ເປີດສາກແລ້ວ ກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ຍິງ-ຊາຍ ຊຽງຂວາງ ເກມ

ເປີດສາກແຂ່ງຂັນຢ່າງເປັນທາງການແລ້ວກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 12 ທັນວາ 2022 ທີ່ບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນໄຄ່ ສຸດທິຈັກ ຄະນະປະຈຳພັກແຂວງ, ປະທານອົງການກວດກາພັກ-ລັດແຂວງຊຽງຂວາງ, ທ່ານ ກະເສມ ອິນທະລາ ຮອງຫົວໜ້າກຳມະການເຕັກນິກ ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດບັນດາຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ-ເຊຍ ຢ່າງຫຼວງຫຼາຍ.​

ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ ສຳລັບບານສົ່ງໃນຮົ່ມມີການຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍ ຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022 ສະເພາະກິລາບານສົ່ງຮົ່ມທີມຍິງມີ 4 ພາກສ່ວນ, ໃນນັ້ນ ມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ໄປພົບກັບ ທີ 4 ແລະ ທີ 2 ພົບກັບ ທີ 3 ທີມໃດຊະນະໄປຊີງຫຼຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ, ແຂວງຊຽງຂວາງ ເຈົ້າພາບ, ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ. ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ 1 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ກ ແຊ໋ມເກົ່າ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ; ກຸ່ມ ຂ ປະກອບມີ ແຂວງບໍ່ແກ້ວ, ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.

ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື: 2 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ ກຸ່ມ ກ ປະກອບມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ; ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.

ຂ່າວໂດຍ: ສົງການ ພັນແພງດີ

error: Content is protected !!