ພາຍຸ​ໄຕ້ຝຸ່ນ​ Noru​ ກະທົບແລ້ວ!​ ຢູ່​ເມືອງ​ ​ເລົ່າ​ງາມ, ແຂວງ​ ສາລະວັນ​ ເກີດລົມແຮງເຮັດໃຫ້ຕົ້ນໄມ້ຫຼັກທົບເຮືອນປະຊາຊົນ

ຜູ້ໃຊ້ເຟສບຸ໊ກຊື່: Songkham Sorphrasay ໄດ້ໂພສ​ໃນຕອນເຊົ້າ​ວັນທີ​ 28​ ກັນຍາ​ 2022​ ວ່າ: ພາຍຸເຂົ້າ ໄມ້ລົ້ນທັບເຮືອນ ເສຍຫາຍ​ຫມົດຫລັງ ດີແຕ່ຄອບຄົວບໍ່ເປັນຫຍັງ.

ດ້ານ​ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງພາກກາງ​ ແລະ​ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ.

error: Content is protected !!