ການກິນຜັກໃບຂຽວ ສາມາດຊ່ວຍບຳລຸງຫົວໃຈໃຫ້ແຂງແຮງ, ເລືອດລົມສາມາດໄຫຼວຽນໄດ້ດີ ໄປລ້ຽງອະໄວຍະວະຕ່າງໆ, ຊ່ວຍປ້ອງກັນໂຣກເບົາຫວານ ແລະ ຄວາມຕຸ້ຍ. ນັກວິທະຍາສາດ ຂອງມະຫາວິທະຍາໄລ ເຄມບຣິດ ແລະ ເຊົາແທມຕັນ ປະເທດອັງກິດ ໄດ້ຄົ້ນພົບວ່າ ສານເຄມີທໍາມະດາຄື ໄນເຕຣດ ທີ່ມີຢູ່ໃນຜັກໃບສີຂຽວ ເປັນຕົວການທີ່ເຮັດໃຫ້ຫຼອດເລືອດໂລ່ງ ເຮັດໃຫ້ເລືອດພາອອກຊີເຈນ ໄຫຼວຽນໄປລ້ຽງທຸກສ່ວນຂອງຮ່າງກາຍໄດ້ຢ່າງສະດວກ. ພວກເຂົາຍັງພົບອີກວ່າ ໄນເຕຣດ ຍັງຊ່ວຍໃຫ້ຫົວໃຈທີ່ເປັນໂຣກເຮັດວຽກດີຂຶ້ນ, ຊ່ວຍໃຫ້ມັນຜະລິດສານປະກອບທີ່ເຮັດໃຫ້ຫຼອດເລືອດໂລ່ງ
ສຸຂະພາບ & ຄວາມງາມ
ທ່ານຮູ້ແລ້ວ ຫຼືບໍ ອາການ long covid ເປັນແນວໃດ?
Long COVID ແມ່ນ ອາການເຈັບເປັນຕໍ່ເນື່ອງ ຫຼັງຈາກທີ່ຕິດເຊື້ອ ແລະ ຫາຍດີຈາກພະຍາດ ໂຄວິດ ແລ້ວ ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ລະບົບຕ່າງໆໃນຮ່າງກາຍ ໃນໄລຍະຍາວໄດ້ເຊັ່ນກັນ. ຄົນເຈັບບາງຄົນ ເຖິງແມ່ນວ່າ ຈະຫາຍດີ ຈາກພະຍາດ ໂຄວິດ ແລ້ວກໍຕາມ ແຕ່ບາງຄົນຈະຍັງມີອາການ Long COVID ແລະ ຈະມີອາການເຫຼົ່ານີ້ຢູ່
4 ໂປຣຕິນ ບໍາລຸງຄວາມຈໍາ
ປາ: ຊີ້ນປາ ອຸດົມໄປດ້ວຍ ກົດອະມິໂນໄທໂຣຊິນ ຊຶ່ງເປັນກົດອະມິໂນທີ່ຮ່າງກາຍສັງເຄາະໄດ້, ມີບົດບາດໃນການກະຕຸ້ນ ແລະ ປັບປ່ຽນການເຮັດວຽກຂອງສະໝອງ, ສາມາດຊ່ວຍຟື້ນຟູຄວາມຈໍາ ແລະ ສານ DHA (Docosahexaenoic acid ຄື ກົດໄຂມັນຊະນິດບໍ່ອີ່ມໂຕ ຊຶ່ງຈໍາເປັນຕໍ່ຮ່າງກາຍ). ສານດັ່ງກ່າວ ຈະຊ່ວຍໃນການພັດທະນາສະໝອງ ແລະ ສາຍຕາ, ຊ່ວຍເສີມສ້າງຄວາມຈໍາ ແລະ ການຮຽນຮູ້
ກິນວິຕາມິນ C ຕອນໃດ ຈຶ່ງໄດ້ປະໂຫຍດດີໆ
ອາຫານເສີມ ເຊັ່ນ ວິຕາມິນຊີ (C) ເປັນທີ່ນິຍົມກັນຫຼາຍໃນປັດຈຸບັນ ໂດຍສະເພາະໄລຍະທີ່ຄົນເປັນໄຂ້ຫວັດຫຼາຍ ຈຶ່ງພາກັນຊື້ວິຕາມິນຊີຊະນິດເມັດມາກິນເອງ ເພື່ອຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ ຈະບໍ່ປ່ວຍ່ງ່າຍ. ແຕ່ກໍມີຄຳຖາມອີກວ່າ ເຮົາຄວນກິນວິຕາມິນຊີເສີມແບບນີ້ຫຼາຍພຽງໃດ ແລະກິນຍາມໃດ ຈຶ່ງຈະດີ. – ການກິນວິຕາມິນເສີມ: ປົກກະຕິແລ້ວ ຄົນທີ່ມີອາຍຸ 15 ປີຂຶ້ນໄປ ຄວນໄດ້ຮັບວິຕາມິນຊີ 60-90 ມີລີກຼາມຕໍ່ມື້, ສ່ວນເດັກທີ່ຕ້ອງການວິຕາມິນຊີ 30-50
ໂອມິຄຣອນ ແຕກຕ່າງຈາກ ໄຂ້ຫວັດ ຄືແນວໃດ?
ຫຼາຍທ່ານອາດຈະສົງໄສວ່າເຮົາຕິດເຊື້ອ ໂຄວິດ-19 ຫຼື ເປັນພຽງໄຂ້ຫວັດທຳມະດາ. ດັ່ງນັ້ນ, ໃນວັນທີ 19 ເມສານີ້ ທີ່ກະຊວງສາທາລະນະສຸກ, ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ມາອະທິບາຍໃຫ້ບັນດາທ່ານຮູ້ວ່າ: ໂອມິຄຣອນ ແຕກຕ່າງຈາກໄຂ້ຫວັດຄືແນວໃດ? ຊຶ່ງອາການທີ່ຄ້າຍຄືກັນລະຫວ່າງໄຂ້ຫວັດທຳມະດາ ແລະ ໂອມິຄຣອນ ແມ່ນປະກອບມີ: ອາ ການຕັນດັງ, ນ້ຳມູກໄຫຼ,
ສາຍພັນ ໂອມິຄຣອນ ເພີ່ມຄວາມສ່ຽງ ໃນການຕິດເຊື້ອຊໍ້າຄືນອີກ ໄດ້ເຖິງ 2-3 ເທົ່າ
ຖ້າທ່ານຕິດ ໂຄວິດ ແລ້ວ ໂອກາດທີ່ທ່ານຈະຕິດເຊື້ອຊໍ້າຄືນອີກ ໂດຍສະເພາະ ໃນໄລຍະເດືອນທຳອິດ ແມ່ນມີໂອກາດຢູ່ ແຕ່ໜ້ອຍຫຼາຍ ເຊິ່ງເກີດນຳແຕ່ບາງກໍລະນີເທົ່ານັ້ນ, ຍົກເວັ້ນ ຖ້າຫາກທ່ານຕິດເຊື້ອສາຍພັນໃໝ່. ຂໍຍົກຕົວຢ່າງເຊັ່ນ: ຖ້າທ່ານຕິດເຊື້ອໂອມິຄຣອນ BA.1 ແລ້ວຫາຍດີ ທ່ານສາມາດຕິດເຊື້ອໂອມິຄຣອນ BA.2 ໄດ້ທັນທີ ເນື່ອງຈາກ 2 ສາຍພັນນີ້ແມ່ນຄົນລະສາຍພັນກັນ ຈຶ່ງເຮັດໃຫ້ທ່ານສາມາດຕິດເຊື້ອຊໍ້າໄດ້ຄືນອີກ. ເຖິງຢ່າງໃດກໍຕາມ ຖ້າເຮົາອາໄສຢູ່ໃນເຮືອນດຽວກັນ
ຜູ້ຕິດ ໂຄວິດ-19 ສ່ຽງພາວະຫລອດເລືອດອຸດຕັນ ເປັນເວລາ 6 ເດືອນ
ຕາມຂ່າວຈາກ ປາຣີ, ວັນທີ 7 ເມສາ ນີ້, ຜົນການຄົ້ນຄວ້າທີ່ໄດ້ຮັບການຕີພິມ ໃນເວລະສານການແພດ ຂອງອັງກິດ (British Medical Journal) ເປັນວາລະສານເກົ່າແກ່ທີ່ສຸດວາລະສານໜຶ່ງຂອງໂລກລະບຸວ່າ: ຜູ້ຕິດ ໂຄວິດ-19 ມີຄວາມສ່ຽງ ເພີ່ມຂຶ້ນຕໍ່ພາວະ ຫລອດເລືອດ ອຸດຕັນຮຸນແຮງ ເປັນເວລາ 6 ເດືອນ ຫລັງຕິດເຊື້ອ ໂຄວິດ-19



