ເມືອງ ໄຊຈຳພອນ ຫາລືການຄຸ້ມຄອງລາຄາ ນ້ຳມັນເຊື້ອໄຟ

ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງ ໄຊຈຳພອນ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງ ແລະ ການອະນຸຍາດດຳເນີນກິດຈະການ ບໍລິການນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ ໂດຍການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງ ໄຊຈຳພອນ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີພາກສ່ວນກ່ຽວຂ້ອງ, ພ້ອມດ້ວຍຜູ້ປະກອບການນ້ຳມັນເຊື້ອໄຟ ພາຍໃນເມືອງເຂົ້າຮ່ວມ ເພື່ອຄວາມເປັນເອກະພາບໃນການກຳນົດລາຄາຂາຍຍ່ອຍ ປ້ຳນ້ອຍ ໃນແຕ່ລະເຂດທົ່ວເມືອງ ເພື່ອບໍ່ໃຫ້ເອົາປຽບຂອງຜູ້ຊົມໃຊ້.

ໃນກອງປະຊຸມ, ທ່ານ ພອນມະນີ ອຽນວິໄຊ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລາຍງານການຄຸ້ມຄອງປ້ຳນຳມັນເຊື້ອໄຟຢູ່ພາຍໃນເມືອງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບ ຂັ້ນຄຸ້ມຄອງວຽກງານຊັບສິນທາງປັນຍາ ມາດຕະການ ແລະ ວັດແທກ ເລກທີ 1144/ພອຄ ເຊິ່ງໄລຍະ 1 ປີ ຜ່ານມາ ມີຜູ້ປະກອບການດໍາເນີນກິດຈະການທຸລະກິດນໍ້າມັນເຊື້ອໄຟ ທັງໝົດ 34 ຫົວໜ່ວຍ, ໃນນັ້ນມີປ້ຳນ້ອຍ (ປ້ຳອິ້ວ) 33 ຫົວໜ່ວຍ ແລະ ປ້ຳໃຫຍ່ ຫົວຈ່າຍໄຟຟ້າ 1 ຫົວໜ່ວຍ. ສະເພາະ 6 ເດືອນຕົ້ນປີ 2022 ຄະນະຮັບຜິດຊອບໄດ້ລົງກວດບັນດາປ້ຳນ້ຳມັນ ພາຍໃນເມືອງ ເພື່ອເກັບກຳຂໍ້ມູນການສະໜອງນ້ຳມັນເຊື້ອໄຟ ສາມາດສະໜອງນ້ຳມັນ ແອັດຊັງ ຈຳນວນ 55,941 ລິດ, ມູນຄ່າ 824 ລ້ານກວ່າກີບ ທຽບໃສ່ໄລຍະດຽວກັນໃນປີຜ່ານມາ ເພີ່ມຂຶ້ນ 9,41% ແລະ ນ້ຳມັນກະຊວນ ຈຳນວນ 90,441 ລິດ ທຽບໃສ່ ໄລຍະດຽວກັນໃນປີຜ່ານມາ ເພີ່ມຂຶ້ນ 12,96%.

ພ້ອມນັ້ນ ຄະນະຮັບຜິດຊອບ ກໍໄດ້ສັບປ່ຽນກັນເຜີຍແຜ່ດຳລັດ, ຂໍ້ຕົກລົງ, ກົດໝາຍວ່າດ້ວຍມາດຕະການ, ການວັດແທກ, ການປົກປ້ອງຜູ້ຊົມໃຊ້ ແລະ ແຈ້ງການຂອງກະຊວງການເງິນ ກົມສ່ວຍສາອາກອນ ເລກທີ 2896, ແຈ້ງການເລກທີ 1224 ວ່າດ້ວຍການປະຕິບັດລາຄາຂາຍຍົກ-ຂາຍຍ່ອຍນ້ຳມັນເຊື້ອໄຟ ຕາມລາຄາທີ່ກະຊວງອຸດສາຫະກຳ ແລະ ການຄ້າກຳນົດແຕ່ລະໄລຍະ. ຈາກນັ້ນ, ຜູ້ເຂົ້າຮູ່ວ ກໍໄດ້ພ້ອມກັນປະກອບບຄຳຄິດຄຳເຫັນ ແລະ ປຶກສາຫາລືການຄຸ້ມຄອງບໍລິການນ້ຳມັນເຊື້ອໄຟປ້ຳໃຫ່ຍ ແລະ ປ້ຳນ້ອຍ (ປ້ຳອິ້ວ) ເພື່ອເອກະພາບກນົດລາຄາຂາຍຍ່ອຍ ປ້ຳນ້ອຍ ໃນແຕ່ລະເຂດທົ່ວເມືອງ ເພື່ອບໍ່ໃຫ້ເອົາປຽບຂອງຜູ້ຊົມໃຊ້.

error: Content is protected !!