ປະຫວັດ​ຫຍໍ້​ວັນ​ເດັກ​ສາກົນ ວັນທີ 1 ເດືອນ 6

​ວັນທີ 1 ເດືອນ 6 ແມ່ນວັນເດັກນ້ອຍສາກົນ ຊຶ່ງໄດ້ກຳເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດອັນປ່າເຖື່ອນຂອງພວກຈັກກະພັດນາຍທຶນ, ເພື່ອທວງເອົາສິດແຫ່ງການດຳລົງຊີວິດອັນເປັນທຳ ແລະ ຄວາມອີ່ມໜໍາສຳລານມາສູ່ລູກຫຼານ ຊຶ່ງເປັນອະນາຄົດຂອງຊາດ. ເມື່ອຫວນຄືນຫຼັງ ໃນວັນ​ທີ 20 ​ພະຈິກປີ 1989 ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດໄດ້​ຮັບຮອງເອົາສົນທິສັນຍາວ່າ​ດ້ວຍ​ສິດທິ​ເດັກ ​ແລະ ລັດຖະບານ ສປປ ລາວ ​ໄດ້​ກາຍ​ເປັນ​ພາຄີ​ຂອງ​ສົນທິສັນຍາດັ່ງກ່າວ. ພັກ-ລັດ​ຖະບານລາວ​ ໄດ້​ຖື​ເອົາ​ວັນ​ທີ

ອ່ານເພີ່ມ...

ການໃສ່ຮ້າຍປ້າຍສີຂອງຕາເວັນຕົກ ບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າຂອງປະຊາຊົນລາວໂດຍຜ່ານທາງລົດໄຟຈີນ-ລາວ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ລາຍງານວ່າ: ຕາເວັນຕົກໄດ້ຊອກຫາທຸກວິທີ ເພື່ອໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຈົນສຸດຄວາມສາມາດ ແລະ ໄດ້ເປີດປ່າວບັນຫາ “ກັບດັກໜີ້ສິນ” ມາໂດຍຕະຫຼອດ. ຂ່າວສານອາເປຂອງອາເມຣິກາເຄີຍລາຍງານຂ່າວວ່າ, ເສັ້ນທາງສາຍນີ້ໄດ້ເຮັດໃຫ້ປະເທດລາວປະເຊີນກັບ “ຄວາມສ່ຽງດ້ານໜີ້ສິນໃຫຍ່ປານໜ່ວຍພູ” ແລະ ລາວຈະອີງອາໄສປະເທດຈີນໃນດ້ານເສດຖະກິດນັບມື້ນັບຫຼາຍຂຶ້ນ. ນອກນີ້, ຂ່າວສານຝຣັ່ງຍັງໄດ້ພັນລະນາທາງລົດໄຟຈີນ-ລາວເປັນຄື “ຊ້າງເຜືອກ” ຊຶ່ງໝາຍຄວາມວ່າ: ການລົງທຶນອັນມະຫາສານໃນດ້ານພື້ນຖານໂຄງລ່າງແບບນີ້ ອາດຈະບໍ່ມີບົດບາດຫຍັງເລີຍ. ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານ

ອ່ານເພີ່ມ...

ເດັກຄຳຮູ້ ມີລະບຽບວິໄນ ເປັນລູກທີ່ດີຂອງພໍ່-ແມ່

ທ່ານ ນາງ ມອນແກ້ວ ຫອມສົມບັດ ຮອງຜູ້ອໍານວຍການໂຮງຮຽນປະຖົມສົມບູນນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສໍາພາດຕໍ່ນັກຂ່າວໜັງສືພີມ ປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບເດັກນ້ອຍທຸກໆຄົນ ເພາະເດັກນ້ອຍທຸກຄົນແມ່ນຊັບສິນດ້ານມະນຸດໃນອະນາຄົດ, ຈະເປັນຄົນຮຸ່ນສືບທອດຕໍ່ໆໄປ ໃນການມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ – ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ, ຮຸ່ງເຮືອງສີວິໄລ. ສະນັ້ນ, ຈຶ່ງຖືໂອກາດນີ້ຕາງໜ້າໃຫ້ຄູທຸກຄົນພາຍໃນໂຮງຮຽນຝາກຄວາມຮັກແພງມາຍັງລູກຫຼານນັກຮຽນ,

ອ່ານເພີ່ມ...

ແຂວງຜົ້ງສາລີ-ເມືອງຈຽງເຊິນ ນະຄອນພູເອີ ເພີ່ມ​ທະ​ວີ​ຮັດ​ແຫ້ນ​ການ​ຮ່ວມ​ມື

ກອງປະຊຸມພົບປະແລກປ່ຽນລະຫ່ວາງ ຄະນະຜູ້ແທນເມືອງຈຽງເຊິນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປຈີນ ກັບ ແຂວງ​ຜົ້ງ​ສາ​ລີ ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່​ແຂວງ​ຜົ້ງ​ສາ​ລີ, ຝ່າຍແຂວງຜົ້ງສາລີ ນຳໂດຍ ທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ແລະ ຝ່າຍ ເມືອງຈຽງເຊີນ ນຳໂດຍທ່ານ ຫູ ຊິງ

ອ່ານເພີ່ມ...

ບໍລິຄຳໄຊ-ໜອງຄາຍ ເພີ່ມທະວີຮັກສາຄວາມສະຫງົບຕາມຊາຍແດນລາວ-ໄທຄັ້ງທີ 14

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທລະຫວ່າງແຂວງບໍລິຄຳໄຊ ສປປ ລາວ-ຈັງຫວັດໜອງຄາຍ ຣາຊະອານາຈັກໄທຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະ ພານີ້ ທີ່ໂຮງແຮມພັນລ້ານບູຕິກ ຣີສອດ ອໍາເພີເມືອງໜອງຄາຍ ຈັງຫວັດໜອງຄາຍ ຣາຊະອານາຈັກໄທ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງບໍລິຄຳໄຊ, ຝ່າຍຈັງຫວັດໜອງຄາຍນໍາໂດຍທ່ານ ລາຊັນ ຊຸ້ນຫົ້ວ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດໜອງຄາຍ,

ອ່ານເພີ່ມ...

ປີນີ້ ຄໍາມ່ວນ ມີແຜນການຜະລິດເຂົ້ານາປີ 89 ພັນກວ່າເຮັກຕາ

ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້ ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 89.848 ເຮັກຕາ, ຄາດຄະເນຜົນຜະລິດ 330.693 ໂຕນ, ທຽບໃສ່ແຜນປີ 2022 ເນື້ອທີ່ຫຼຸດລົງ 388 ເຮັກຕາ, ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.356 ເຮັກຕາ,

ອ່ານເພີ່ມ...

ຫລາຍປະເທດ ຍັງບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານ ຢ່າງຮຸນແຮງ

ຕາມ​ຂ່າວ​ຈາກ AFP,ວັນ​ທີ29​ພືດ​ສະພາ​ນີ້, ອົງການ ອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ (FAO) ແລະ ໂຄງການ ອາຫານ ໂລກ(WFP) ປະກາດ ຍົກ​ລະດັບ ​ເຕືອນ​ໄພ ຄວາມ​ບໍ່​ໝັ້ນຄົງ​ ດ້ານ​ສະບຽງ​ ອາຫານ ​ໃນ​ຫລາຍ​ພື້ນ​ທີ່ ທົ່ວ​ໂລກ ​ເປັນຕົ້ນ: ອາ​ຟະ​ກາ​ນິດ​ສະຖານ,​ນີ​ເຊ​ຣີ,​ໂຊ​ມາລີ,​ຊູ​ດັງ​ໃຕ້, ​ແລະ

ອ່ານເພີ່ມ...

ອາຊຽນ ຊຸກຍູ້ການເຊື່ອມຕໍ່ການຊຳລະພາຍໃນກຸ່ມ

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້,ການນຳ ບັນດາ ປະເທດ ສະມາຊິກ ອາຊຽນ ໄດ້ປະກາດ ຊຸກຍູ້ ການເຊື່ອມຕໍ່ ການ ຊຳລະ ໃນພາກພື້ນ ແລະ ຊຸກຍູ້ ການຊຳ ລະພາຍໃນ ພາຍຫລັງ ຕະຫລາດ ຊຳລະ ດີຈີຕອນ ພວມຂະຫຍາຍ ​ໃນອາຊຽນ

ອ່ານເພີ່ມ...

ວຽກງານການພັດທະນາບໍ່ແຮ່ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າ

ເພື່ອຈະສ້າງເງື່ອນໄຂເຮັດໃຫ້ການພັດທະນາແຮ່ທາດ ໃຫ້ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເປັນກ້າວໆນັ້ນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: “ວຽກງານການພັດທະນາບໍ່ແຮ່ ຢູ່ ສປປ ລາວ ຕ້ອງຕິດພັນກັບການຄົ້ນຄວ້າເຕັກໂນໂລຊີວິທະຍາສາດ ແລະ ຫັນໄປສູ່ທັນສະໄໝ, ຍືນຍົງ

ອ່ານເພີ່ມ...

ອັດຕະປື ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ກາງສະໄໝ

ແຫລ່ງຂ່າວແຂວງອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ອັດຕະປື ກາງສະໄໝທີ XI ໄດ້ດຳເນີນໄປເລີ່ມແຕ່ ວັນທີ 29 ພຶດສະພາ ຫາ 1 ມິຖຸນາ 2023 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ເລັດ

ອ່ານເພີ່ມ...
error: Content is protected !!