ເຊກອງ ກໍານົດສີ່ປະເພດຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ ໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ໃນປີ 2016-2022 ນີ້ ແຂວງເຊກອງໄດ້ສຸມທຶນຮອນເຂົ້າໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກທົ່ວແຂວງ ໂດຍການກໍ່ສ້າງ ແລະ ຜັນຂະຫຍາຍພື້ນຖານໂຄງລ່າງໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກໃຫ້ທົ່ວເຖິງ ແລະ ມີຄຸນນະພາບ ດ້ວຍການສົ່ງເສີມກໍາລັງແຮງທຸກພາກສ່ວນເສດຖະກິດເຂົ້າຮ່ວມ ແລະ ເຮັດຢ່າງມີຈຸດສຸມເພື່ອປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງພື້ນຖານສາທາລະນະ, ຈັດສັນ, ເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ຈັດສັນພູມລໍາເນົາຄົງທີ່ ແລະ ບ່ອນທໍາມາຫາກິນທີ່ໝັ້ນທ່ຽງຍືນຍົງໃຫ້ປະຊາຊົນ ແລະ ສ້າງເງື່ອນໄຂ ແລະ ສົ່ງເສີມການຜະລິດເປັນສິນຄ້າສ້າງລາຍໄດ້ໃຫ້ແກ່ຄອບຄົວ ປັບປຸງຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ໂດຍປະຕິບັດຕາມທິດນໍາທີ່ວ່າ ”ເຮັດຢ່າງຮອບດ້ານ ແລະ ມີຈຸດສຸມ” ຄະນະພັກອົງການປົກຄອງແຂວງ ໄດ້ເປັນໃຈກາງສົມທົບກັບພະແນກການ, ກົມກອງ, ຂະແໜງການ, ເມືອງ ກຳນົດບ້ານ ແລະ ຈຸດສຸມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ຊຶ່ງບັນດາຈຸດສຸມປະກອບມີ 4 ປະເພດຈຸດສຸມຄື: 1. ຈຸດສຸມບຸລິມະສິດຂອງທ້ອງຖິ່ນ ມີຈໍານວນ 3 ຈຸດສຸມ ຊຶ່ງລວມມີ 3 ເມືອງຄື: ເມືອງລະມາມ, ກະລຶມ ແລະ ເມືອງດາກຈຶງ, ການແກ້ໄຂຄວາມທຸກຍາກໃນບໍລິເວນດັ່ງກ່າວ ແມ່ນໄດ້ດຳເນີນໄປຢ່າງຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສຸມໃສ່ບ້ານທີ່ເປັນໃຈກາງທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດເຊັ່ນ: ຖະໜົນຫົນທາງ, ໄຟຟ້າ, ສ້າງໂຮງຮຽນ, ສຸກສາລາ, ສະໜອງນໍ້າສະອາດ, ຫ້ອງການ ແລະ ສະໂມສອນກຸ່ມບ້ານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການດຳລົງຊີວິດໃຫ້ແກ່ປະຊາຊົນ, ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບຂອງຄອບຄົວ, ປັບປຸງລະບົບການເມືອງຂັ້ນບ້ານ ແລະ ກຸ່ມບ້ານ ໃຫ້ມີຄວາມເຂັ້ມແຂງ, 2. ຈຸດສຸມຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນຂອງທ້ອງຖິ່ນ ມີ 9 ຈຸດສຸມ ລວມມີ 2 ເມືອງຄື: ເມືອງກະລຶມ ແລະ ດາກຈຶງ, ທີ່ກໍານົດເປັນເປົ້າໝາຍເພື່ອປະຕິບັດຕາມທິດໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕິດພັນກັບການແກ້ໄຂບັນຫາການຍົກຍ້າຍແບບຊະຊາຍຂອງພົນລະເມືອງ; 3. ຈຸດສຸມບູລິມະສິດສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ລວມມີ 4 ຈຸດສຸມ ມີ 4 ເມືອງ ຊຶ່ງນອນໃນເຂດທີ່ໝັ້ນພື້ນຖານການປະຕິວັດ, ເຂດເມືອງ-ບ້ານວິລະຊົນ, ເຂດຫ່າງໄກສອກຫຼີກທຸລະກັນດານ ທີ່ມີເງື່ອນໄຂສ້າງເປັນໃຈກາງທາງດ້ານເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກບໍລິເວນດັ່ງກ່າວ ແມ່ນໄດ້ດໍາເນີນໄປຢ່າງຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການຈັດສັນພູມລໍາເນົາບ່ອນທໍາມາຫາກິນຖາວອນ ແລະ ສ້າງອາຊີບທີ່ໝັ້ນຄົງ, ສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍຮັບຂອງຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ; 4. ຈຸດສຸມພັດທະນາຊົນນະບົດໃໝ່ ມີ 1 ຈຸດສຸມ ໂດຍຈະໄດ້ກໍານົດເປັນຈຸດສຸມຕົວແບບຂອງການພັດທະນາ ຊຶ່ງຈະໄດ້ຮ່ວມກັນຈັດຕັ້ງປະຕິບັດ ລະຫວ່າງສູນກາງ, ແຂວງ ແລະ ເມືອງ, ປັດຈຸບັນ ພວມດໍາເນີນການຈັດຕັ້ງຜະຕິບັດການສ້າງແຜນພັດທະນາໃນ 5 ປີ ຕໍ່ ໜ້າ.

ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ຕື່ມວ່າ: ມາຮອດປີ 2020 (ການຈັດຕັ້ງປະຕິບັດຕາມການເກັບກຳຂໍ້ມູນຕົວຕັ້ງ ດຳລັດ 348/ລບ) ທົ່ວແຂວງມີ 197 ບ້ານ, 4 ເມືອງ ມີຈຳນວນ 24,713 ຄອບຄົວ ທຽບໃສ່ປີ 2015 ເພີ່ມຂຶ້ນ 4,590 ຄອບຄົວ, ຄອບຄົວທຸກຍາກ 11,889 ຄອບຄົວ ເທົ່າກັບ 49.76%,ບ້ານທຸກຍາກ 166 ບ້ານ ເທົ່າກັບ 84.26%, ຄອບຄົວພັດທະນາ ມີ 7,746 ຄອບຄົວ ກວມ 32.42%, ບ້ານພັດທະນາ ຍັງບໍ່ທັນບັນລຸ, ບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານ ຍັງບໍ່ທັນບັນລຸ. ສໍາລັບການຈັດຕັ້ງປະຕິບັດການປະເມີນໄລຍະຕົ້ນ ຕາມດໍາລັດ 348 /ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ປັດຈຸບັນ ສໍາເລັດ 1 ເມືອງ, ຍັງສືບຕໍ່ດໍາເນີນຢູ່ 3 ເມືອງ.

(ຂ່າວ-ພາບ: ພຸດທະສອນ)

error: Content is protected !!