ຂະແໜງການທ່ອງທ່ຽວໃນ ເອເຊຍ ກຳລັງມີການຟື້ນຟູຢ່າງຕັ້ງໜ້າ

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ສະມາຄົມປະຊາຊາດ ເອເຊຍ ຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດບົດລາຍງານສະແດງໃຫ້້ເຫັນວ່າ: ຂະແໜງການທ່ອງທ່ຽວຂອງພາກພື້ນພວມມີການຟື້ນຟູ, ດ້ວຍຈຳນວນເທື່ອຄົນຊອກຄົ້ນຫາໂຮງແຮມພັກເຊົ່າ, ອັດຕາຈົດທະບຽນການຢູ່ອາໄສຊົ່ວຄາວ ແລະ ຄວາມເຊື່ອໝັ້ນຕໍ່ການທ່ອງທ່ຽວລ້ວນແຕ່ເພີ່ມຂຶ້ນ.

ຂ່າວລະບຸວ່າ: ຕາມບົດລາຍງານແລ້ວ, ລະດັບເຕີບໂຕການທ່ອງທ່ຽວ ອາຊຽນ ມີທ່າກ້າວຂຶ້ນໃນໄຕມາດທີ IVໂດຍຄັດສະເໜີຕົວເລກຕິດຕາມການຟື້ນຟູການທ່ອງທ່ຽວຂອງອົງການທ່ອງທ່ຽວໂລກ (UNWTO), ບົດລາຍງານຂອງ ອາຊຽນ ໄດ້ຊີ້ໃຫ້ເຫັນຈຳນວນເທື່ອໃນການຊອກຄົ້ນຫາໂຮງແຮມໃນພາກພື້ນໄດ້ເພີ່ມຂຶ້ນ 28% ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ໃນຂະນະທີ່ອັດຕາການຈົດທະບຽນການຢູ່ອາໄສຊົ່ວຄາວຢູ່ໂຮງແຮມກໍ່ເພີ່ມຂຶ້ນ 57%. ເບິ່ງລວມແລ້ວ, ຄວາມເຊື່ອໝັ້ນດ້ານການທ່ອງທ່ຽວໃນທົ່ວພາກພື້ນເພີ່ມຂຶ້ນປະມານ 40% ນັບແຕ່ຕົ້ນປີມາຮອດປັດຈຸບັນ ແລະ ຄາດວ່າ, ຈະສືບຕໍ່ເພີ່ມຂຶ້ນເມື່ອວັກຊິນກັນ ໂຄວິດ -19 ໄດ້ຮັບການແຈກຢາຍໃນທົ່ວໂລກ ແລະ ບັນດາສາຍພັນໃໝ່ມີການເບົາບາງລົງ. ອາຊຽນ ໃຫ້ຂໍ້ສັງເກດວ່າ ພະຍາດລະບາດ ໂຄວິດ-19 ໄດ້ສ້າງກຳລັງໜູນ ແລະ ກາລະໂອກາດເພື່ອໃຫ້ຂົງເຂດທ່ອງທ່ຽວ ອາຊຽນ ໄດ້ມີການພັດທະນາໃຫ້ດີຂຶ້ນກວ່າເກົ່າ, ຮັບຮອງເອົາບັນດາມາດຕະການອອກແບບ ແລະ ສ້າງຂະແໜງທ່ອງທ່ຽວແບບຍືນຍົງ, ປັບປຸງຄວາມສາມາດຕ້ານທານຕໍ່ວິກິດການ.

ແຫ່ງຂໍ້ມູນ: ປະຊາຊົນ

error: Content is protected !!