ກົມອາຫານ ແລະ ຢາ ກວດພົບຜະລິດຕະພັນເສີມສຸຂະພາບ “ປອມ”​ ທີ່ນໍາຂົ້າຈາກຕ່າງປະເທດແບບບໍ່ຖືກຕ້ອງ​

​ໃນວັນທີ 5 ຕຸລາ 2026 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ອອກໜັງສືແຈ້ງການ​ສະບັບເລກທີ​ 4594/ກອຢ ກ່ຽວກັບການລົງຕິດຕາມກວດກາຜະລິດຕະພັນເສີມສຸຂະພາບ ຊື່ການຄ້າ BERROCA PERFORMANCE ORANGE FLAVOR ທີ່ນໍາເຂົ້າຈາກຕ່າງປະເທດແບບບໍ່ຖືກຕ້ອງ ທີ່ພົບເຫັນໃນນະຄອນຫລວງວຽງຈັນ.

☑️ ​ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງໃຫ້ຊາບວ່າ ໃນປັດຈຸບັນໄດ້ມີຜະລິດຕະພັນເສີມສຸຂະພາບ ທີ່ນໍາເຂົ້າບໍ່ຖືກຕ້ອງ ຈໍລະຈອນຈໍາໜ່າຍໃນຮ້ານຂາຍຢາ ທີ່ພົບເຫັນແມ່ນເຂດນະຄອນຫຼວງວຽງຈັນ ຜະລິດຕະພັນດັ່ງກ່າວ ບໍ່ໄດ້ຮັບອະນຸຍາດ ຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ເພື່ອຮັບປະກັນຄຸນນະພາບຜະລິດຕະພັນເສີມສຸຂະພາບ ທີ່ຈໍລະຈອນຈໍາໜ່າຍ ຢູ່ ສປປ ລາວ, ສະເໜີໃຫ້ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິບັດ ຄື:

1️⃣​. ສະເໜີໃຫ້ກອງກວດກາ ອາຫານ ແລະ ຢາ, ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ ໃນທົ່ວປະເທດ ຊີ້ນໍາ ເຈົ້າໜ້າທີ່ກວດກາ ອາຫານ ແລະ ຢາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອລົງຕິດຕາມກວດກາຜະລິດຕະພັນເສີມສຸຂະພາບ ຊື່ການຄ້າ BERROCA PERFORMANCE ORANGE FLAVOR ທີ່ນໍາເຂົ້າບໍ່ຖືກຕ້ອງ ທີ່ຈໍລະຈອນຈໍາໜ່າຍໃນຂອບເຂດທົ່ວປະເທດ ຊຶ່ງມີຂໍ້ສັງເກດດັ່ງ ລຸ່ມນີ້:

✔️​ ຜະລິດຕະພັນ ຊື່ການຄ້າ: (BERROCA PERFORMANCE ORANGE FLAVOR) ບໍລິສັດ ດີເຄເອັດສ໌ເຮັດສ໌ລາວ ຈຳກັດ ເປັນຜູ້ນໍາເຂົ້າຖືກຕ້ອງ

1). ໄດ້ຮັບການຂຶ້ນທະບຽນຈາກກົມອາຫານ ແລະ ຢາ

2). ຂະໜາດບັນຈຸ 15 ເມັດ/ຫຼອດ ແລະ ແບບຊອງ 1 ກ່ອງມີ 24 ຊອງ

3). ມີເລກຂຶ້ນທະບຽນນໍາກົມອາຫານ ແລະ ຢາ ເລກທີ 08 HSI 0042/17

4. ມີສະຫລາກພາສາລາວ

❌ ສ່ວນຜະລິດຕະພັນ ຊື່ການຄ້າ: (BERROCA PERFORMANCE ORANGE FLAVOR) ທີ່ນໍາເຂົ້າບໍ່ຖືກຕ້ອງ:

1). ບໍ່ໄດ້ຮັບການຂຶ້ນທະບຽນຈາກກົມອາຫານ ແລະ ຢາ

2). ຂະໜາດບັນຈຸ 10 ເມັດ/ຫຼອດ, 1 ກ່ອງ

3). ບໍ່ມີເລກທະບຽນຂອງກົມອາຫານ ແລະ ຢາ ແລະ ບໍ່ໄດ້ຕິດສະຫຼາກ ເປັນພາສາລາວ

2️⃣. ຖ້າພົບເຫັນຜະລິດຕະພັນເສີມສຸຂະພາບດັ່ງກ່າວໃຫ້ຢຶດ ແລະ ເກັບຮັກສາໄວ້ນໍາກອງກວດກາອາຫານ ແລະ ຢາ ແລະ ຂະແໜງອາຫານ ແລະ ຢາແຂວງ, ພ້ອມທັງເກັບກຳຂໍ້ມູນໃນການສະໜອງ ຫລື ແຫຼ່ງທີ່ມາໃຫ້ລະອຽດ ແລ້ວລາຍງານໃຫ້ກົມອາຫານ ແລະ ຢາ ຊາບ.

3️⃣​. ໃຫ້ສືບຕໍ່ປະສານ ແລະ ວາງແຜນແກ້ໄຂຕາມລະບຽບການ.

📰​ທີ່ມາ: ກົມ​ອາຫານ​ ແລະ​ ຢາ

error: Content is protected !!