ມອບ-ຮັບ ຂົວອູ່ຂ້າມ ນໍ້າແຊງ ຢູ່ເມືອງ ວຽງຄໍາ ແຂວງ ຫລວງພະບາງ

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ ເມືອງວຽງຄຳ ຈັດຂຶ້ນໃນວັນທີ 12 ກັນຍາ ຜ່ານມາ ໄດ້ມີພາຍຫລັງລົງມືກໍ່ສ້າງມາແຕ່ວັນທີ 10 ມິຖຸນາ ຫາ 8 ກັນຍາ 2022 ລວມໄລຍະເວລາໃນການກໍ່ສ້າງທັງໝົດ 3 ເດືອນ ທຽບກໍານົດເວລາໃນສັນຍາການກໍ່ສ້າງ ສໍາເລັດກ່ອນ 45 ວັນ.

ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງ ຕັ້ງຢູ່ບ້ານວັງເຫິງ ເມືອງວຽງຄໍາ ມີຄວາມຍາວທັງໝົດ 148,23 ແມັດ; ກວ້າງ 1,5 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 2,5 ຕື້ກວ່າກີບ ໂດຍເປັນທຶນປຸກລະດົມຈາກຫລາຍພາກສ່ວນ ໂດຍສະເພາະ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ປະກອບສ່ວນມູນຄ່າ 500 ລ້ານກີບ, ພະແນກແຜນການ ແລະ ການລົງທຶນແຂວງ 500 ລ້ານກີບ ແລະ ພາກສ່ວນອື່ນໆຈໍານວນໜຶ່ງ. ພາຍຫລັງສໍາເລັດການກໍ່ສ້າງຂົວອູ່ຂ້າມນ້ຳແຊງ ໄດ້ເຮັດໃຫ້ປະຊາຊົນ, ລວມທັງພະນັກງານຄູ ແລະ ນັກຮຽນ ເດີນທາງໄປ-ມາມີຄວາມສະດວກຍິ່ງຂຶ້ນ.

ໂອກາດນີ້, ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ປະກອບສ່ວນຊ່ວຍເຫລືອ ໃນການກໍ່ສ້າງຂົວອູ່ ຈົນໄດ້ຮັບຜົນສໍາເລັດ, ພ້ອມທັງຊີ້ນໍາຂະແໜງການທີ່ກ່ຽວຂ້ອງ, ລວມທັງອົງການປົກຄອງບ້ານ ເປັນເຈົ້າການຕິດຕາມ, ເຜີຍແຜ່ກົດລະບຽບການຊົມໃຊ້ ແລະ ພ້ອມກັນປົກປັກຮັກສາຂົວອູ່ ເພື່ອຊົມໃຊ້ໄດ້ຢ່າງຍາວນານ.

ຂໍ້ມູນຂ່າວ: ບຸນທັນ ໄຊຍະວົງ

error: Content is protected !!