ວັນທີ 22 ສິງຫາ 2024 ນີ້ ຜູ້ອາໄສຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ລາຍງານສະພາບນໍ້າຖ້ວມກະທັນຫັນ ຢູ່ບໍລິເວນຕຶກລາວມຽນ ແລະ ເຂດອື່ນໆພາຍໃນເສດຖະກິດພິເສດສາມຫລ່ຽມຄຳ ເນື່ອງຈາກຝົນຕົກຕໍ່ເນື່ອງກັນຫລາຍວັນເຮັດໃຫ້ເຂດພື້ນທີ່ຕໍ່າລະບາຍນໍ້າບໍ່ທັນຍື່ງຂຶ້ນສູງກວ່າ 1 ແມັດ ບາງບ່ອນພຽງເອິກ ບາງບ່ອນພຽງແອວ ຫລື ເກືອບຫວິດຫລັງຄາລົດໃຫຍ່. ສ່ວນລາຍລະອຽດຄວາມເສຍຫາຍຍັງບໍ່ສາມາດປະເມີນໄດ້. ຂໍໃຫ້ທຸກຄົນປອດໄພ
ບ້ານເມືອງ
ໄປມາໄດ້ສະດວກ ເສັ້ນທາງພູເກົ້າຫລັກສຳເລັດການປູເບຕົງ
ວັນທີ 22 ສິງຫາ 2024 ນີ້ ຜູ້ຮັບຜິດຊອບໂຄງການ ກໍ່ສ້າງ ສ້ອມແປງເສັ້ນທາງ ພູເກົ້າຫລັກ ລາຍງານວ່າ: ເສັ້ນທາງພູເກົ້າຫລັກ ກາສີ-ເມືອງນານ ການປັບປຸງກໍ່ສ້າງທາງເບຕົງ ຈຸດໂຄ້ງ ແມ່ນສຳເລັດແລ້ວ ສາມາດທຽວໄປມາໄດ້ສະດວກ. ໂຄງການດັ່ງກ່າວ ເລີ່ມປັບປຸງປົວແປງມາແຕ່ວັນທີ 11 ມີນາ 2024 ໃນໄລຍະທາງທີ່ປັບປຸງ 9 ກິໂລແມັດ
ລະດັບນໍ້າຂອງຂຶ້ນສູງ ໃນວັນທີ 22 ສິງຫາ 2024 ຢູ່ທີ່ເຂດແຄມຂອງ (ສວນເຈົ້າອານຸວົງ) ນະຄອນຫຼວງວຽງຈັນ ເນື່ອງຈາກຝົນຕົກໜັກໃນຊ່ວງຜ່ານມາ.
ແຈ້ງການ! ເຖິງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດຢູ່ໃນ ສປປ ລາວ ຕ້ອງໄດ້ນຳໃຊ້ໃບເກັບເງິນຕາມທີ່ກຳນົດໄວ້ໃນ ດຳລັດ ວ່າດ້ວຍການຄຸ້ມຄ້ອງໃບເກັບເງິນ ຂອງຂະແໜ່ງສ່ວຍສາອາກອນ.
– ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019; – ອີງຕາມ ດໍາລັດວ່າດ້ວຍການຄຸ້ມຄອງໃບເກັບເງິນ ສະບັບເລກທີ 297/ລບ, ລົງວັນທີ 29 ສິງຫາ 2022; – ອີງຕາມ ຄໍາສັ່ງວ່າດ້ວຍການຫ້າມ ພິມ, ຈໍາໜ່າຍ ແລະ
ສືບຕໍ່ມ້າງກຸ້ມແກ້ງເຄືອຄ່າຍພວກສໍ້ໂກງທາງໂທລະຄົມ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ
ໃນວັນທີ 12 ສິງຫາ 2024, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼຽມຄໍາ ນໍາພາໂດຍທ່ານ ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼຽມຄຳ ພ້ອມຄະນະ ສົມທົບກັບຄະນະປະສານງານປ້ອງກັນຊາດປະຈຳເຂດ, ໜ່ວຍງານຮັກສາຄວາມປອດໄພຝ່າຍລາວ ແລະ ໜ່ວຍງານຮັກສາຄວາມປອດໄພຝ່າຍຈີນ ລວມກຳລັງທັງໝົດ 205 ຄົນ ລົງມ້າງກຸ່ມແກ້ງເຄືອຄ່າຍສໍ້ໂກງຊັບທາງໂທລະຄົມ (ຄໍເຊັນເຕີ)
Vietjet ສະຫຼອງທີ່ມີຜູ້ໂດຍສານຄົບ 200 ລ້ານຄົນ ແລະ ປະກາດເສັ້ນທາງ Da Nang – Ahmedabad.
*ໂປຣໂມຊັນພິເສດສຳລັບປີ້ຍົນເຮືອບິນ ສອງລ້ານໃບ ເຊິ່ງໂປຣໂມຊັນມີຮອດວັນທີ 08 ສິງຫານີ້ (ນະຄອນຫຼວງວຽງຈັນ, ວັນທີ 05 ສິງຫາ 2024) – Vietjet ໄດ້ຈັດພິທີສະເຫຼີມສະຫຼອງຄັ້ງສຳຄັນ ໂດຍຕ້ອນຮັບຜູ້ໂດຍສານທີ່ບັນລຸເຖິງ 200 ລ້ານຄົນ, ເຊິ່ງເປັນຂີດໝາຍຄວາມສຳເລັດໃນການເດີນທາງເຊື່ອມຕໍ່ທາງອາກາດລະຫວ່າງ ຫວຽດນາມ ແລະ ທົ່ວໂລກ. ຜູ້ໂດຍສານໝາຍເລກ 200 ຊື່ວ່າ Sandeep
VietJet ແລະ Airbusໄດ້ລົງນາມໃນຂໍ້ຕົກລົງຊື້ເຮືອບິນ A330neoຈຳນວນ 20ລຳ ດ້ວຍມູນຄ່າ7,4ຕື້ໂດລາສະຫະລັດ ຢູ່ທີ່ງານ Farnborough Airshow
( ນະຄອນຫຼວງວຽງຈັນ ວັນທີ 24 ກໍລະກົດ 2024) – VietJet ແລະ Airbus ໄດ້ລົງນາມຢ່າງເປັນທາງການໃນສັນຍາຊື້ເຮືອບິນ A330neo (A330-900) ລຸ້ນໃໝ່ຈໍານວນ 20 ລໍາ. ລວມມູນຄ່າທັງໝົດ 7,4 ຕື້ໂດລາສະຫະລັດ (164 ພັນຕື້ກີບ) ຕາມລາຄາຂອງລາຍຊື່ຜູ້ຜະລິດ ຢູ່ທີ່ງານວາງສະແດງການບິນສາກົນ Farnborough
ສາຍການບິນ Vietjet ບັນລຸຂໍ້ຕົກລົງຍົກລະດັບການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ
(ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2024) – ກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປປ ລາວ ແລະ ສາຍການບິນ Vietjet ປະກາດຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ. ພິທີປະກາດດັ່ງກ່າວໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດປະຈຳ ສປປ ລາວ
ປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ
ສະຫາຍ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2024 ໂດຍມີ ສະຫາຍ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ທັງເປັນລັດຖະມົນຕີກຽດຕິຍົດ
ພິທີຊ້ອມຮົບຮ່ວມລາວ-ຈີນ
ພິທີເປີດຊ້ອມຮົບຮ່ວມລາວ-ຈີນ ໃນຫົວຂໍ້ “ໂລ້ກໍາບັງມິດຕະພາບ-2024” ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5-18 ກໍລະກົດ 2024 ຢູ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີທ່ານ ນາງ ຟາງ ຫົງ










