ໃນວັນທີ 24 ມັງກອນ 2023 ນີ້, ບັນດາຄະນະກົມ ຂອງກະຊວງການເງິນ ນໍາໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ຄະນະຄັງເງິນແຫ່ງຊາດ, ຄະນະກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນ, ຄະນະແນກ, ພະນັກງານວິຊາການຂອງກະຊວງການເງິນ ລົງຊຸກຍູ້, ຕິດຕາມການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ຜ່ານລະບົບທັນສະໄໝ ຂອງຂະແໜງການເງິນຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງ ພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ ພ້ອມຄະນະ.

ການລົງຊຸກຍູ້, ຕິດຕາມໃນຄັ້ງນີ້, ແມ່ນໜຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລວມທັງປະຕິບັດຕາມຄໍາສັ່ງ ສະບັບເລກທີ 18/ນຍ, ວ່າດ້ວຍການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ, ທັງຮັບປະກັນໃຫ້ຫົວໜ່ວຍງົບ ປະມານຖືກຕ້ອງ, ຄົບຖວນ, ໂປ່ງໃສ ໂດຍສະເພາະໃນຂະແໜງສ່ວຍສາອາກອນ, ການນຳໃຊ້ລະບົບຄຸ້ມຄອງການ ເກັບລາຍຮັບຄ່າທຳນຽມທາງແບບເອເລັກໂຕຣນິກ, ລະບົບຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຜ່ານອຸປະກອນ IPOS ແລະ ຂະແໜງຄັງເງິນນໍາໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ເຫັນວ່າການຈັດຕັ້ງປະ ຕິບັດແມ່ນມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ພ້ອມກັນນີ້, ຍັງໄດ້ມີການແລກປ່ຽນກັນຫລາຍບັນຫາ ໃນການຈັດຕັ້ງປະຕິບັດວຽກງານລະບົບທັນສະໄໝ ຂອງຂະແໜງການເງິນ, ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ, ຊຶ່ງເຫັນໄດ້ວ່າມີທັງ ຂໍ້ສະດວກຂໍ້ຫຍຸ້ງຍາກ, ໃນການປະຕິບັດວຽກງານ, ການຫັນວຽກງານເປັນທັນສະໄໝ ເປັນຕົ້ນ ການນໍາໃຊ້ອຸປະ ກອນ iPOS ເພື່ອລວມສູນງົບປະມານຂອງລັດ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ. ນອກນັ້ນ, ຍັງຈະ ໄດ້ຂະຫຍາຍເພີ່ມ 3 ຈຸດ ໃຫ້ບໍລິການຢູ່ເກັບລາຍຮັບຄ່າທຳນຽມ ປະຈຳກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ສາຂາເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ, ເພື່ອນຳໃຊ້ລະບົບຄຸ້ມຄອງການຈັດເກັບຄ່າທຳ ນຽມທາງ ຕື່ມອີກ.
ຂ່າວ-ພາບ: ກະຊວງການເງິນ
Deserted by the Parisians because of the competition of the subway, the line is for most of the route, closed to the traffic of travelers from the 23rd July Two inhabited rings buttress around these wings. While thoughtfully building his very own label, as well as delivering quality mixes on Rinse FM on a monthly base, combined with playing nights all over. Channel infrastructure is still used for Comcast Sportsnet Philadelphia. Coming from an O'Neil Tirade helmet which was nice, with its micro suede interior, and novelty bluetooth system which was more of a novelty than functional, an older HJC, and an older Icon Mainframe, the Variant Construct is a definitive step up. In story terms, its cavalcade of melodrama and conflict isn't always persuasive, but writer-director Darnell Martin's respect for the music shines through. Also, because you made this so easy to follow, I was able to figure out how to add a second set of data with its own average, standard deviation, and norm. Suezilta Afganistaniin - suomalaiset rauhaa turvaamassa by Rauli Virtanen lib-fin.