ປະທານາທິບໍດີ ອາເມຣິກາ ຈະພົບປະກັບຜູ້ນຳປະເທດສະມາຊິກ ອາຊຽນ

ສຳນັກ​ຂ່າວ​ ເອພີ ລາຍງານວ່າ, ທ່ານ ​ໂຈ​ ໄບ​ເດັນ (Joe Biden), ປະທານາທິບໍດີ ສ.ອາ​ເມ​ຣິ​ກາ ຈະ​ເປັນ​ເຈົ້າພາບ ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກັບ​ບັນດາຜູ້ນຳປະ​ເທດ​ສະມາຊິກ ​ອາ​ຊຽນ ທີ່​ນະຄອນຫລວງ ​ວໍ​ຊີງ​ຕັນ ໃນລະຫວ່າງ ວັນ​ທີ 12-13 ພືດ​ສະພາ ​ນີ້.

ກອງ​ປະຊຸມ​ຄັ້ງນີ້ ​ຈະ​ເປັນ​ວາລະຄົບຮອບ 45 ປີ ​ແຫ່ງ​ການ​ພົວພັນ​ ສ.ອາ​ເມ​ຣິ​ກາ-ອາ​ຊຽນ ສືບ​ຕໍ່​ຈາກ​ກອງ​ປະ​ຊຸມ​ທີ່ ທ່ານ ​ໂຈ​ໄບ​ເດັນ​ ເຂົ້າຮ່ວມ​ກອງປະຊຸມ​ສຸດ​ຍອດຜູ້ນຳ​ ອາ​ຊຽນ ​ແລະ ປະ​ເທດ​ພັນທະ​ມິດເມື່ອເດືອນ ຕຸລາ ປີ​ຜ່ານມາ​ນີ້ ພ້ອມ​ທັງ​ປະກາດ​ໃຫ້ການ​ຊ່ວຍ​ເຫລືອ ອາ​ຊຽນ ມູນ​ຄ່າ 102 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ການ​ຕໍ່ສູ້​ກັບ​ພະຍາດ ໂຄ​ວິດ-19 ​ແລະ ຄວາມ​ໝັ້ນຄົງ​ທາງ​ສຸຂະພາບ ລວມທັງການ​ຮັບ​ມືສະພາວະ​ໂລກ​ຮ້ອນ, ສະໜັບສະໜູນ ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ແລະ ສ້າງ​ຄວາມ​ເທົ່າ​ທຽມ​ທາງເພດ.

Newton's first law: Unless an unbalanced force acts on an object, an object at rest stays at rest and an object in motion stays in motion. They'll probably just end up inventing an alternative story, like they did with Rey.
error: Content is protected !!