ເຈົ້າແຂວງ ເຊກອງ ລົງຊຸກຍູ້ການປູກກາເຟເປັນສິນຄ້າຢູ່ ບ້ານ ດາກຣັນ

ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ວັນທີ 16 ມັງກອນ ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດ (ປູກກາເຟ) ເປັນສິນຄ້າຢູ່ບ້ານດາກຣັນ ເມືອງດາກຈຶງ ໂດຍມີ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ, ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງ ໂດຍສະ ເພາະແມ່ນຂະແໜງກະສິກໍາ ແລະ ປ່າໄມ້ ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຫັນພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດລົງຕິດຕາມ, ຊຸກຍູ້ ແລະ ຊ່ວຍແນະນໍາເຕັກນິກການປູກ, ເຕັກນິກການບົວລະບັດຮັກສາໃຫ້ແກ່ປະຊາຊົນຢ່າງເປັນປະຈໍາ ແນໃສ່ຍົກສູງສະມັດຕະພາບຂອງຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ກາຍເປັນທີ່ຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດ, ທັງນີ້ ກໍເນື່ອງຈາກວ່າ ການຜະລິດເປັນສິນຄ້າ ໂດຍສະເພາະແມ່ນການປູກກາເຟ ກໍເປັນທ່າແຮງໜຶ່ງໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນ ເມືອງ ດາກຈຶງ ກໍຄື ແຂວງ ເຊກອງ.

ໃນໂອກາດດຽວກັນ, ທ່ານ ສົມໄຊ ປະທານບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດ ຈໍາກັດຜູ້ດຽວ ໄດ້ລາຍງານວ່າ: ປັດຈຸບັນ ພາຍໃນ ເມືອງ ດາກຈຶງ ມີປະຊາຊົນຫລາຍຄອບຄົວ ຜູ້ປູກກາເຟເປັນສິນຄ້າ ເຂົ້າເປັນສະມາຊິກ ຫລື ເຂົ້າຮ່ວມໂຄງການສົ່ງເສີມ ກາເຟສະມັດຕະພາບສູງ ຕິດພັນກັບຕະຫລາດທີ່ໝັ້ນຄົງ ນໍາບໍລິສັດຕົນທັງໝົດ 41 ຄອບຄົວ ໃນນັ້ນຢູ່ບ້ານດາກມັນ 2 ຄອບຄົວ, ດາກຕະອອກໃຫຍ່ 9 ຄອບຄົວ, ດາກວໍ 22 ຄອບຄົວ ແລະ ບ້ານດາກຣັນ 8 ຄອບຄົວ ເຊິ່ງໄລຍະຜ່ານມາ ບໍລິສັດໄດ້ ສະໜອງປຸ໋ຍ, ຢາ ແລະ ແນະນໍາເຕັກນິກການປູກ-ການປົກປັກຮັກສາ ເພື່ອໃຫ້ໄດ້ຜົນຜະລິດທີ່ສູງ ແລະ ມີຄຸນນະພາບ ຕາມຄວາມຕ້ອງການຂອງຕະຫລາດ.

ຂ່າວ-ພາບ: ສັນຍາ

error: Content is protected !!