ເລັ່ງສ້າງ ນະຄອນ ໄກສອນ ພົມວິຫານ ກາຍເປັນ ນະຄອນ ສີຂຽວຕາມຄາດໝາຍ 6 ສ

ແຫລ່ງຂ່າວຈາກ ແຂວງ​ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງ ການກະສິກໍາ ແລະ ປ່າໄມ້ນະຄອນ ໄກສອນ ພົມວິຫານ ສ້າງຂະບວນ ການປູກຕົ້ນໄມ້ຕາມຄາດໝາຍ 6 ສ ໃນເຂດຕົວເມືອງເກົ່າ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ, ມີບັນດາຮອງເຈົ້າແຂວງ, ຄະນະປະຈໍາພັກແຂວງ, ພະແນກການອ້ອມຂ້າງແຂວງ, ຫ້ອງ ການອ້ອມຂ້າງນະຄອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ທັງນີ້ ກໍເພື່ອເລັ່ງສ້າງນະ ຄອນ ໄກສອນ ພົມວິຫານ ກາຍເປັນນະຄອນສີຂຽວຕາມຄາດໝາຍ 6 ສ.

ທ່ານ ອຸ່ນຄໍາ ຜິວພະຈັນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ນະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ອີງຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນ ແລະ ແຜນພັດທະນະເສດ ຖະກິດ-ສັງຄົມ 5 ປີ ໃນການສ້າງນະຄອນໃຫ້ກາຍເປັນນະຄອນສີ ຂຽວ ແລະຍືນຍົງ ຕາມທິດ 6 ສ ຄື: ສ ສີຂຽວ, ສ ສະອາດ, ສ ສະເໜ່, ສ ສະຫວ່າງ, ສ ສະຫງົບ ແລະ ສ ສີວິໄລ. ດັ່ງນັ້ນ, ຈຶ່ງເລັງເຫັນຄວາມສໍາຄັນໃນການປູກຕົ້ນໄມ້ ປະດັບໃນຂອບເຂດບໍລິເວນເທສະບານນະຄອນ ເຊິ່ງປະກອບມີ 7 ບ່ອນຄື: ເລີ່ມຈາກສວນສຸຂະພາບ ທ່ານ ໜູຮັກ ພູມສະຫວັນ ໄປຫາຕະຫລາດສະຫວັນລາຕີ, ເສັ້ນທາງ ເພັດສະລາດ ໄປຫາແຄມຂອງ ດ້ານຂ້າງວັດໃຫຍ່ໄຊຍະພູມ, ເສັ້ນທາງຕະຫລາດ ດາວເຮືອງໄປຫາ ໂຮງຮຽນຈຸງເຕັກ, ເສັ້ນທາງຕະຫລາດກາງຄືນ ໄປຫາໂຮງຮຽນ ປະຖົມທ່າແຮ່, ເສັ້ນທາງຫໍສະໝຸດ ໄປຫາເສັ້ນທາງເພັດສະລາດ, ຖະໜົນຫລວງຫລົ່ມ ໄປຫາສາລາແຄມຂອງ ແລະ ໂຮງຮຽນປະຖົມ ທ່າແຮ່ ໄປຫາກອງບັນຊາການ ປກສ ແຂວງ.

ສໍາລັບ ຕົ້ນໄມ້ທີ່ໃຊ້ປູກ ມີທັງໝົດ 400 ຕົ້ນ ໂດຍໃຊ້ງົບປະມານ ທັງໝົດ 300 ລ້ານກີບ.

error: Content is protected !!