ນ້ອຍ ເລົ່າຈົ່ງຊົວ M18 ຈາກແຂວງຊຽງຂວາງ ໄດ້ຮັບຕໍາແໜ່ງ ນາງສາວເຜົ່າມົ້ງ ລາວ ປະຈຳປີ 2023

ງານປະກວດນາງສາວຊົນເຜົ່າມົ້ງລາວ ຮອບສຸດທ້າຍ ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 3 ມັງກອນ 2023 ທີ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ພາຍຫລັງເລີ່ມຮັບສະໝັກມາແຕ່ວັນທີ 1ພະຈິກ 2022 ໂດຍມີນາງສາວເຂົ້າຮ່ວມປະກວດທັງໝົດ 60 ຄົນ ແລະ ຜ່ານເຂົ້າຮອບສຸດທ້າຍ 24 ຄົນ. ຜ່ານການຕັດສິນຂອງ ນະຄະກຳມະການໃນຮອບ 5 ຄົນສຸດທ້າຍ ຜູ້ທີ່ໄດ້ຕຳແໜງນາງສາວມົ້ງ ປະຈຳປີ 2023 ແມ່ນ M18 ນາງ ນ້ອຍ ເລົ່າຈົ່ງຊົວ ຈາກແຂວງຊຽງຂວາງ ໄດ້ຮັບມົງກຸດ ແລະ ເງິນສົດ 15 ລ້ານກີບ, ຮອງອັນດັບ 1 M24 ນາງ ປ່າເຊ້ຍລີ ລີເຍ່ຍວື ຈາກແຂວງວຽງຈັນ ໄດ້ຮັບເງິນສົດ 10 ລ້ານກີບ, ຮອງອັນດັບ2 M5 ນາງ ປ່າຢົ່ງຢ່າງ ຈາກຫລວງພະບາງ ໄດ້ຮັບເງິນສົດ 5 ລ້ານກີບ, ຮອງອັນດັບ 3 M12 ນາງ ປານາ ລີ ຈາກຊຽງຂວາງ ໄດ້ຮັບເງິນສົດ 4 ລ້ານກີບ.

ໃນພິທີ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ໂຄງການປະກວດນາງສາວຊົນເຜົ່າມົ້ງລາວ ເປັນກິດຈະກຳໜຶ່ງ ໃນຂະບວນການ ເຕົ້າໂຮມຄວາມສາມັກຄີ ຊາວໜຸ່ມລາວບັນດາເຜົ່າ ແລະ ປຸກລະດົມໃຫ້ຊາວໜຸ່ມ ເຫັນໄດ້ເຖິງຄວາມສໍາຄັນຂອງການສຶກສາ, ການຮັກສາສຸຂະພາບ, ການເສີມສ້າງບຸກຄະລິກກະພາບ ແລະ ຮຽນຮູ້ເຖິງວັດທະນະທໍາ, ຮີດຄອງປະເພນີຂອງລາວເຮົາ ນອກຈາກນີ້, ຍັງເປັນການເປີດໂອກາດໃຫ້ແມ່ຍິງລາວ ກໍຄື ແມ່ຍິງຊົນເຜົ່າມົ້ງລາວ ໄດ້ສະແດງຄວາມຮູ້, ຄວາມສາມາດ ທັກສະສູ່ສາຍຕາສັງຄົມທັງພາຍໃນປະເທດ ແລະ ຕ່າງປະເທດ.

ຂ່າວ: ກິດຕາ

ພາບ: ເກດສະໜາ

error: Content is protected !!