ສານອາຫານ ທີ່ຊ່ວຍຫຼຸດຄວາມຕຶງຄຽດ

ເມື່ອມີຄວາມຕຶງຄຽດ ຮ່າງກາຍຈະມີການນຳສານອາຫານ ຫຼາຍຊະນິດໄປໃຊ້ ໃນການສ້າງຮໍໂມນ ເພື່ອຊ່ວຍໃນການຕອບສະໜອງ ຕໍ່ສະຖານະການຕ່າງໆ ແລະ ຍັງມີການຂັບສານອາຫານບາງຊະນິດ ອອກທາງປັດສາວະຫຼາຍຂຶ້ນ. ສະນັ້ນ ຮ່າງກາຍຈຶ່ງມີຄວາມຕ້ອງການ ສານອາຫານບາງຊະນິດເພີ່ມຂຶ້ນ, ແຕ່ຖ້າເຮົາມີຄວາມຕຶງຄຽດສະສົມ ເປັນເວລາດົນ ລະບົບພູມຄຸ້ມກັນຂອງຮ່າງກາຍ ກໍຈະອ່ອນແອ ແລະ ເຈັບປ່ວຍໄດ້ງ່າຍ. ດັ່ງນັ້ນ ຖ້າເຮົາຮູ້ວ່າ ຮ່າງກາຍຕ້ອງການສານອາຫານຫຍັງແດ່ ໃນໄລຍະທີ່ມີຄວາມຕຶງຄຽດ ກໍຄົງຈະດີ ຄືດັ່ງຕໍ່ໄປນີ້:

– ວິຕາມິນ B ຊະນິດຕ່າງໆ: ມີໜ້າທີ່ີໂດຍກົງຕໍ່ການຫຼຸດຄວາມຕຶງຄຽດ, ພົບຫຼາຍໃນຜັກໃບຂຽວ, ເຂົ້າທີ່ບໍ່ຜ່ານການຂັດສີ, ທັນຍາຫານ, ນົມ, ໄຂ່ ແລະ ອາຫານທະເລ.

– ວິຕາມິນ C: ຊ່ວຍສ້າງສານສື່ປະສາດ ແລະ ເປັນສານຕ້ານ ອະນຸມູນອິດສະຫຼະ, ພົບຫຼາຍໃນໝາກໄມ້ ໂດຍສະເພາະໝາກໄມ້ຣົດສົ້ມ.

– ວິຕາມິນ E: ເປັນສານຕ້ານອະນຸມູນອິດສະຫຼະ, ພົບໃນຖົ່ວເປືອກແຂງ, ງາ.

– ໂພແທັດຊຽມ: ຊ່ວຍປົວສົມດຸນຂອງທາດແຫຼວໃນຮ່າງກາຍ, ເຮັດໃຫ້ຫົວໃຈເຕັ້ນສະໝຳ່ສະເໝີ, ຄວບຄຸມຄວາມດັນເລືອດສູງ ແລະ ຈຳເປັນສຳລັບການສົ່ງສັນຍານປະສາດທຸກຊະນິດ. ພົບໄດ້ໃນອາຫານຈາກພືດ ເຊັ່ນ: ຖົ່ວເປືອກແຂງ, ຖົ່ວແກ່ນແຫ້ງ, ທັນຍາຫານບໍ່ຂັດສີ, ໝາກໄມ້ແຫ້ງ, ມັນຝຣັ່ງ, ໝາກເຫຼ່ນ, ກ້ວຍ ແລະ ໝາກກ້ຽງ.

– ແມັກນີຊໝ: ຊ່ວຍໃນການສົ່ງສັນຍານປະສາດ, ພົບຫຼາຍໃນເຂົ້າທີ່ບໍ່ຜ່ານການຂັດສີ, ຖົ່ວແກ່ນແຂງ ແລະ ຜັກໃບຂຽວ.

– ທາດສັງກະສີ: ຊ່ວຍໃນການເຮັດວຽກຂອງ ລະບົບພູມຄຸ້ມກັນ, ພົບຫຼາຍໃນຊີ້ນສັດບໍ່ຕິດມັນ, ຕັບ, ໄຂ່ແດງ, ນົມ, ທັນຍາຫານ ແລະ ອາຫານທະເລ.

ແນວໃດກໍດີ, ບາງທ່ານອາດມີວຽກຫຼາຍ ຈົນເກືອບຫາເວລາກິນເຂົ້າບໍ່ມີ ຫຼື ເຮັດວຽກທີ່ຕ້ອງເດີນທາງເລື້ອຍໆ ເຮັດໃຫ້ບໍ່ສາມາດຫາຂອງກິນໄດ້ໃນບາງໄລຍະ, ຖ້າເປັນແບບນີ້ ອາຫານທີ່ມີປະໂຫຍດ ແລະ ຫາກິນໄດ້ງ່າຍ ກໍຄື ຖົ່ວຊະນິດຕ່າງໆ, ນົມ, ນຳ້ໝາກໄມ້. ເມື່ອມີເວລາ ຢ່າລືມຫາອາຫານປະເພດ ທັນຍາຫານທີ່ບໍ່ຂັດສີ, ຜັກໃບຂຽວ, ຊີ້ນສັດບໍ່ຕິດມັນ ແລະ ອາຫານເຍື່ອງອື່ນໆ ທີ່ໄດ້ກ່າວມາຂ້າງເທິງ.

ແຕ່ທັງນີ້ທັງນັ້ນ ໃນໄລຍະທີ່ມີຄວາມຕຶງຄຽດຫຼາຍ ທ່ານຄວນຫຼີກເວັ້ນການດື່ມນໍ້າເມົາ ແລະ ເຄື່ອງດື່ມທີ່ມີ ກາເຟອິນ ເນື່ອງຈາກວ່າ ອາຫານ ແລະ ເຄື່ອງດື່ມເຫຼ່ົານີ້ ມີຜົນເຮັດໃຫ້ເກີດການສູນເສຍ ສານອາຫານຕ່າງໆ ທີ່ກ່າວມາຂ້າງເທິງ.

error: Content is protected !!