ສິ່ງທີ່ຜູ້ຊາຍຄວນຮູ້ ເມື່ອເມຍຖືພາ

ນາທີທີ່ໄດ້ຍິນເມຍເວົ້າວ່າ “ກຳລັງຖືພາ” ເຊື່ອວ່າ ຜູ້ຊາຍທຸກຄົນຕ້ອງດີໃຈທີ່ສຸດ ເພາະຈະມີສະມາຊິກຄົນໃໝ່ຂອງຄອບຄົວແລ້ວ. ແຕ່ວ່າ ການເປັນພໍ່ມືໃໝ່ ມັນບໍ່ໄດ້ລຽບງ່າຍແບບທີ່ທຸກຄົນຄິດ, ຍັງມີອີກຫຼາຍຢ່າງທີ່ຜູ້ຊາຍ ຕ້ອງຮຽນຮູ້ ແລະ ຮັບມືໃນລະຫວ່າງທີ່ເມຍກຳລັງຖືພາ. ເບິ່ງແຍງ ແຕ່ບໍ່ຕ້ອງຕາມຕິດ: ເຖິງແມ່ນການຖືພາຈະເປັນອຸປະສັກຕໍ່ຮ່າງກາຍຂອງແມ່ຍິງ ແຕ່ພວກເຂົາກໍບໍ່ໄດ້ອ່ອນແອ ແບບວ່າ ບໍ່ເຖິງຂັ້ນຕາມຕິດຄອຍຊ່ອຍທຸກຢ່າງ ໃຫ້ຕະຫຼອດເວລາກໍໄດ້. ແມ່ທີ່ອູ້ມທ້ອງ ຈຳເປັນຕ້ອງເຮັດກິດຈະກຳບາງຢ່າງດ້ວຍໂຕເອງ, ລວມເຖິງສາມາດອອກກຳລັງກາຍໄດ້ ໂດຍບໍ່ມີຜົນກະທົບຕໍ່ການຄອດລູກກ່ອນກຳນົດ ຫຼື

ອ່ານເພີ່ມ...

ສານອາຫານ ທີ່ຊ່ວຍຫຼຸດຄວາມຕຶງຄຽດ

ເມື່ອມີຄວາມຕຶງຄຽດ ຮ່າງກາຍຈະມີການນຳສານອາຫານ ຫຼາຍຊະນິດໄປໃຊ້ ໃນການສ້າງຮໍໂມນ ເພື່ອຊ່ວຍໃນການຕອບສະໜອງ ຕໍ່ສະຖານະການຕ່າງໆ ແລະ ຍັງມີການຂັບສານອາຫານບາງຊະນິດ ອອກທາງປັດສາວະຫຼາຍຂຶ້ນ. ສະນັ້ນ ຮ່າງກາຍຈຶ່ງມີຄວາມຕ້ອງການ ສານອາຫານບາງຊະນິດເພີ່ມຂຶ້ນ, ແຕ່ຖ້າເຮົາມີຄວາມຕຶງຄຽດສະສົມ ເປັນເວລາດົນ ລະບົບພູມຄຸ້ມກັນຂອງຮ່າງກາຍ ກໍຈະອ່ອນແອ ແລະ ເຈັບປ່ວຍໄດ້ງ່າຍ. ດັ່ງນັ້ນ ຖ້າເຮົາຮູ້ວ່າ ຮ່າງກາຍຕ້ອງການສານອາຫານຫຍັງແດ່ ໃນໄລຍະທີ່ມີຄວາມຕຶງຄຽດ ກໍຄົງຈະດີ ຄືດັ່ງຕໍ່ໄປນີ້:

ອ່ານເພີ່ມ...

ນໍ້າເຂົ້າມວກ ຂອງດີມີປະໂຫຍດ

ແຕ່ລະຄັ້ງທີ່ເຮົາຈະຫຸງເຂົ້າ ຫຼື ໝ່າເຂົ້າ “ນໍ້າເຂົ້າມວກ” ທີ່ເຫຼືອກໍຈະຖືກເທຖິ້ມຢ່າງໄຮ້ຄ່າ, ແຕ່ຮູ້ບໍ່ວ່າ ການເຮັດແບບນັ້ນ ຖືເປັນການຖິ້ມຄຸນປະໂຫຍດໄປລ້າໆ ເພາະວ່າ ນໍ້າເຂົ້າມວກ ນັ້ນມີປະໂຫຍດຫຼາຍໆຢ່າງ. ນໍ້າເຂົ້າມວກ ເປັນນໍ້າທີ່ໄດ້ຈາກການລ້າງເຂົ້າຈ້າວກ່ອນນຳໄປຫຸ່ງ ຫຼື ເວລາເຮົາໝ່າເຂົ້າໜຽວ ຊຶ່ງປົກກະຕິແລ້ວ ຈະລ້າງເຂົ້າປະມານ 1-2 ນໍ້າ ຊຶ່ງການລ້າງເຂົ້າຈະເຮັດໃຫ້ສານອາຫານບາງຢ່າງຫຼຸດອອກມາຢູ່ໃນນໍ້າ ເຊັ່ນ: ວິຕາມິນ B3 ມີສ່ວນຊ່ວຍໃນການທຳລາຍພິດ

ອ່ານເພີ່ມ...

ຂໍ້ແນະນຳ ຄົນນອນຫຼັບຍາກ

ການນອນຫຼັບຍາກ ເປັນອາການທີ່ພົບຫຼາຍທີ່ສຸດອາການໜຶ່ງ ໃນບັນດາອາການບໍ່ສະບາຍຕ່າງໆ ເຊັ່ນ ເຈັບຫົວ, ໂຕຮ້ອນ, ເຈັບທ້ອງ, ທ້ອງບິດ, ຖ່າຍທ້ອງ, ຮາກ, ວິນຫົວ, ນໍ້າມູກໄຫຼ, ໄອ…  ຕໍ່ໄປນີ້ ຄືຂໍ້ແນະນໍາສໍາຫຼັບຜູ້ທີ່ນອນຫຼັບຍາກ. ເຂົ້ານອນໃຫ້ເປັນເວລາ ຄື ບໍ່ເດິກເກີນໄປ, ນອນຫຼັບໃຫ້ພຽງພໍ (ຄືນລະ 6-8 ຊົ່ວໂມ) ແລະ ຕື່ນນອນໃຫ້ເປັນເວລາເຊັ່ນກັນ,

ອ່ານເພີ່ມ...

ປຶກສາຫາລືແນວທາງເສດຖະກິດ ລາວ-ໄທ

ໃນລະຫວ່າງ ວັນທີ 6-8 ກໍລະກົດ 2022, ທີ່ ແຂວງ ນ່ານ, ປະເທດ ໄທ ແລະ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ, ສະພາການຄ້າ ແລະ

ອ່ານເພີ່ມ...

7 ວິທີຕັດໃຈຈາກຂອງຫວານ

ວິທີດີທີ່ສຸດ ທີ່ຈະເຮັດໃຫ້ສາວໆບໍ່ຕ້ອງກິນຂອງຫວານ ກໍຄື ຢ່າຊື້ມາໄວ້ໃນເຮືອນ ຖ້າຮູ້ສຶກຢາກກິນຂອງຫວານຂຶ້ນມາ ເມື່ອເປີດເບິ່ງຕູ້ເຢັນແລ້ວເຫັນເຂົ້າໜົມ ໃຫ້ຮີບນຳເອົາເຂົ້າໜົມຫວານຕ່າງໆຢູ່ໃນເຮືອນອອກໃຫ້ເໝິດ ແລະ ເວລາໄປຊື້ເຄື່ອງຢູ່ຮ້ານຄ້າກໍຢ່າເຜີໃຈໄປຍ່າງເລາະແຖວຊັ້ນວາງເຂົ້າໜົມ ແລ້ວໃຫ້ຮີບຍ່າງຜ່ານໄປເລີຍ. ກິນອາຫານຈານຫຼັກໃຫ້ອີ່ມ: ວິທີຫຼຸດນໍ້າໜັກທີ່ຫຼາຍໆຄົນແນະນຳກໍຄື ຫ້າມອົດອາຫານເດັດຂາດ ໂດຍສະເພາະອາຫານ 3 ຄາບຫຼັກຂອງມື້ ຄື ເຊົ້າ, ສວາຍ ແລະແລງ ເພາະວ່າ ຖ້າເຮົາອົດກໍຍິ່ງເຮັດໃຫ້ເຮົາຫິວ ແລະເຮັດໃຫ້ຢາກກິນທຸກຢ່າງທີ່ຂວາງໜ້າ ຊຶ່ງເປັນວິທີການຍາກທີ່ຈະຫຼຸດນໍ້າໜັກ.

ອ່ານເພີ່ມ...

ເຂົ້າໃຈງ່າຍໆ ກ່ຽວກັບອາການໄຂ້ເລືອດອອກ

ການສັງເກດຄວາມຜິດປົກກະຕິທີ່ເກີດຂຶ້ນ ເພື່ອຈະໄດ້ປ້ອງກັນ ຫຼື ປິ່ນປົວໄດ້ຢ່າງທ່ວງທັນກັບໂຣກໄຂ້ເລືອດອອກ ມີດັ່ງນີ້: ໄລຍະທີ 1: ໄລຍະໄຂ້ສູງ ຊຶ່ງໄຂ້ຈະສູງ 2-7 ວັນ ເຖິງວ່າຈະກິນຢາຫຼຸດໄຂ້ ແຕ່ໄຂ້ກໍຍັງບໍ່ຫຼຸດ, ມີອາການໜ້າແດງ, ຕາແດງ, ຊຶມ, ເບື່ອອາຫານ ແລະ ຮາກຮ່ວມນຳ. ສ່ວນຫຼາຍຈະບໍ່ມີອາການຕັນດັງ, ນຳ້ມູກໄຫຼ ຫຼື ໄອ ປະມານວັນທີ

ອ່ານເພີ່ມ...

ການຮັກສານໍ້ານົມແມ່ ບໍ່ໃຫ້ບູດ

ການເກັບມ້ຽນນໍ້ານົມແມ່ ງ່າຍທີ່ສຸດ ຄື ເກັບໄວ້ໃນຕູ້ເຢັນ. ເກັບໄວ້ໃນຊ່ອງທຳມະດາ (ບໍ່ມີຂອງອື່ນປົນ) ເກັບໄວ້ໄດ້ປະມານ 5 ວັນ. ຖ້າເກັບໄວ້ໃນຊ່ອງທຳມະດາ (ມີຂອງອື່ນປົນ) ຈະເກັບໄດ້ພຽງ 2-3 ວັນເທົ່ານັ້ນ.   ຖ້າເກັບໄວ້ໃນຊ່ອງແຊ່ແຂງ ໂດຍບໍ່ປົນກັບອາຫານອື່ນ ຈະເກັບໄດ້ດົນເຖິງ 3 ເດືອນ, ສໍາລັບເຮືອນທີ່ບໍ່ມີຕູ້ເຢັນ ສາມາດເກັບນໍ້ານົມໄວ້ໃນກະຕິກນໍ້າກ້ອນແທນໄດ້, ບໍ່ຄວນເກັບໄວ້ບໍ່ເກີນ 4

ອ່ານເພີ່ມ...

ອາຫານ GMO ມີຂໍ້ດີ ແລະ ຂໍ້ເສຍ ແນວໃດ?

ຄຳວ່າ: “GMO” ຫຍໍ້າມາຈາກ Genetically Modified Organism ໝາຍເຖິງຈຸລິນຊີພືດ ແລະ ສັດທີ່ມີການປ່ຽນແປງສານພັນທຸກໍາ. ມັນຜ່ານການອອກແບບ ແລະ ດັດແປງພັນທຸກໍາ ໃຫ້ມີຄຸນສົມບັດພິເສດ ເຊັ່ນ ຄວາມທົນທານຕໍ່ສະພາບແວດລ້ອມ, ມີຄຸນຄ່າທາງໂພຊະນາການຫຼາຍຂຶ້ນ, ຣົດຊາດດີຂຶ້ນ. ແຕ່ແນວໃດກໍຕາມ, ຜູ້ຄົນມີຄວາມກັງວົນກ່ຽວກັບຄວາມປອດໄພຂອງຕົວເອງໃນຜະລິດຕະພັນເຫຼົ່ານີ້ ຈົນເກີດການວິໄຈ ແລະ ອະທິບາຍກ່ຽວກັບ ຂໍ້ດີ ແລະ

ອ່ານເພີ່ມ...

ຜັກບຳລຸງນໍ້ານົມແມ່ລູກອ່ອນ

ເດັກເກີດໃໝ່ ຫາ 6 ເດືອນ ຫຼື 1 ປີ ການດື່ມນົມແມ່ ເປັນສິ່ງດີທີ່ສຸດ ເພາະຈະເຮັດໃຫ້ເດັກຈະເລີນເຕີບໃຫຍ່ໄວ, ແຂງແຮງສົມບູນ ແລະມີພູມຄຸ້ມກັນສູງນຳອີກ. ດັ່ງນັ້ນ ໃນຊ່ວງກ່ອນເກີດ ແລະ ຫຼັງເກີດ ແມ່ຈຶ່ງຕ້ອງກຽມໂຕເພື່ອໃຫ້ມີນໍ້ານົມພຽງພໍສຳລັບໃຫ້ລູກດື່ມ. ແຕ່ແມ່ບາງຄົນທີ່ເກີດລູກມາແລ້ວ ບໍ່ມີນໍ້ານົມອອກມາ ແລະຖ້າພົບບັນຫານີ້ ຈົ່ງຫາພືດຜັກຕໍ່ໄປນີ້ມີກິນເລື້ອຍໆເດີ. ປີກ້ວຍ: ອຸດົມໄປດ້ວຍແຄວຊຽວສູງ, ໃຍອາຫານ,

ອ່ານເພີ່ມ...
error: Content is protected !!