ຄະນະມິດຕະພາບ ລາວ-ໄທສະຫລຸບວຽກງານ 5 ປີ

ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວຂອງຄະນະມິດຕະພາບ ລັດຖະສະ ພາ ລາວ-ໄທ ໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການເຄື່ອນໄຫວ 5 ປີ ຕໍ່ໜ້າ(2021-2025) ແລະ ແຜນການປີ 2023 ໄດ້ມີຂຶ້ນໃນຕອນແລງຂອງວັນທີ 15 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນ ໃນການປະຕິບັດໜ້າທີ່ ເຊິ່ງກັນ ແລະ ກັນຂອງຄະນະມິດຕະພາບ ລັດຖະສະພາ ລາວ-ໄທ. ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານ ສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ ແລະ ໄທ, ມີບັນດາທ່ານຮອງຄະນະມິດຕະພາບ ແລະ ບັນທ່ານຄະນະມິດ ຕະພາບ ລາວ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງສະ ມາຊິກສະພາແຫ່ງຊາດ ເຄື່ອນໄຫວຄະນະມິດຕະພາບລັດຖະສະພາ ລະຫວ່າງສະພາແຫ່ງຊາດ ແລະ ລັດ ຖະສະພາ ແຫ່ງ ຣາຊະອານາຈັກໄທ ສະບັບເລກທີ 133/ຄປຈ.ຕສ, ລົງວັນທີ 17/05/2021; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍພາລະບົດບາດ ແລະ ການເຄື່ອນໄຫວ ຂອງຄະນະມິດ ຕະພາບ ລັດຖະສະພາ ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ກັບ ລັດຖະສະພາຕ່າງປະເທດ ສະບັບເລກທີ 08/ຄປຈ.ຕສ, ລົງວັນທີ 17/07/2021; ຜົນສໍາເລັດການເຄື່ອນໄຫວ ຂອງຄະນະມິດຕະ ພາບລັດຖະສະພາ ລາວ-ໄທ ໄລຍະ 5 ປີ (2021-2025) ແລະ ແຜນຈຸດສຸມປີ 2023 ແລະ ເຜີຍແຜ່ເນື້ອໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ; ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ປຶກສາຫາລື ກ່ຽວກັບແຜນການ ປະຈໍາປີ 2023.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)

error: Content is protected !!