ປີ້ງໄກ່ເຊໂນ ຈະມີການຫຸ້ມຫໍ່ ທີ່ເປັນເອກະລັກ

ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານວິຊາການຂະແໜງສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ແລະ ການຄ້າ ລົງຊຸກຍູ້ຂະບວນການຜະລິດສິນຄ້າ “ໜຶ່ງເມືອງໜຶ່ງ ຜະລິດຕະພັນ” ຫລື ໂອດັອບ ໂດຍກອງປະຊຸມໄດ້ມີການ ປຶກສາຫາລື ແລກປ່ຽນຄຳຄິດຄຳ ເຫັນຕໍ່ການປັບປຸງຜະລິດຕະພັນ ໂອດັອບ ປີ້ງໄກ່ລາດເຊໂນ ເມືອງອຸທຸມ ພອນ ໂດຍສະເພາະການຫຸ້ມຫໍ່ບັນຈຸພັນ, ກາໝາຍ ຫລື ໂລໂກ້ ແລະ ຕູ້ແກ້ວເກັບຮັກສາໃນການວາງຂາຍ ເພື່ອຄວາມສະອາດຖືກ ສຸຂະອະນາໄມ.

ຜ່ານການປຶກສາຫາລື ໃນຄັ້ງນີ້, ຄາດວ່າໃນທ້າຍປີ 2022 ຜະລິດຕະພັນປີ້ງໄກ່ລາດ ເຊໂນ ຈະມີການບັນຈຸຫຸ້ມຫໍ່ທີ່ເປັນເອກະລັກສະເພາະ.

ໃນຕອນບ່າຍວັນດຽວກັນ, ທ່ານ ໄຊຍະເດດ ຜຸຍຍະວົງ ພ້ອມຄະນະນ ກໍໄດ້ໄປເຮັດວຽກຮ່ວມກັບຄະນະກຳ ມະການໂອດອບຂັ້ນເມືອງ ແລະ ກຸ່ມຜະລິດເຄື່ອງປັ້ນດິນເຜົາ ເມືອງອາດສະພອນ ແລະ ຜ່ານການແລກປ່ຽນຄຳຄິດຄຳເຫັນ ຍັງເຫັນວ່າກຸ່ມ ຜະລິດເຄື່ອງປັ້ນດິນເຜົາບ້ານຜັກຂະຫຍ່າ ຍັງຕ້ອງໄດ້ມີການປັບປຸງຢູ່ບາງດ້ານເຊັ່ນ: ປັບປຸງການຈັດຕັ້ງ, ໂຄງຮ່າງການຈັດຕັ້ງຂອງກຸ່ມ, ຂະບວນການ ແລະ ຕ່ອງໂສ້ ການຜະລິດຄືນໃໝ່ ໃຫ້ມີການນຳ ໃຊ້ເຄື່ອງມື ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການ ຜະລິດ ເຊິ່ງໃນໄລຍະຜ່ານມາ, ຜະລິດຕະພັນເຄື່ອງປັ້ນດິນເຜົາຂອງກຸ່ມດັ່ງກ່າວ ເຫັນວ່າມີຄວາມຕ້ອງການ ຂອງຕະຫລາດຫລາຍສົມຄວນ ແຕ່ການຜະລິດຍັງເຮັດໄດ້ໜ້ອຍ ຕອບສະໜອງບໍ່ໄດ້ກັບຄວາມ ຕ້ອງການຂອງຕະຫລາດ.

ຈາກນັ້ນ, ຄະນະເຮັດວຽກດັ່ງກ່າວ ພ້ອມດ້ວຍຄະນະກຳມະການໂອດັອບຂັ້ນເມືອງ ກໍໄດ້ລົງຊຸກຍູ້, ແນະນຳກຸ່ມຜະລິດເຄື່ອງປັ້ນດິນເຜົາ ແລະ ກວດກາເບິ່ງຄືນເຕົາເຜົາຂອງກຸ່ມ ຢູ່ສະຖານທີ່ຜະລິດຕົວຈິງ ບ້ານຜັກຂະຫຍ່າ ຕື່ມອີກ.

error: Content is protected !!