ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ຄະນະຊ່ຽວຊານ ຈາກສູນມໍລະດົກໂລກ ອົງການຢູເນັສໂກ, ນຳໂດຍ ທ່ານ ນາງ ນາໂອະ ຮາຢ່າຊິ (Nao HAYASHI) ຊ່ຽວຊານສະເພາະດ້ານວັດທະນະທຳ (ຂົງເຂດປະເທດອາຊີ-ປາຊີຟິກ ແລະ ປະເທດລຸ່ມແມ່ນ້ຳຂອງ), ສູນມໍລະດົກໂລກ ອົງການຢູເນັສໂກ ໃນວັນທີ
ບ້ານເມືອງ
ພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024
ໃນວັນທີ 17 ພະຈິກ 2023 ຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ ສໍາລັບການເປັນປະທານອາຊຽນຂອງ
ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວ
ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ຖະແຫຼງຊີ້ແຈງກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຄຼິບວິດີໂອເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ 1 ຮຽກເກັບເງິນ ຈຳນວນ 5.000 ບາດຈາກນັກທ່ອງທ່ຽວໄທທີ່ບໍ່ໄດ້ຈຳກາເຂົ້າປະເທດ ໃນຄັ້ງວັນທີ 12
ກົມກົງສຸນ ເລັ່ງແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງ
ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກງານ, ທະ ຫານ, ຕຳຫລວດ ຊາບວ່າ: ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫລວງຫລາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວ ລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້; ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ແຕ່ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ປະຕູໄຊ ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນວັນທີ 2 ທັນວາ
ກອງປະຊຸມປຶກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອານຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາ ຫົວຫນ້າພະແນກການກ່ຽວຂ້ອງ ແລະ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື
ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ
ໃນວັນທີ 03/11/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ຫວັງນະຄອນ ດິດຕະພົງ, ຜູ້ອຳນວຍການ ໂຮງໝໍເຊດຖາທິຣາດ ແລະ ທ່ານ
ອຸດົມໄຊແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ
ໃນວັນທີ 23 ຕຸລາ 2023 ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ຂໍຖືເປັນກຽດຢ່າງສູງ ແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ ໃນຂອບເຂດທົ່ວແຂວງ ຢ່າງເດັດຂາດ; ຖ້າບຸກຄົນ, ນິຕິບຸກຄົນມີການເປີດຮ້ານໃຫ້ບໍລິການສັກລາຍຢູ່ບ້ານໃດ, ເມືອງໃດ ຂອງແຂວງອຸດົມໄຊ ກໍ່ໃຫ້ຢຸດຕິ ແລະ ປິດກິດຈະການດັ່ງກ່າວ ຢ່າງບໍ່ມີເງື່ອນໄຂ. ເພື່ອເປັນການປົກປັກຮັກສາຮີດຄອງປະເພນີຂອງ ປະຊາຊົນບັນດາເຜົ່າ
ປາກົດການຫຍໍ້ທໍ້ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ
ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ຈະຈັດຂຶ້ນໃນວັນທີ 27-30 ຕຸລາ 2023 ນີ້ ເຮັດໃຫ້ມີຜູ້ຄົນຈຳນວນບໍ່ວ່າຈະເປັນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼເຂົ້າມາທ່ຽວຊົມ ກໍຈະພາໃຫ້ໃນງານບຸນມີຄວາມຄຶກຄື້ນ ແຕ່ສິ່ງທີ່ຕາມມານັ້ນກໍຄືປາກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ແຫກກະເປົາ, ລັກຊັບ, ຊິງຊັບ ແລະ ອື່ນໆ. ໃນແຕ່ລະປີຜ່ານມາ, ບັນຫາທີ່ມັກພົບເຫັນໃນງານບຸນດັ່ງກ່າວຈະມີກຸ່ມຄົນຈໍານວນໜຶ່ງສວຍໂອກາດ ກໍ່ຄວາມບໍ່ສະຫງົບ ເປັນຕົ້ນແມ່ນຊິງຊັບ,
ເຕືອນຜູ້ໄປຫລິ້ນກາງຄືນ ! ຊາຍຖືກໂຈນຟັນ ຍາດເອົາໂທລະສັບ
ເວລາ 00:40 ໂມງ ຂອງວັນທີ 12 ຕຸລາ 2023 ນີ້ ເກີດເຫດມີຄົນຮ້າຍໃຊ້ຂອງມີຄົມຟັນປະຊາຊົນ ເພື່ອຍາດເອົາໂທລະສັບ ຈົນໄດ້ຮັບບາດເຈັບ ຢູ່ເຂດ ບ້ານວັດໄຕໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ຂໍ້ມູນເບື້ອງຕົ້ນ ເປັນເພດຊາຍ ອາຍຸ 25 ປີ ຢູ່ບ້ານວັດໄຕໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ສ່ວນອາການເບື້ອງຕົ້ນ
ແຂວງອຸດົມໄຊ ຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ
ແຂວງອຸດົມໄຊ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ຫຼາຍປະເພດ ເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 22 ປີ ໃນວັນທີ 12 ຕຸລາ 2023 ຢູ່ເຂດພື້ນທີ່ສະໜາມກິລາແຂວງ, ເຂົ້າຮ່ວມຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ, ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ,










