ຕະຫລາດວັດທະນະທຳນາໆຊາດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ຄືບໜ້າກວ່າ 50% ແລ້ວ

ໂຄງການກໍ່ສ້າງຕະຫລາດວັດທະນະທຳນາໆຊາດ ຫຼື ຕະຫລາດນໍ້າ ເປັນໜຶ່ງໃນໂຄງການທີ່ມີຄວາມສຳຄັນຕໍ່ກັບການພັດທະນາຕົວເມືອງ ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ກໍຄື ສປປ ລາວ ເພາະໂຄງການນີ້ຈະກາຍເປັນສະຖານທີ່ທ່ອງທ່ຽວໃໝ່ອີກໜຶ່ງແຫ່ງ, ນອກຈາກສະຖານທີ່ອື່ນໆ ທີ່ເຄີຍເປີດໃຫ້ນັກທ່ອງທ່ຽວໄດ້ເຂົ້າມາສຳພັດ.

ໂຄງການດັ່ງກ່າວໃຊ້ງົບປະມານໃນການລົງທຶນຫລາຍກວ່າ 100 ລ້ານໂດລາສະຫະ ລັດ, ໃນເນື້ອທີ່ 7 ເຮັກຕາ, ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ເຊິ່ງມາຮອດປັດຈຸບັນການກໍ່ສ້າງສຳເລັດຫລາຍກວ່າ 50% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍປີ 2022 ນີ້.

ຕະຫລາດວັດທະນະທຳນາໆຊາດ ເມື່ອສ້າງສຳເລັດ ຈະປະກອບມີໂຮງແຮມ, ຕະ ຫລາດນ້ຳ, ຮ້ານກາເຟ, ຮ້ານອາຫານ, ສະຖານບັນເທີງ ແລະ ກິດຈະກຳອື່ນໆ, ສ້າງຂຶ້ນໃນຮູບແບບອະນຸລັກປະເພນີ ແບບປະສົມປະສານກັບຄວາມທັນສະໄໝ ເຊິ່ງຈະກາຍເປັນສູນກາງ ຫລື ແລນມາກແຫ່ງໃໝ່ ທີ່ຈະດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດຈາກທົ່ວທຸກມູມໂລກ ເຂົ້າມາທ່ຽວຊົມທີ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ.

ຂໍ້ມູນ: ເຂດເສດຖະກິດພິເສດສາມຫລ່ຽມຄຳ.

error: Content is protected !!