ນາຍົກລັດຖະມົນຕີລົງຕິດຕາມຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນຄໍາ

ວັນທີ 11 ສິງຫາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາລັດຖະມົນຕີຈາກຊວງທີ່ກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນຄໍາ ແຂວງຄໍາມ່ວນໂດຍການຕ້ອນຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ໄດ້ຕາງໜ້າໃຫ້ແກ່ອໍານາດການປົກຄອງເມືອງລາຍງານສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ວ່າ: ນັບແຕ່ວັນທີ 27 ກໍລະກົດ ຫາ 3 ສິງຫາ 2023 ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນເຮັດໃຫ້ລະດັບນໍ້າຫີນບູນ , ນໍ້າໄຮເພີ່ມຂຶ້ນສູງບວກກັບນໍ້າປ່າທີ່ໄຫລລົງມາຈາກຍອດພູໄຮ ແລະ ພູຜາມ່ານ ເປັນຈໍານວນຫລາຍ . ມາຮອດວັນທີ 3 ສິງຫາ 2023 ລະດັບນໍ້າໄດ້ເພີ່ມສູງຂຶ້ນ ແລະ ໄດ້ໄຫລເຂົ້າບ້ານເຮືອນຂອງປະຊາຊົນທີ່ຢູ່ແຄມນໍ້າຫີນບູນ ໄຫລຖ້ວມຕາມເສັ້ນທາງ, ເຮືອນຊານ, ເລົ້າເຂົ້າ, ໄຮ່-ນາ , ຮົ້ວສວນຢ່າງໄວວາແບບບໍ່ເຄີຍມາກ່ອນ.

ຜ່ານການເຄື່ອນ ໄຫວເກັບກໍາຂໍ້ມູນຂອງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ສາມາດສັງລວມຜົນກະທົບ ແລະ ຄວາມເສຍຫາຍໃນທົ່ວເມືອງມີບ້ານທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ, 12.767 ຄົນ, ຍິງ 6.320 ຄົນ, 2.182 ຄອບຄົວ(ມີບ້ານ 9 ບ້ານທີ່ໄດ້ຮັບຜົນເສຍຫາຍໜັກ) , ເນື້ອທີ່ກະສິກໍາຖືກນໍ້າຖ້ວມທັງໝົດ 22 ບ້ານ, 6.138 ເຮັກຕາ. ໃນນີ້, ນາປີມີ 3.924 ເຮັກຕາ, ເສຍຫາຍ 2.039 ເຮັກຕາ, ສວນມັນຕົ້ນ 1.849 ເຮັກຕາ, ເສຍຫາຍ 986 ເຮັກຕາ , ສວນກ້ວຍບໍລິສັດ ຖັງຄໍາ 289 ເຮັກຕາ, ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກຕ່າງໆ 10 ເຮັກຕາ; ສັດລ້ຽງເສຍຫາຍທັງໝົດ 16.988 ໂຕ. ໃນນີ້, ມີຄວາຍ 384 ໂຕ , ງົວ 1.052 ໂຕ , ໝູ 301 ໂຕ , ແບ້ 328 ໂຕ ແລະ ສັດປີກ 14.925 ໂຕ , ໜອງປາຖືກນໍ້າຖ້ວມທັງໝົດ 284 ໜອງ; ຊັບສິນທີ່ເສຍຫາຍປະກອບມີ: ລົດໄຖນາມີ 609 ຄັນ, ໂຮງສີເຂົ້າ 87 ໂຮງ, ເລົ້າເຂົ້າ 56 ຫລັງ , ເຂົ້າເສຍຫາຍ 559 ໂຕນ, ເຕົາຢາສູບ 47 ເຕົາ ແລະ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງ. ພ້ອມນີ້, ຍັງມີ ອຸປະກອນການຮຽນ-ການສອນເຊັ່ນ : ກະດານດໍາ 37 ແຜ່ນ , ປຶ້ມຄູ່ມືແບບຮຽນ 1.205 ຊຸດ ແລະ ໂຕະຕັ່ງ 168 ຊຸດ. ສ່ວນການຍົກຍ້າຍປະຊາຊົນທີ່ຖືກນໍ້າຖ້ວມໃນ 9 ບ້ານມາຢູ່ສູນຮອງຮັບຊົ່ວຄາວມີທັງໝົດ 2 ສູນຄື : ສູນບ້ານຄູນມະນີ ປະຊາຊົນເຂົ້າມາພັກຢູ່ສູນມີ 30 ຄອບຄົວ , ມີ 146 ຄົນ , ຍິງ 76 ຄົນ , ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ນ້ອງມີ 152 ຄອບຄົວ ແລະ ຄອບຄົວບໍ່ອອກມາ 130 ຄອບຄົວ (ເຮືອນສູງ ຫລື ສອງຊັ້ນ) ແລະ ສູນບ້ານພູຊາດ ມີ 168 ຄອບຄົວ , ມີ 469 ຄົນ , ຍິງ 212 ຄົນ , ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ນ້ອງ 97 ຄົນ. ມາຮອດປັດຈຸບັນປະຊາຊົນທີ່ເຂົ້າມາພັກຢູ່ສູນ ແມ່ນໄດ້ກັບຄືນເມືອຢູ່ບ້ານໝົດແລ້ວ.

ດ້ານການປຸກລະດົມເຄື່ອງຊ່ວຍເຫລືອນັບແຕ່ວັນທີ 04 – 10 ສິງຫາ 2023 ໄດ້ຮັບເຄື່ອງຊ່ວຍເຫລືອອຸປະໂພກ – ບໍລິໂພກລວມມູນຄ່າ 2,4 ກວ່າກີບ ແລະ ເງິນສົດທັງໝົດ 169 ລ້ານກວ່າກີບ. ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຈັດແບ່ງເຄື່ອອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຈາກສັງຄົມລົງໄປຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນເບື້ອງຕົ້ນ 14 ບ້ານ, ມາຮອດປັດຈຸບັນ ສາມາດແຈກຢາຍໄດ້ສໍາເລັດ. ນອກນັ້ນ, ຍັງໄດ້ຮັບການປະກອບສ່ວນຊ່ວຍເຫລືອຈາກພາກສ່ວນຕ່າງໆທີ່ມາຜ່ານເມືອງແລ້ວໃຫ້ພະນັກງານເມືອງນໍາລົງແຈກຢາຍ ແລະ ມີຈໍານວນໜຶ່ງກໍບໍ່ໄດ້ຜ່ານເມືອງລົງໄປແຈກຢາຍເອງ. ພິເສດທາງແຂວງ ແລະ ກະຊວງໄດ້ສົ່ງລົດຜະລິດນໍ້າສະອາດເຄື່ອນທີ່ມາຊ່ວຍຈໍານວນ 2 ຄັນເພື່ອບໍລິການໃຫ້ປະຊາຊົນແຕ່ລະບ້ານເລີ່ມແຕ່ວັນທີ 07-10 ສິງຫາ 2023 ບໍລິການໄດ້ 10 ບ້ານ (ກໍາລັງການຜະລິດ 4.000 ລິດ/ຊົ່ວໂມງ) ເຊິ່ງສາມາດແກ້ໄຂໄດ້ໃນເບື້ອງຕົ້ນ. ພ້ອມນີ້, ຍັງແຕ່ງຕັ້ງທີມງານແພດໝໍລົງເຝົ້າລະວັງ ແລະ ຮັກສາສຸຂະພາບ ເຊິ່ງມີທີມງານກູ້ໄພເຫດການດິນເຈື່ອນ ແລະ ທີມງານຜົນກະທົບຈາກນໍ້າຖ້ວມມີ 6 ຈຸດ , ມາຮອດປັດຈຸບັນ ເຫັນວ່າບໍ່ມີກໍລະນີໃດທີ່ຮ້າຍແຮງເກີດຂຶ້ນ ມີແຕ່ບັນຫານໍ້າຄັນກັດຕິນ , ໄຂ້ຫວັດ ແລະ ພະຍາດຖອກທ້ອງຈໍານວນໜຶ່ງ; ດ້ານສະພາບດິນເຈື່ອນຖົມທາງເລກ 8 A ຢູ່ເທິງພູໄຮ ມາຮອດວັນທີ 5 ສິງຫາ 2023 ກໍໄດ້ຂໍ້ມູນຈາກທິມງານທີ່ຂຶ້ນໄປສໍາຫລວດວ່າມີດິນເຈື່ອນຢູ່ 4 ຈຸດ, ພົບເຫັນຜູ້ຕົກຄ້າງທັງໝົດ 68 ຄົນ , ມີຜູ້ເສຍຫາຍ 1 ຄົນ (ໂຊເຟິລົດຄົນຫວຽດນາມ) , ມີພາຫະນະລົດຕົກຄ້າງຈໍານວນ 110 ຄັນ , ໃນນີ້ຖືກດິນເຈື່ອນທັບ 6 ຄັນ , ຕົກເຫວ 2 ຄັນ, ສາມາດແຍກປະເພດລົດ ແລະ ປ້າຍທະບຽນໄດ້ເຊິ່ງມີລົດລາວ 49 ຄັນ , ລົດຫວຽດ 33 ຄັນ ສ່ວນທີ່ເຫລືອຍັງບໍ່ສາມາດເກັບທະບຽນໄດ້ , ສໍາລັບຄົນທີ່ຄ້າງຢູ່ເທິງພູແມ່ນສາມາດຊ່ວຍເຫລືອມາໄດ້ຢ່າງປອດໄພ .

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ແລະ ໄດ້ສະແດງຄວາມຊົມເຊີຍມາຍັງອໍານາດການປົກຄອງແຕ່ລະຂັ້ນພາຍໃນແຂວງ ຕະຫລອດເຖິງທຸກພາກສ່ວນທີ່ໄດ້ປະກອບສ່ວນວັດສິ່ງຂອງ , ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈົນສາມາດເຮັດໃຫ້ສາຖານະການໄດ້ຜ່ອນຄາຍລົງ. ພ້ອມນີ້, ທ່ານຍັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງຂັ້ນແຂວງ , ຂັ້ນເມືອງເປັນໃຈກາງໃນການຕິດຕາມເຝົ້າລະວັງຜົນກະທົບທາງທໍາມະຊາດທີ່ອາດຈະເກີດຂຶ້ນອີກ; ໝັ່ນຕິດຕາມພະຍາກອນອາກາດຢ່າງໃກ້ຊິດ ແລະ ເປັນປົກກະຕິ , ຕິດຕາມຄວບຄຸມພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການອື່ນໆທີ່ເກີດນໍາຄົນ, ສັດພາຍຫລັງນໍ້າບົກແຫ້ງລົງ , ກະກຽມແນວພັນພືດ-ສັດທົດແທນ ແລະ ອື່ນໆ.

ການລົງມາເຄື່ອນໄຫວຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນເພື່ອແກ້ໄຂ ແລະ ບັນເທົາຜົນກະທົບນໍ້າຖ້ວມໃຫ້ 3 ເມືອງຂອງແຂວງຄໍາມ່ວນຄື: ເມືອງຄູນຄໍາ, ຫີນບູນ ແລະ ເມືອງນາກາຍ ເມືອງລະ 50 ລ້ານກີບເຊິ່ງຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ກໍໄດ້ລົງໄປເບິ່ງຈຸດທີ່ມີດິນເຈື່ອນຖົມທາງຢູ່ເທິງພູໄຮ , ໄປພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໜັກຈໍານວນ 9 ບ້ານຢູ່ສູນບ້ານຄູນມະນີ ຕື່ມອີກ.

error: Content is protected !!