ຄືບໜ້າ 80% ສຳລັບໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂອງເມືອງທຸລະຄົມ

ໃນຕອນບ່າຍວັນທີ 19 ຕຸລາ 2026 ນີ້, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂອງເມືອງທຸລະຄົມ ໃນໄລຍະທາງແຕ່ບ້ານດົງ ຫາ ບ້ານເກິນເໜືອ ມີໄລຍະທາງ 24 ກິໂລແມັດ, ເຊິ່ງເປັນໂຄງການປັບປຸງທາງຢາງ 2 ຊັ້ນ. ຜູ້ຮັບເໝົາກໍ່ສ້າງໂດຍ ບໍລິສັດ ພິນທອງ ແລະ ບໍລີສັດໄຊເຊດຖາ ຈໍາກັດ ມາເຖິງປັດຈຸບັນແມ່ນມີຄວາມຄືບໜ້າ 80%.

ພາຍຫຼັງໂຄງການດັ່ງກ່າວສໍາເລັດຈະເປັນເງື່ອນໄຂທີ່ສໍາຄັນເຮັດໃຫ້ການຂົນສົ່ງຂອງເມືອງສະດວກສະບາຍ, ເປັນການກະຕຸ້ນເສດຖະກິດຂອງເມືອງ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ໃນໄລຍະການກໍ່ສ້າງນີ້ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຜູ້ນໍາໃຊ້ລົດໃຊ້ຖະໜົນຈົ່ງລະມັດລະວັງໃນການສັນຈອນໄປ-ມາເພື່ອຫຼີກລ້ຽງອຸບັດຕິເຫດ.

——————-

ຂໍ້ມູນຈາກ: ທຸລະຄົມວັນນີ້

error: Content is protected !!