ມີແທ້ບໍ? ຊື້ປີ້ລົດໄຟປົກກະຕິ ແຕ່ພະນັກງານອອກປີ້ຢືນໃຫ້

ປັດຈຸບັນລົດໄຟ ລາວ-ຈີນເປັນອີກໜຶ່ງທາງເລືອກທີ່ສະດວກໃນການເດີນທາງໄປມາ ໂດຍສະເພາະແມ່ນການໄປທ່ອງທ່ຽວຢູ່ບັນດາແຂວງຕ່າງໆທາງພາກເໜືອ, ທັງຄົນລາວ ລວມທັງນັກທ່ອງທ່ຽວຕ່າງປະເທດຕ່າງ ກໍພາກັນມາໃຊ້ບໍລິການເດີນທາງຜ່ານລົດໄຟ ລາວ-ຈີນ ໂດຍສະເພາະແມ່ນແຂວງ ຫຼວງພະບາງ ເປັນຈໍານວນຫຼາຍ ເຮັດໃຫ້ການຊື້ປີ້-ຈອງປີ້ມີຄວາມຕ້ອງການເປັນຈໍານວນຫຼາຍ ຫຼ້າສຸດໃນຕອນເຊົ້າຂອງວັນທີ 5 ສິງຫາ ໄດ້ມີຜູ້ໃຊ້ເຟສ ຊື່ Nanlany Namnouvong ໄດ້ໂພດລົງເຟສບຸກສ່ວນຕົວພ້ອມທັງລະບຸຂໍ້ຄວາມວ່າ

“ທຳອິດຄິດວ່າເຮັດແບບສອບຖາມ ແລ້ວຖືກດຣາມາຫຼາຍ ແລ້ວແຈ້ງແຕ່ເພີ້ມຖ້ຽວຊັ້ນດອກ “

ຫຼ້າສຸດ ຊື້ປີ້ລົດໄຟໃຫ້ຫຼານລະໄດ້ປີ້ຢືນ ທຳອິດກະເປັນງົງໆ ເພາະທີ່ຊື້ປີ້ໃຫ້ຍ້ອນບໍ່ຢາກໃຫ້ນັ່ງຕັກ ກັບຢ້ານຫຍຸ້ງຍາກຜູ້ອື່ນ.. ເລີຍເລືອກຊື້ປີ້ ໄປສອບຖາມພະນັກງານແລ້ວ ທຳອິດພະນັກງານກະງົງຄືກັນ.. ແຕ່ຜູ້ອອກປີ້ບອກວ່າ “ປີ້ເຕັມ.. ກະເລີຍອອກປີ້ຢືນໃຫ້” ໂອເຄນ້ຳເບີວັນ.. ຈ່າຍເງິນເຕັມ ເພື່ອໄດ້ປີ້ຢືນ ຕາມແບບສອບຖາມເລີຍ ຫຼື ວ່າຕອນຕອບແບບສອບຖາມ ມີຄົນຕອບເຫັນດີແມ່ນບໍ່? ກະເລີຍວ່າ ຂາຍປີ້ນັ່ງແດ່ ປີ້ຢືນແດ່ ມື້ໃດລົດໄຟເຕັມແຮງ ກະຊິຖືກເລກໄດ້ປີ້ຢືນ 🤣#ສາທຸ99 ເດີ”

ຕໍ່ກັບເຫດການດັ່ງກ່າວ ເຮັດໃຫ້ມີຜູ້ສະແດງຄວາມຄິດເຫັນໃນຫຼາຍດ້ານ ລວມໄປເຖິງປະເດັນໃນການຊື້ປີ້ລົດໄຟ ລາວ-ຈີນ ທີ່ບໍ່ຮູ້ວ່າຈະສຸ່ມໄດ້ ປີ້ນັ່ງ ຫຼື ປີ້ຢືນ.

ຂໍອະນຸຍາດພາບ-ຂໍ້ມູນ: Nanlany Namnouvong

error: Content is protected !!