ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ລາວ ໄດ້ໃຫ້ຮູ້ວ່າ: ມູນຄ່າການ ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ ປີ 2022 ບັນລຸໄດ້ ປະມານ 1.020 ລ້ານໂດລາສະຫະລັດ (ບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ). ໃນນັ້ນ, ມູນຄ່າການສົ່ງອອກ 427 ລ້ານໂດລາ, ການນໍາເຂົ້າ 593 ລ້ານໂດລາ ແລະ ຂາດດຸນການຄ້າ 166 ລ້ານໂດລາ ເຊິ່ງຂາດດຸນການຄ້າຕໍ່ເນື່ອງ 4 ເດືອນນັບແຕ່ເດືອນພຶດສະພາ ຜ່ານມາ.
ສຳລັບສິນຄ້າສົ່ງອອກຫລັກ ປະກອບມີ: ຄຳປະສົມ, ຄຳແທ່ງ ມູນຄ່າ 63 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 49 ລ້ານໂດລາ, ແຮ່ທອງ 32 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 30 ລ້ານໂດລາ, ຢາງພາລາ 25 ລ້ານໂດລາ, ຝຸ່ນ (ປຸ່ຍ) 23 ລ້ານໂດລາ, ເຄື່ອງນຸ່ງຫົ່ມ 21 ລ້ານໂດລາ, ເຄື່ອງດື່ມ 21 ນໍ້າຕານ 15 ລ້ານໂດລາ ແລະ ເກີບ ມູນຄ່າ 14 ລ້ານໂດລາສະຫະລັດ. ສ່ວນສິນຄ້ານໍາເຂົ້າຫລັກ ປະກອບມີ: ນໍ້າມັນກາຊວນ 89 ລ້ານໂດລາ, ອຸປະກອນກົນຈັກ 65 ລ້ານໂດລາ, ພາຫະນະທາງບົກ 44 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 33 ລ້ານໂດລາ, ນ້ຳມັນແອັດຊັງ 27 ລ້ານໂດລາ, ເຄື່ອງດື່ມ 22 ລ້ານໂດລາ, ເຄື່ອງທີ່ເຮັດດ້ວຍພລາສະຕິກ 17 ລ້ານໂດລາ, ແກ້ວປະເສີດ ຫຼື ເຄິ່ງປະເສີດ 17 ລ້ານໂດລາ, ສັດທີ່ມີຊີວິດ 16 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 14 ລ້ານໂດລາ.
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ປະກອບມີ: ສປ ຈີນ, ສສ ຫວຽດນາມ, ໄທ, ອັອສເຕຣເລຍ ແລະ ຮົງກົງ, ສ່ວນປະເທດ ທີ່ນໍາເຂົ້າຫລັກ ແມ່ນ ໄທ ສປ ຈີນ, ສສ ຫວຽດນາມ, ສ ອາເມຣິກາ ແລະ ສະວິດ.

ຂໍ້ມູນ: ສູນຂໍ້ມູນຂ່າວສານ ທາງການຄ້າ ສປປ ລາວ
Please support this author and check out his premium Permalink Manager Pro version on his website. Second of five mandatory daily prayers salat, containing four cycles rakah. While one could argue lemon stands in for bergamot, there is no analogue for oakmoss. If you are walking from the station towards the Tourist Lodge, on your right there are several alleyways that lead to the extended market at an elevated level. The apex Igbo socio-political organisation, Ohanaeze Ndigbo, on Friday highlighted reasons for the high-level insecurity in Nigeria. The contestants face a team service challenge, where they must cook Mexican Street food for people. MeF aces such as Hans-Joachim Marseille took a grisly toll of Ps, but some of the more talented Commonwealth pilots rang up their own fair tallies of Axis planes while flying the Curtiss fighters. No scavenging and the hypertensive effect of hemoglobin-based blood substitutes.