ອັບເດດ ພາບຄວາມເສຍຫາຍຈາກນໍ້າຖ້ວມ 10/9/2024 ທີ່ເຂດເສດຖະກິດພິເສດບໍ່ເຕນ, ແຂວງຫຼວງນໍ້າທາ, ຈະເຫັນໄດ້ວ່າ ປະລິມານນໍ້າໃນບາງເຂດໄດ້ຫຼຸດລົງ ເຊິ່ງຈະເຫັນເຖິງຊາກເສດຂີ້ຕົມ, ຂີ້ດິນ, ເສດໄມ້ຕ່າງໆ ແລະ ຊັບສິນທີ່ເສຍຫາຍບໍ່ວ່າຈະເປັນລົດໃຫຍ່ ແລະ ບ້ານເຮືອນຂອງປະຊາຊົນ. ຂໍໃຫ້ຜູ້ປະສົບໄພທຸກທ່ານຜ່ານພົ້ນວິກິດການຄັ້ງນີ້ໄປໂດຍໄວ.
ບ້ານເມືອງ
ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ສະບັບທີ: 4
ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ສະບັບທີ 4 ວ່າ: ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ໃນເວລາ 10 ໂມງ 50 ຂອງວັນທີ 7 ກັນຍາ 2024, ມີຈຸດສູນກາງໃນເສັ້ນຂະຫນານທີ 20 ອົງສາເໜືອ ແລະ
ພາມາຮູ້ຈັກ 3 ເສັ້ນທາງຫຼັກທີ່ລົດໄຟຟ້າ BRT ຈະເປີດແລ່ນກ່ອນເບື້ອງຕົ້ນ
ລົດເມໄຟຟ້າ ຫຼື (BUS RAPID TRANSIT ) ທີ່ກຳລັງສ້າງຂຶ້ນໃນນະຄອນຫຼວງວຽງຈັນ ເບື້ອງຕົ້ນຈະເປີດນໍາໃຊ້ 3 ສາຍກ່ອນຄື: ສາຍທີ1ຕັ້ງເເຕ່ໜອງເເຕ່ງ ໄປຫາ ໄອເຕັກ ມີໄລຍະທາງປະມານ 24.35 Km ສາຍທີ2ຕັ້ງເເຕ່ທົ່ງປົ່ງ ໄປຫາ ທ່າງ່ອນ ມີໄລຍະທາງປະມານ 28.50 Km ສາຍທີ3ຕັ້ງເເຕ່ສວນເຈົ້າຟ້າງຸ່ມ ໄປຫາ
ເດືອນສິງຫາ ຜ່ານມາ ທົ່ວປະເທດ ມີຜູ້ເສຍຊິວິດຈາກອຸບັດຕິເຫດ 51 ຄົນ
ເດືອນ ສິງຫາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 51 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະ ເປ່ເພ 883 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 457 ຄັ້ງ ແຕ່ ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ ຫຼຸດລົງ 13 ຄົນ.
ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້.
ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳຜ່ານປະຕູລະບາຍນ້ຳເພື່ອບໍລິຫານຈັດການນ້ຳຂອງເຂື່ອນໄຟຟ້າເຊລະນອງ1 ເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້. ບັນດາເມືອງທີ່ຢູ່ໃຕ້ເຂື່ອນເຊັ່ນວ່າ ເມືອງເຊໂປນ, ພີນ, ພະລານໄຊ, ອາດສະພັງທອງ, ຊົນນະບູລີ, ຈຳພອນ, ສອງຄອນ ແລະ ທ່າປາງທອງ ອາດຈະໄດ້ຮັບຜົນກະທົບ.
ແຈ້ງເຕືອນເຝົ້າລະວັງລະດັບນໍ້າຂອງ ປະຈໍາວັນທີ 28 ສິງຫາ 2024, ເວລາ 12 ໂມງ 00
ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ເຂດພາກເຫນືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະ ສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກໄດ້ມີຝົນຕົກໃນລະດັບປານກາງ ຫາ ຫນັກຕິດຕໍ່ກັນຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າຢູ່ບັນດາສະຖານີຕາມລໍານໍ້າຂອງໃນຂອບເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນສູງ, ໂດຍສະເພາະສະຖານີວຽງຈັນກິໂລແມັດ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຮອດລະດັບ ເຕືອນໄພ,
ຈັບອີກແລ້ວ! ເຈົ້າໜ້າທີ່ມ້າງແກ້ງຄໍເຊັນເຕີ ທີ່ສາມຫຼ່ຽມຄຳ
ໃນວັນທີ 26 ສິງຫາທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ, ຄະນະຄຸ້ມຄອງເຂດ ແລະ ບໍລິສັດຈັດການໄຊເບີລາວ ຈໍາກັດ ລວມທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (Call Center) ເພື່ອລົບລ້າງ ກຸ່ມເປົ້າໝາຍ
10 ບ້ານ 1.331 ຄອບຄົວ ຂອງເມືອງຄອບແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.
ໃນລະຫວ່າງວັນທີ 20-21 ສິງຫາ 2024 ທີ່ຜ່ານມານີ້, ຢູ່ເມືອງຄອບ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກຫຼາຍມື້ຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ແມ່ນໍ້າຄອບ, ນ້ຳພ້າວ, ນ້ຳໂປດ, ນ້ຳປາຍ, ນ້ຳຖານ ແລະ ແມ່ນໍ້າສາຍຕ່າງໆອີກຈຳນວນໜຶ່ງມີລະດັບນໍ້າເພີ່ມຂື້ນ ສູງເຮັດໃຫ້ເກີດນໍ້າຖ້ວມໄຫລຊຸເນື້ອທີ່ການຜະລິດ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ ແລະ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ ໃນນັ້ນມີຈຳນວນທັງໝົດ 10 ບ້ານ,
ສານຕັດສິນ ຊາຍທຳຮ້າຍຜູ້ຍິງ ກາງງານບຸນກິນຈຽງທີ່ຊຽງຂວາງ
ໃນວັນທີ 22 ສິງຫາທີ່ຜ່ານມາ, ຄະນະສານອາຍາຂັ້ນຕົ້ນແຂວງຊຽງຂວາງ ໄດ້ນຳຈຳເລີຍ 1 ຄົນ ຊື່ທ້າວ ກົວຫາ, ອາຍຸ 20 ປີ ຢູ່ບ້ານໂງຍ, ເມືອງແປກ, ແຂວງຊຽງຂວາງ ຖືກກັກຕົວໃນວັນທີ 14 ມັງກອນ 2024 ໃນສະຖານທຳຮ້າຍຮ່າງກາຍ ທາລຸນແມ່ຍິງ ແລະ ເດັກ ມາຕັດສິນໂທດຕາມລະບຽບກົດໝາຍ.ຕາມການລາຍງານຂອງສານໃຫ້ຮູ້ວ່າ:
ເມືອງແບງ ອຸດົມໄຊ ແກ້ໄຂປ້າຍໂຄສະນາບໍ່ຖືກຕ້ອງ 200 ກວ່າປ້າຍ
ການຄວບຄຸມ ແລະ ອະນຸຍາດອອກປ້າຍໂຄສະນາຢູ່ພາຍໃນເມືອງແບງ, ແຂວງອຸດົມໄຊ ຍັງພົບຫຼາຍບັນຫາເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳ ພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງປ້າຍ ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ, ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫລັກການໃຊ້ພາສາລາວ, ເຊິ່ງສ່ວນຫຼາຍຈະພົບເຫັນຕາມເສັ້ນທາງຫຼວງ. ຕໍ່ກັບບັນຫາດັ່ງກ່າວ, ຫ້ອງການຖະແຫຼງຂ່າວ,










