ໃນລະຫວ່າງ ວັນທີ 28-30 ມິຖຸນາ 2022, ທີ່ແຂວງ ວຽງຈັນ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຜ່ານເນື້ອໃນຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງກິດຈະການສະຖານີປະຈຸ (ສາກ) ລົດໄຟຟ້າ ແລະ ການນໍາສະເໜີບົດຮຽນ ກ່ຽວກັບມາດຕະຖານລົດໄຟຟ້າ ແລະ ລາຄາ (ສາກ) ໄຟ ຂອງຕ່າງປະເທດ ເຊິ່ງຮ່າງດັ່ງກ່າວປະກອບມີ 10 ໝວດ, 65 ມາດຕາ. ທັງນີ້ ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລື ກັນກ່ຽວກັບການກຳນົດຫລັກການ, ລະບຽບການ, ມາດ ຕະຖານ ໃນການດຳເນີນທຸລະກິດ, ການຕິດຕັ້ງ, ການຄຸ້ມຄອງ ແລະ ການກວດກາກິດຈະການ ສະ ຖານີສາກລົດໄຟຟ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.
ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປັດຈຸບັນ, ມີຫລາຍປະເທດໃນໂລກ ໄດ້ເລີ່ມນໍາໃຊ້ລົດໄຟຟ້າ ພ້ອມທັງພັດທະນາລະບົບສາກໄຟຟ້າ ຕາມສະຖານທີ່ຕ່າງໆ ນັບມື້ຫລາຍຂຶ້ນໃນສັງຄົມ ເຊິ່ງມີເປົ້າໝາຍເພື່ອຫລຸດຜ່ອນຜົນກະທົບຈາກມົນລະພິດທາງອາກາດ ທີ່ເກີດຂຶ້ນຈາກການປ່ອຍກ໊າສ CO2 ຂອງໂຮງງານອຸດສາຫະກໍາ ແລະ ຈາກພາຫະນະທີ່ໃຊ້ນໍ້າມັນເຊື້ອໄຟ. ຫລາຍປະເທດໄດ້ເລີ່ມປະກາດຈຸດຢືນ ໃນການຮັກສາສິ່ງແວດລ້ອມພັນທະຂອງຕົນ ຕໍ່ການຫລຸດ ຜ່ອນມົນລະພິດທາງອາກາດ ໂດຍສະເພາະ ກໍານົດທິດທາງການພັດທະນາ ແລະ ນໍາໃຊ້ພາຫະນະທີ່ບໍ່ມີມົນລະພິດ. ພາຍຫລັງທີ່ລັດຖະບານ ໄດ້ອອກມະຕິວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍບາຍການນຳໃຊ້ລົດ ໄຟຟ້າ ໃນສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ໂດຍມີທິດຊີ້ນຳ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ; ໃນນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຮັບຜິດຊອບ ໃນການສ້າງນິຕິກຳທີ່ກ່ຽວຂ້ອງກັບສະຖານີສາກ ລົດໄຟຟ້າ, ການກຳນົດໂຄງສ້າງລາຄາໄຟຟ້າສຳລັບທີ່ຢູ່ອາໄສ ແລະ ການສາກລົດໄຟຟ້າແບບສາທາລະນະ.
ທ່ານ ຄຳໂສ້ ກຸໂພຄຳ ກ່າວຕື່ມວ່າ: ສຳລັບ ສປປ ລາວ ໂດຍອີງໃສ່ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟ ມີລັກສະນະເພີ່ມຂຶ້ນໃນປັດຈຸບັນ. ເພື່ອເປັນການຜັນຂະຫຍາຍມະຕິຂອງລັດຖະບານ ເລກທີ່ 08/ລບ ເຫັນໄດ້ວ່າຄວາມສົນໃຈຂອງສັງຄົມໃນການຫັນມານໍາໃຊ້ລົດໄຟຟ້າ ມີລັກສະນະເພີ່ມຂຶ້ນຫລາຍ ຮອດປັດຈຸບັນມີຫລາຍກວ່າ 166 ຄັນ (ຂໍ້ມູນພະແນກ ຍທຂ ນະຄອນລວງ ວຽງຈັນ 11/5/2022) ແລະ ສະຖານີສາກລົດໄຟຟ້າ ມີຈຳນວນ 15 ຈຸດ ໃນນັ້ນ, 1 ຈຸດແມ່ນລະບົບສາກໄວ ໃນນະຄອນຫລວງ ວຽງຈັນ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດໄຟຟ້າຢູ່ ສປປ ລາວ ແລະ ມີແນວໂນ້ມຈະເພີ່ມຂຶ້ນອີກໃນອະນາຄົດ.
ຄຽງຄູ່ກັນນັ້ນ, ໃນເບື້ອງພາກລັດ ກໍໄດ້ສົ່ງເສີມໃຫ້ມີການນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງ ໃນໄລຍະເລີ່ມຕົ້ນ ແລະ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ໃຫ້ໄດ້ 1% ຂອງການນໍາໃຊ້ພາ ຫະນະທັງໝົດ ແລະ ແຜນປີ 2025-2030 ໃຫ້ໄດ້ 30%. ນອກຈາກນັ້ນ, ແຜນພັດທະນາສະຖານີ (ສາກ) ລົດໄຟຟ້າແບບສາທາລະນະ ແບບປານກາງຫາໄວ ຮອດປີ 2025 ໃຫ້ໄດ້ຢ່າງໜ້ອຍ 50 ສະຖາ ນີທີ່ມີຫົວສາກແຕ່ 5-10 ໜ່ວຍ ແລະ 100 ສະຖານີ ໃນປີ 2030 ໃນຂອບເຂດທົ່ວປະເທດ.
ຂໍ້ມູນ: ກົມສົ່ງເສີມ ແລະ ປະຢັດພະລັງງານ
Very quiet and out of the way hotel, if you're looking for peace and quiet and a bit of time out from the hustle and bustle of the city, then this is the place for you. His expertise are Prathistana, Veda Parayana, Sanskrit teaching, discourses in Hindi Explaining scriptures and teaching and performing the regular and special events at the temple and at devotees. To keep using your Office applications, you need to reactivate the subscription. The series has mainly been composed by Kenichi Kanemaki, with other writers writing the scripts for individual episodes. These new Texas landowners are changing the results of local elections, including those on stock laws. Toon Boom Animation is the leading supplier of animation software and storyboard software for animation studios and media publishers. We arrived at this place with a fence with a motorcycle sticking out through it and with the gates closed.