ສະພາບນ້ຳຖ້ວມ ເມືອງໂພນ ໄຊ ແລະ ຊຽງເງິນ ເລີ່ມເຂົ້າສູ່ປົກກະຕິ

ແຫລ່ງຂ່າວ ຈາກແຂວງ​ ຫລວງພະບາງ ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ສິງຫາ 2022 ຜ່ານມານີ້, ເກີດມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ຢູ່ ບ້ານປາກງາ ແລະ ບ້ານຫ້ວຍເຈ້ຍ ເມືອງໂພນໄຊ; ບ້ານປາກແຟນ ເມືອງຊຽງເງິນ ແຂວງຫລວງພະບາງ ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍສົມຄວນ. ມາຮອດປັດຈຸບັນ ລະດັບນ້ຳໄດ້ລົດລົງ ເລີ່ມເຂົ້າສູ່ສະພາບປົກກະຕິແລ້ວ, ແຕ່ການສັນຈອນຜ່ານເສັ້ນທາງ 2504 ເຊິ່ງເປັນທາງຫລວງທ້ອງຖິ່ນ ແຕ່ນະ ຄອນຫລວງພະບາງ ຫາ ເມືອງໂພນໄຊ ຍັງບໍ່ສາມາດໄປມາຫາສູ່ກັນໄດ້.

ສະເພາະ ບ້ານ​ ປາກແຟນ,​ ເມືອງ​ ຊຽງເງິນ ທີ່ໄດ້ຮັບຜົນກະທົບ ມີຄອບຄົວທີ່ຖືກຜົນກະທົບທັງໝົດ 27 ຄອບຄົວ, ກະທົບໜັກ 8 ຄອບຄົວ ແລະ ມີເຮືອນທີ່ຖືກນໍ້າພັດໄຫລໜີ 4 ຫລັງ, ປະເມີນຄວາມເສຍຫາຍ ໃນເບື້ອງຕົ້ນທັງໝົດ 300 ກວ່າລ້ານກີບ. ປັດຈຸບັນ ສະພາບນ້ຳແມ່ນໄດ້ລົດລົງເປັນປົກກະຕິແລ້ວ, ແຕ່ການໄປມາຫາສູ່ຍັງມີຄວາມລຳບາກ, ເສັ້ນທາງຖືກຕັດຂາດລົດໃຫ່ຍບໍ່ສາມາດເຂົ້າໄປເຖິງໄດ້, ໄຟຟ້າຖືກຕັດຂາດ, ນໍ້າສະອາດບໍ່ມີໃຊ້, ເຮັດໃຫ້ປະຊາຊົນລຳບາກ, ປະຊາຊົນໄດ້ພ້ອມກັນສ້ອມແປງທາງ, ຂຸດດິນອອກຈາກບ່ອນທີ່ມີດິນເຈື່ອນຖົມທາງ ເພື່ອເຮັດໃຫ້ລົດໃຫ່ຍສາມາດແລ່ນໄດ້ຊົ່ວຄາວ. ສ່ວນ ສອງບ້ານ ຢູ່ເມືອງໂພນໄຊ ການເກັບກຳຂໍ້ມູນມູນຄອບຄົວ ທີ່ໄດ້ຮັບຜົນກະທົບ ຍັງບໍ່ສຳເລັດ.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ລາຍງານໃຫ້ຮູ້ວ່າ: ໃນໄລຍະທີ່ເກີດເຫດ ການໄພນ້ຳຖ້ວມ ທາງເມືອງໄດ້ລະດົມກຳລັງທະຫານ-ຕ່ຳຫລວດ ແລະ ທີມງານປ້ອງກັນ-ຄວບຄຸມ ໄພພິ ບັດຂັ້ນເມືອງ ລົງຊ່ວຍເກັບມ້ຽນເຄື່ອງຂອງ ແລະ ຍົກຍ້າຍສັດລ້ຽງ ໄວ້ທີ່ສູງ, ປັດຈຸບັນ ໄດ້ສືບຕໍ່ຊ່ວຍອະນາໄມເຮືອນຂອງປະຊາຊົນທີ່ຖືກນ້ຳຖ້ວມ. ແຕ່ໄພນ້ຳຖ້ວມຄັ້ງນີ້ ສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບເລັກນ້ອຍ ໄດ້ຖືກນ້ຳໄຫລຊຸ. ສ່ວນການແກ້ໄຂບັນຫາການສັນຈອນຕາມທ້ອງຖະໜົນ, ລະບົບສັນຍານໂທລະສັບ ແລະ ລະບົບໄຟຟ້າ ພາກສ່ວນຮັບຜິດຊອບພວມເລັ່ງແກ້ໄຂ ເພື່ອໃຫ້ໄດ້ໃຊ້ງານເປັນປົກກະຕິ.

error: Content is protected !!