ປກສ ເມືອງ ໄຊທານີ ມ້າງຄະດີຢາເສບຕິດ ໄດ້ 6 ຈຸດ ຢຶດໄດ້ຢາບ້າ 4 ແສນກວ່າເມັດ

ກອງບັນຊາການ ປກສ ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ໄດ້ລົງມ້າງເຄືອຂ່າຍຄະດີຢາເສບຕິດລາຍໃຫຍ່ຢູ່ເຂດ ບ້ານ  ຕານມີໄຊ ຈັບໄດ້ 3 ຄົນ ພ້ອມຂອງກາງຢາບ້າ ແລະ ຢາໄອສ ແລ້ວສືບຕໍ່ມ້າງຕາມການຊັດທອດຫາຜູ້ຮ່ວມຂະບວນການດຽວກັນໄດ້ອີກ 5 ກຸ່ມ ລວມຂອງກາງຢາບ້າ 471,465 ເມັດ, ຢາໄອສ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເຮໂຣອິນ 1 ຖົງ ນ້ອຍ, ປືນສັ້ນ 1 ກະບອກ, ເງິນສົດ, ລົດໃຫຍ່ ແລະ ລົດຈັກ.

ທ່ານ ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄຊທານີ ຜູ້ຊີ້ນໍາວຽກງານຕໍາຫຼວດ ຖະແຫຼງຕໍ່ສື່ມວນຊົນ ປກສ ໃນວັນທີ 21 ເມສາ 2022 ວ່າ: ເພື່ອປະຕິບັດຕາມແຜນງານ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ, ກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງສ້າງແຜນລະອຽດໃນການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງ; ພາຍຫຼັງໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວວ່າຈະມີການ ຊື້-ຂາຍ ຢາເສບຕິດ, ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ໄຊທານີ ຈຶ່ງແຕ່ງຕັ້ງກໍາລັງວິຊາສະເພາະລົງແກ້ໄຂເປົ້າໝາຍ ໃນເວລາ 10 ໂມງ ຂອງວັນທີ 16 ມີນາ ຢູ່ເຂດບ້ານຕານມີໄຊ ສາມາດຈັບຕົວໄດ້ 3 ຄົນ ຍິງ 1 ຄົນ ຢຶດຢາບ້າໄດ້ 465 ເມັດ, ຢາໄອສ 1 ຖົງນ້ອຍ ນໍາມາສືບສວນຂະຫຍາຍຜົນ; ຜ່ານການສືບ ສວນພວກກ່ຽວຈຶ່ງຊັດທອດຫາຜູ້ຮ່ວມຂະບວນການດຽວກັນ; ຈາກນັ້ນ, ຮອດເວລາ 11 ໂມງ ຂອງວັນດຽວກັນຈຶ່ງລົງມ້າງຢູ່ເຂດບ້ານໜອງພະຍາ ກັກຕົວເປົ້າໝາຍໄດ້ 1 ຄົນ ມີຂອງກາງເຮໂຣອິນ 1 ຖົງນ້ອຍ, ຕໍ່ມາເວລາ 13 ໂມງ ໄດ້ເຂົ້າມ້າງກຸ່ມແກ້ງດຽວກັນຢູ່ເຂດບ້ານດົງໂດກ ກັກຕົວເປົ້າໝາຍໄດ້ 2 ຄົນ ຍິງ 1 ຄົນ; ຮອດເວລາ 15 ໂມງ ໄດ້ລົງແກ້ໄຂກຸ່ມເປົ້າໝາຍ ດຽວກັນຢູ່ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ກັກຕົວເປົ້າໝາຍໄດ້ 1 ຄົນ ຢຶດຢາບ້າໄດ້ 38 ແພັກ ກັບ 5 ຖົງ ເທົ່າກັບ 229,000 ເມັດ, ຢາໄອສ 4 ຖົງໃຫຍ່ ແລະ 1 ຖົງນ້ອຍ, ປືນສັ້ນ 9 ມມ 1 ກະບອກ ພ້ອມລູກປືນ 7 ລູກ; ຕໍ່ມາເວລາ 17 ໂມງ ໄດ້ລົງແກ້ໄຂຕາມການຊັດທອດຢູ່ເຂດບ້ານໄຊສະຫວ່າງ ສາມາດກັກຕົວເປົ້າໝາຍ ໄດ້ 5 ຄົນ ຍິງ 3 ຄົນ ພ້ອມຂອງກາງ ຢາບ້າ 7 ມັດ ເທົ່າກັບ 14,000 ເມັດ, ຢາໄອສ 2 ຖົງໃຫຍ່, ລົດໃຫຍ່ 1 ຄັນ ແລະ ລູກປືນສັ້ນ 6 ລູກ; ຈາກນັ້ນ, ເວລາ 22 ໂມງ ໄດ້ລົງແກ້ຕາມຄໍາຊັດທອດຢູ່ເຂດ ບ້ານ ຫົວຊຽງ ກັກຕົວເປົ້າໝາຍໄດ້ 4 ຄົນ ພ້ອມຂອງກາງຢາບ້າ 38 ແພັກ ເທົ່າກັບ 228,000 ເມັດ.

ຈາກການລົງແກ້ໄຂເປົ້າໝາຍຢາເສບຕິດໃນຄັ້ງນີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດກັກຕົວເປົ້າໝາຍໄດ້ທັງໝົດ 16 ຄົນ ຍິງ 5 ຄົນ; ຜ່ານການສືບສວນ-ສອບສວນ ເຫັນມີສ່ວນກ່ຽວພັນ ກັບຢາເສບຕິດແທ້ 6 ຄົນຄື: ທ້າວ ພຸດທະໄຊ ຫຼື ຕ້ອມ ອາຍຸ 31 ປີ ຢູ່ບ້ານ ຕານມີໄຊ, ທ້າວ ພູວົງ ຫຼື ວັນ ອາຍຸ 20 ປີ ຢູ່ບ້ານ ໜອງພະຍາ, ທ້າວ ວັນດີທໍ່ ອາຍຸ 23 ປີ ຢູ່ບ້ານ ດົງໂດກ, ທ້າວ ກູຢ່າງ ອາຍຸ 28 ປີ ຊ່າງສັກລາຍ ພັກເຊົາຢູ່ບ້ານ ໄຊສະຫວ່າງ, ທ້າວ ອານຸຊາ ຫຼື ແຫຼມ ອາຍຸ 27 ປີ ຢູ່ບ້ານ ຫົວຊຽງ ແລະ ທ້າວ ເອຍເຮີ ອາຍຸ 25 ປີ ຢູ່ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ; ສ່ວນອີກ 10 ຄົນ ເຫັນວ່າບໍ່ກ່ຽວພັນກັບຢາເສບຕິດ ເປັນພຽງຜູ້ມົ້ວສຸມເສບຢາເສບຕິດ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມມອບໃຫ້ຜູ້ປົກຄອງ ແລະ ການຈັດຕັ້ງບ້ານສຶກສາອົບຮົມກ່າວເຕືອນ.

ສໍາລັບຂອງກາງທີ່ກ່ຽວຂ້ອງ ກັບຄະດີນອກຈາກຢາເສບຕິດແລ້ວ ຍັງມີລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ເງິນກີບ 6,400,000 ກີບ, ເງິນບາດ 82,000 ບາດ, ເງິນໂດລາ 1,000 ໂດລາ, ສາຍແຂນຄ້າຍຄືຄໍາ 1 ເສັ້ນ, ແຫວນຄ້າຍຄືຄຳ 1, ວົງ, ສາຍຄໍ ຄ້າຍຄືຄໍາ 1 ເສັ້ນ, ໂທລະສັບ 7 ໜ່ວຍ ທີ່ເຈົ້າໜ້າທີ່ອາຍັດໄວ້.

(ແຫຼ່ງຂໍ້ມູນຂ່າວ-ພາບ: ໜັງສືພິມ ປກສ.)

You will need a period of six weeks in a boot to allow the ligaments to fully heal. The highest major summits of the United States of America. The roots of Latin dance are deep and geographically embedded because it dates back to the fifteenth century when indigenous dances were first recorded by Europeans. It was later known that the cells in cork are only empty because the living matter that once occupied them has died and left behind tiny pockets of air. Fired by what they thought to be a miracle, the Polish people rose to successful resistance. Dash is a new cryptocurrency based on the same technology as Bitcoin. Recipe: Sliced Sweet Potato Pie We love the layered look of this ever-so-sweet streusel -topped treat. So Gellerson told the WIC staff she was feeding Carson goat milk supplemented with liquid infant multivitamins, probiotic powder and other natural ingredients from a recipe Allen had researched online. This article may contain too much repetition or redundant language. Olivier Sarkozy, his half-brother, was chosen by the Carlyle Group, in March, as co-head and managing director of its recently launched global financial services division. Changling is the largest tomb of all the 13 Ming Tombs. This video covers the Sniper certain free to play attachments available from our in game vendor. He was sent to Rome, where he worked at the Yugoslav embassy to the Kingdom of Italy. Yerevan has a single central railway station several railway stations of suburbs have not been used since that is connected to the metro via the Sasuntsi Davit station.
error: Content is protected !!