ໃນຕອນເຊົ້າວັນທີ 29 ມິຖຸນາ 2022, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການນໍາເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການ ນໍາເຂົ້າສິນຄ້າ ໃນໄລຍະຜ່ານມາ ເຊິ່ງຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະກ່ຽວກັບສະພາບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິມານ ທີ່ພາຍໃນປະເທດ ສາມາດຜະລິດໄດ້ ລວມທັງໂຄງສ້າງລາຄາ, ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າ ຍຸດທະສາດ ໃນແຕ່ລະໄລຍະ; ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດ ການ ເຄື່ອນໄຫວວຽກງານຕົວຈິງ; ທັງສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ບາງສິນຄ້າທີ່ຄວນຫລຸດຜ່ອນການນຳເຂົ້າ; ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.
ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ຂອງພາກສ່ວນທີ່ກ່ຽວ ຂ້ອງ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະ ນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017; ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ສືບຕໍ່ຊີ້ນຳຂະແໜງການສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມເຂັ້ມງວດ; ກວດກາຄືນ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການຊົມໃຊ້ພາຍໃນ ພ້ອມທັງ ກຳນົດສິນຄ້າທີ່ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ໃຫ້ມີຄວາມຊັດເຈນຕື່ມ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງລາ ຄາສິນຄ້າ ເພື່ອເປັນພື້ນຖານໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ.
ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢ້ຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ; ເອົາໃຈໃສ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ; ຕິດຕາມ, ກວດກາ ການ ຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ແລ້ວສັງລວມລາຍງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.
ພາບ ແລະ ຂໍ້ມູນຂ່າວ: ຫສນຍ
Have you ever wished you could better capture the light, beauty, and color you see? The valence of an element depends on the number of valence electrons that may be involved in the forming of valence bonds. PC Magazine considered the Xbox the prototype for online gaming as it "proved that online gaming communities could thrive in the console space". Also, Shotoku was verry tall for a Japanese, 1m85, and pretty intimidating, even without supernatural powers or a flying black horse with Skyrim like mountain climbing skills. Bone Mill Instruments The Bone Mill reduces harvested bone to a granular consistency that is ideal for adaptation to the grafting site. Due to this reason, it is extremely important that you keep links generated with this key private and for your use only. Recent Post Poruka u boci trailer 10h 17h bus route timings for bank Cablematic support for creative commons clip Carenado phenom p3d v3 flight Ls7 intake valve size. Some form of outdoor housing for much of the year is vastly preferred and strongly recommended over strictly indoor housing. On the flip side, too big a storage space will bring about needless expenses. But, with enough repetition, many people begin to accept the assumption as valid. There was no immediate claim of responsibility, but Taliban militants and Baloch nationalist often carry out such attacks. I was told by the sales person it's not locked and can be used abroad which I later found out to be a lie! I've heard of some using a serial to ethernet adapter and then using desktop PC to capture the data.