ສ່ອງ!​ ຊຸດ Preliminary ທີ່​ ປ່າເຢັ້ງຊາ ລໍ່ ຈະສວມໃສ່ມື້ອື່ນໃນການປະກວດ Miss Universe 2022​

ມື້ນີ້ອັບເດດລາວ ຈະພາທຸກຄົນມາສ່ອງເບິ່ງ ຊຸດ Preliminary ທີ່​ ປ່າເຢັ້ງຊາ ລໍ່ ຈະສວມໃສ່​ໃນວັນທີ​ 12​ມັງກອນ​ 2022​ ໃນການປະກວດ Miss Universe 2022​ ທີ່ສະຫະລັດ​ ອາເມຣິກາ.​

ໂດຍໄດ້ໃຫ້ນິຍາມວ່າ “ມົ້ງ” ເປັນຕົວແທນ ຊົນເຜົ່າໜຶ່ງທີ່ດຳລົງຊີວິດຢູ່ໃນປະເທດລາວ, ລວດລາຍກົ້ນຫອຍແມ່ນໜຶ່ງໃນບັນດາລວດລາຍທີ່ສະແດງໃຫ້ເຫັນເຖິງຄວາມງາມຂອງສິລະປະສີໄມ້ລາຍມືຂອງຊາວເຜົ່າມົ້ງ. ຊຶ່ງຫມາຍຄວາມວ່າວົງໂຄຈອນຂອງຊີວິດ​ ແລະ​ ວົງໂຄຈອນຂອງດວງອາທິດ​ ແລະ​ ວົງເດືອນ ຫຼື ຈັກກະວານ.

error: Content is protected !!