ຄະນະຮັບຜິດຊອບຈັດງານ ຈະບໍ່ໃຫ້ເກີດຫາງສຽງກ່ຽວກັບບັນຫາຂີ້ເຫຍື້ອໃນງານບຸນອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2022 ທີ່ນະຄອນຫລວງ ວຽງຈັນ

​ຂີ້ເຫຍື້ອໃນງານບຸນອອກພັນສາ ແລະ ຊ່ວງເຮືອ ປະຈໍາປີ 2022 ທີ່ນະຄອນຫລວງ ວຽງຈັນ ແມ່ນບັນຫາໜຶ່ງທີ່ສັງຄົມສະແດງຄວາມເປັນຫ່ວງ ເນື່ອງຈາກແຕ່ລະປີຜ່ານມາມີບັນຫານີ້ເກີດຂຶ້ນ ເຮັດໃຫ້ສົ່ງຜົນກະທົບຕໍ່ຄວາມສະອາດ ແລະ ສະພາບແວດລ້ອມພາຍໃນງານ.

ທ່ານ ແກ້ວປະເສີດ ໄຊປັນຍາ, ຮອງເຈົ້າເມືອງ ຈັນທະບູລີ, ທັງເປັນຮອງປະທານຄະນະກໍາມະການຈັດງານບຸນດັ່ງກ່າວ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ເພື່ອບໍ່ໃຫ້ເກີດຫາງສຽງກ່ຽວກັບບັນຫາຂີ້ເຫຍື້ອໃນປີນີ້, ຄະນະຮັບ ຜິດຊອບຈັດງານ ໄດ້ມອບໃຫ້ອະນຸກຳມະການຮັກສາຄວາມສະອາດທີ່ມີຫ້ອງການກ່ຽວຂ້ອງ ແລະ ບັນດາບໍລິສັດຮັບ

ເໝົາເກັບມ້ຽນຂີ້ເຫຍື້ອຮັບຜິດຊອບ ໂດຍໄດ້ປຶກສາຫາລືວາງແຜນຮ່ວມກັນເພື່ອເກັບມ້ຽນຂີ້ເຫຍື້ອຢ່າງລະອຽດແລ້ວ ທັງຢູ່ຮອບໃນ ແລະ ຮອບນອກຂອງານ (ຮອບໃນ ແມ່ນພາຍໃນສວນເຈົ້າອະນຸວົງ ແລະ ຮອບນອກ ແມ່ນຂອບເຂດເສັ້ນ ທາງ ແລະ ຫ້າງຮ້ານພາຍໃນງານ), ພ້ອມນີ້ ໄດ້ກໍານົດໃຫ້ແຕ່ລະຈຸດ ກໍຄື ແຕ່ລະຮ້ານຕ້ອງມີຖົງເກັບມ້ຽນຂີ້ເຫຍື່ອເປັນຂອງຕົນເອງ ແລະ ຈະບໍ່ອະນຸຍາດໃຫ້ບັນດາບໍລິສັດນໍາເອົາແຜ່ນພັບ ຫລື ແຜ່ນປ້າຍໂຄສະນາມາແຈກຢາຍພາຍໃນງານ ເພາະຈະເປັນການສ້າງຂີ້ເຫຍື້ອຮົກເຮື້ອຂຶ້ນຕື່ມອີກ. ຂະນະທີ່ພາກສ່ວນກ່ຽວຂ້ອງຕ້ອງເກັບມ້ຽນຂີ້ເຫຍື້ອອອກຈາກງານໃຫ້ສໍາເລັດແຕ່ຕອນກາງຄືນຫລັງຈາກປິດງານໃນແຕ່ລະຄືນ ເພື່ອໃຫ້ສາມາດເປີດງານໄດ້ໃນຕອນເຊົ້າມື້ຕໍ່ໄປ.

ສໍາລັບໃນຄືນວັນເພັງ 15 ຄໍ່າ ທີ່ຈະມີການປະກວດເຮືອໄຟງາມ ແລະ ການໄຫລເຮືອໄຟຂອງມວນຊົນ, ໂດຍຖອດຖອນບົດຮຽນຈາກຫລາຍປີຜ່ານມາ ຄະນະກໍາມະການຈັດງານອະນຸຍາດໃຫ້ນໍາໃຊ້ໃບຕອງກວ້ຍ ຫລື ວັດສະດຸ ອື່ນໆ ທີ່ສະຫລາຍງ່າຍເພື່ອເຮັດເຮືອໄຟເທົ່ານັ້ນ, ແຕ່ບໍ່ອະນຸຍາດໃຫ້ນໍາໃຊ້ພາສຕິກ ຫລື ໂຟມ ເຮັດເຮືອໄຟ ເພາະມັນສະ ຫລາຍຍາກ. ນອກຈາກນີ້ ຈະໄດ້ຈັດເປັນຈຸດສໍາລັບການລົງໄປໄຫລເຮືອໄຟຢູ່ເຂດໜ້າວັດຈັນ ກໍຄື ຂອບເຂດພາຍໃນງານສະເພາະ ໂດຍບໍ່ອະນຸຍາດໃຫ້ລົງໄປປ່ອຍແບບຊະຊາຍຄືແຕ່ກ່ອນ ເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເຊີ່ງຈະມີເຈົ້າໜ້າທີ່ກ່ຽວຂ້ອງປະຈໍາເພື່ອການແນະນໍາໃນແຕ່ລະຈຸດ.

ທ່ານຍັງຢືນຢັນຕື່ມວ່າ: ປີນີ້, ບັນດາເຮືອໄຟທີ່ຈະປ່ອຍໃນຄືນວັນເພັງ 15 ຄໍ່າ ຈະຖືກເກັບຂຶ້ນໃຫ້ສໍາເລັດແຕ່ຕອນກາງຄືນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊ່ວງເຮືອໃນຕອນເຊົ້າມື້ຕໍ່ໄປ, ທັງບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມທາງນໍ້າ ແລະ ບໍ່ໃຫ້ເກີດມີຫາງສຽງວິພາກວິຈານຈາກສັງຄົມຄືຫລາຍປີຜ່ານມາ. ເຊີ່ງມາຮອດປັດຈຸບັນ ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ກະກຽມກໍາລັງຄົນ ແລະ ພາຫະນະຮັບໃຊ້ເພື່ອເກັບມ້ຽນຂີ້ເຫຍື້ອທັງຢູ່ຮອບໃນ ແລະ ຮອບນອກພາຍໃນງານຄັ້ງນີ້ໄວ້ຮຽບຮ້ອຍແລ້ວ.

ສໍາລັບງານບຸນອອກພັນສາ ແລະ ຊ່ວງເຮືອ ປະຈໍາປີ 2022 ທີ່ນະຄອນຫລວງວຽງຈັນ ຈະຈັດຂຶ້ນຢ່າງເປັນທາງການເປັນເວລາ 4 ວັນ, ແຕ່ວັນທີ 8-11 ຕຸລາ 2022 ໂດຍຈະມີທັງໝົດ 7 ກິດຈະກໍາ, ເຊີ່ງປີນີ້ນະຄອນຫລວງວຽງຈັນ ຈະຈັດຂຶ້ນແບບເຕັມຮູບແບບອີກຄັ້ງຫລັງຈາກບໍ່ໄດ້ຈັດງານນີ້ມາຫລາຍປີຍ້ອນການລະບາດຂອງພະຍາດໂຄວິດ-19.

error: Content is protected !!