ປກສ ເມືອງ​ ໄຊທານ​ີ​ ອາຍັດເງິນ ຫລາຍຮ້ອຍລ້ານກີບ

 ເຈົ້າຫນ້າທີ່ ປກສ ເມືອງ​ ໄຊທານີ ນະຄອນຫລວງ​ວຽງຈັນ ໄດ້ສັ່ງອາຢັດເງິນໃນທະນາຄານ ຂອງຜູ້ຖືກຫາຄະດີຢາເສບຕິດ  ມີເງິນຈຳນວນ  5,​202,​300 ບາດ, 237,​000,​000 ກວ່າກີບ ແລະ  3,​200 ກວ່າໂດລາສະຫະລັດ.

  ປກສ ເມືອງ​ ໄຊທານີ ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດທັງໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ; ໃນນີ້, ແກ້ໄຂເປົ້າໝາຍລາຍໃຫຍ່ ໄດ້ 3 ຄົນ, ລາຍກາງ ໄດ້ 13 ຍິງ 4 ຄົນ, ລາຍຍ່ອຍ ໄດ້ 142 ຍິງ 13 ຄົນ ແລະ ແກ້ຈຸດມົ້ວສຸມ ໄດ້ທັງໝົດ 34 ຈຸດ, ມີຜູ້ຖືກຫາ 47 ຄົນ ຍິງ 12 ຄົນ; ຈາກການແກ້ໄຂຄະດີ​ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍລາຍການຄື: ຢາບ້າ ຢຶດໄດ້ 1,​605,​687 ເມັດ, ຢາໄອສ໌ 6 ກິໂລ ກັບ 596 ກຼາມ, ລົດໃຫຍ່ຈຳນວນ 7 ຄັນ, ລົດຈັກ 7 ຄັນ, ອາວຸດເສິກ 4 ກະບອກ, ປືນສັ້ນ 3 ກະບອກ, ປືນຍາວ AK ຈໍານວນ 1 ກະບອກ.

  ອັນພົ້ນເດັ່ນ: ສາມາດແກ້ໄຂຄະດີລາຍໃຫຍ່ໄດ້ 2 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 10 ຍິງ 1 ຄົນ ຢຶດຢາເສບຕິດປະເພດຢາບ້າໄດ້ 502,​875 ແມັດ, ຢາໄອສ໌ 6 ກິໂລ ກັບ 21 ກຼາມ, ລົດໃຫຍ່ຈຳນວນ 5 ຄັນ, ລົດຈັກຈຳນວນ 2 ຄັນ, ເງິນກີບຈໍານວນ 156,​400,​000 ກີບ, ເງິນບາດ 3,​866,​000 ບາດ, ເງິນໂດລາ 25,​800 ໂດລາ, ຄຳຮູບປະພັນລວມ 24 ລາຍການ, ໂທລະສັບ 9 ໜ່ວຍ, ໃບຕາດີນ 8 ໃບ, ເຮືອນ 2 ຫຼັງ, ເຊິ່ງຄະດີດັ່ງກ່າວເກີດຂຶ້ນໃນ 6 ເດືອນຕົ້ນປີ 2022.
error: Content is protected !!