພ້ໝາກກະຈອກ 1 ໂຕະ ແລະ ຂອງກາງກ່ຽວຂ້ອງອື່ນໆອີກຈໍານວນໜຶ່ງ.

ມາໃນຕອນເຊົ້າວັນທີ 28 ສິງຫາ 2023, ໄດ້ຈັດພິທີຈູດທໍາລາຍຂອງກາງຄະດີຈໍານວນດັ່ງກ່າວຢູ່ພື້ນທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນປະທານຂອງ ພັທ ກອງແກ້ວ ຫັດສະຈັນ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດດົມໄຊ ຜູ້ຊີ້ນໍາຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ມີຫົວໜ້າຫ້ອງ-ຮອງຫ້ອງ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ຂະແໜງການອ້ອມຂ້າງແຂວງ ແລະ ກໍາລັງວິຊາສະເພາະອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ພາບ-ຂ່າວ: ໄຊພອນແກ້ວ

error: Content is protected !!