ເວລາປະມານ 23 ໂມງຂອງວັນທີ 29 ມິຖຸນາ 2023 ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ. ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ
ບ້ານເມືອງ
ຈຳປາສັກ-ນະຄອນດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື
ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ທ່ານ ເລ ຈຸງ ຈິງ ປະທານຄະນະກຳມະການ ປະຊາຊົນນະຄອນດາໜັງ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2023 ທີ່ນະຄອນດາໜັງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນດາໜັງ
ກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 18 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,
ເປີດສູນວາງສະແດງວັດທະນະທຳລົດໄຟຢູ່ສະຖານີນະຄອນຫລວງວຽງຈັນ
ໃນວັນທີ 20 ມິຖຸນາ 2023, ໄດ້ມີພິທີເປີດສູນວາງສະແດງວັດທະນະທໍາລົດໄຟ ຢູ່ສະຖານີນະຄອນຫລວງວຽງຈັນຂອງທາງລົດໄຟລາວ-ຈີນຢ່າງເປັນທາງການ ໂດຍແມ່ນ ບໍລິສັດ CRRC ແລະ ບໍລິສັດທາງລົດໄຟລາວ-ຈີນ ເປັນຜູ້ຮ່ວມສັ້ງຕັ້ງ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປ, ສູນວາງສະແດງວັດທະນະທຳທາງລົດໄຟ ຈະຈັດການວາງສະແດງຢູ່ສະຖານີນະຄອນຫລວງວຽງຈັນ ເປັນເວລາ 30 ວັນ ໂດຍຈະມີລົດໄຟລົດລາງທີ່ທັນສະໄໝ 20 ກວ່າປະເພດ ທີ່ຜະລິດໂດຍບໍລິສັດ CRRC,
ເລຂາທິການໃຫຍ່ ສືບຕໍ່ຢ້ຽມຢາມເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ
ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພາຍຫລັງສຳເລັດການຢ້ຽມຢາມ ຢູ່ແຂວງ ຢຸນນານ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະ ນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ສືບຕໍ່ຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ
ສາລະວັນ ຈະກໍ່ສ້າງທາງປູຫີນຂົບໄລຍະ 24 ກິໂລແມັດ
ບໍລິສັດ ຈະເລີນໄຊກໍ່ສ້າງຂົວທາງ, ເຄຫະສະຖານ ແລະ ກໍ່ສ້າງຊົນລະປະທານ ເປັນຜູ້ຊະນະການປະມູນ ເປັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງປູຫີນຂົບ ແຕ່ແຍກທາງ 15A ບ້ານຄອນສາຍ ເມືອງວາປີ ຫາແຍກທາງ 13 ໃຕ້ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ, ຄວາມຍາວ 24 ກິໂລແມັດ, ໃນມູນຄ່າ 97 ຕື້ກວ່າກີບ ແລະ
ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກຂໍ້ຕົກລົງ ການສົ່ງອອກທັນຍາພືດ
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 14 ມິຖຸນາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກ ຂໍ້ຕົກລົງ ການສົ່ງອອກ ທັນຍາພືດ ເນື່ອງຈາກ ທັນຍາພືດ ສ່ວນໃຫຍ່ ຂອງ ອູແກຣນ ຖືກຈຳໜ່າຍ ໃຫ້ແກ່ກຸ່ມ ປະເທດ ສະຫະພາບ ເອີຣົບ ທີ່ຮັ່ງມີ ຫລາຍກວ່າ ກຸ່ມປະເທດ ທີ່ພວມພັດທະນາ ຕາມທີ່ຕົກລົງໄວ້. ທ່ານ ວາລາດີເມຍ ປູຕິນ ໄດ້ປະຊຸມກັບ ຄະນະ ຜູ້ບັນຊາການ ທະຫານ ແລະ ກ່າວວ່າ: ການສົ່ງອອກ ອາຫານ ເປັນໜຶ່ງ ໃນແຫລ່ງລາຍໄດ້ ຈາກ ເງິນຕາ ຕ່າງປະເທດ ຂອງ ອູແກຣນ , ໂດຍ ຣັດເຊຍ ເຮັດຂໍ້ຕົກລົງນີ້ ເພື່ອຊ່ວຍເຫລືອ
ກຳປູເຈຍ-ລາວ-ຫວຽດນາມ ຫາລືກະກຽມແກ່ກອງປະຊຸມສຸດຍອດ ລັດຖະສະພາ ຄັ້ງທີ 1
ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2023 ຄະນະຜູ້ແທນສະພາແຫ່ງຊາດລາວ, ກຳປູເຈຍ ແລະ ສສ ຫວຽດນາມ ເຊິ່ງຝ່າຍລາວນຳໂດຍທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງ ປະເທດ ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກ ຮ່ວມກັບ ທ່ານ Suos Yara ປະທານກຳມາທິການການຮ່ວມມືສາກົນ, ຂໍ້ມູນ ແລະ ຂ່າວສານ ຂອງສະພາແຫ່ງຊາດກຳປູເຈຍ
ມີສັດນ້ຳ-ສັດປ່າ ຫລາຍກວ່າ 150 ຊະນິດໃນລາວທີ່ໃກ້ຈະສູນພັນ
ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານສິ່ງແວດລ້ອມ ເພາະເປັນວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ, ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ການກຳນົດໃຫ້ມີວັນສິ່ງແວດ ລ້ອມ ກໍເພື່ອເປັນການປູກຈິດສຳນຶກໃຫ້ຄົນທົ່ວໂລກ ເຫັນໄດ້ຄວາມສຳຄັນ ຂອງການປົກປັກສາສິ່ງແວດລ້ອມ. ປະເທດລາວ ກໍເປັນອີກປະເທດໜຶ່ງທີ່ເຫັນຄວາມສຳຄັນ ຂອງບັນຫາສິ່ງແວດລ້ອມ. ດັ່ງນັ້ນ, ພັກ-ລັດ ຈຶ່ງໄດ້ສ້າງນິຕິກຳ, ຂໍ້ກຳນົດ ກົດໝາຍຕ່າງໆຂຶ້ນມາ ເພື່ອເປັນເຄື່ອງມື ໃນການປົກປັກຮັກສາສິ່ງແວດລ້ອມ ແຕ່ເຖິງປານນັ້ນ
ປີນີ້ ແຂວງເຊກອງ ຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 49.114 ໂຕນ
ທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງເຊກອງ ເປີດເຜີຍຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນນີ້ວ່າ: ໃນປີ 2023 ແຂວງເຊກອງ ຈະສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ທັງໝົດ 49.114 ໂຕນ ໃນເນື້ອທີ່ 12.189 ເຮັກຕາ. ໃນນີ້, ການຜະລິດເຂົ້ານາງແຊງໃຫ້ໄດ້ 3.437 ໂຕນ ໃນເນື້ອທີ່ 825 ເຮັກຕາ ແລະ










