IMF ເຕືອນ! ຄວາມເຄັ່ງຮ້ອນ ແລະ ໄພເງິນເຟີ້ ກໍາລັງສົ່ງຜົນກະທົບຕໍ່ເສດຖະກິດທົ່ວໂລກ

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ທ່ານນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ກ່າວເຕືອນວ່າ: ສະຖານະການຄວາມເຄັ່ງຮ້ອນໃນໂລກ ກຳລັງເຮັດໃຫ້ແງ່ຫວັງດ້ານເສດຖະກິດຂອງບັນດາປະເທດເກືອບທັງໝົດໃນໂລກອ່ອນຕົວລົງ. ໄພເງິນເຟີ້ຢູ່ລະດັບສູງແມ່ນຄວາມສ່ຽງອັນຕະລາຍຢ່າງຈະແຈ້ງຕໍ່ພື້ນຖານເສດຖະກິດທົ່ວໂລກໃນປັດຈຸບັນ.

ທ່ານນາງ ຄຣິສຕາລິນາ ຈໍຈີວາ ໃຫ້ຮູ້ວ່າ: ສະຖານະການຄວາມເຄັ່ງຮ້ອນໃນປັດຈຸບັນ ແມ່ນໜຶ່ງໃນປັດໄຈທີ່ເຮັດໃຫ້ພື້ນຖານເສດຖະກິດຂອງ 143 ປະເທດ ຫຼຸດລະດັບລົງ ເຖິງວ່າເສດຖະກິດຢູ່ຫຼາຍປະເທດຍັງສືບຕໍ່ມີການເຕີບໂຕ. ວິກິດການນີ້ໄດ້ເຮັດໃຫ້ການຄ້າທົ່ວໂລກທາງດ້ານພະລັງງານ, ທັນຍາຫານ, ອາຫານຂາດວັກຂາດຕອນ, ອາດຈະເກີດການຂາດດຸນຂອງທັນຍາຫານຢູ່ ອາຟຣິກາ ແລະ ພາກຕາເວັນອອກກາງ.

ທ່ານນາງ ຄຣິສຕາລິນາ ຈໍຈີວາ ຍັງຮຽກຮ້ອງໃຫ້ຫຼາຍຝ່າຍມີຂໍ້ລິເລີ່ມ ເພື່ອແນໃສ່ເພີ່ມທະວີການຄ້ຳປະກັນທັນຍາຫານ ໃນສະພາບທີ່ລາຄາອາຫານ ແລະ ສາລີ ພວມເພີ່ມຂຶ້ນສູງ, ແຫຼ່ງສະໜອງຢູ່ ອາຟຣິກາ ແລະ ພາກຕາເວັນອອກກາງ ກໍພວມຂາດແຄ້ນ.

He helped collect resources and design a college planning curriculum for immigrant and undocumented students to enhance their college access. The polarized lenses make it easy on the eyes while driving.
error: Content is protected !!