ໃນການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ມື້ນີ້ວັນທີ 2 ກໍລະກົດ 2024. ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາການຍົກຍ້າຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫຼວງພະບາງ ຕາມການສະເໜີຂອງນາຍົກລັດຖະມົນຕີ
Author: admin
ແຮງງານລາວເສຍຊິວິດ 1 ຄົນຈາກເຫດໂຮງງານຜະລິດແບັດເຕີຣີລະເບີດ ທີ່ ສ.ເກົາຫລີ
ເກີດເຫດໂຮງງານຜະລິດຫມໍ້ໄຟ (ແບັດເຕີຣີ) ລະເບີດ-ໄຟໄຫມ້ ທີ່ເມືອງຮວາຊອງ. ສ.ເກົາຫລີ ເຮັດໃຫ້ມີແຮງງານເສຍຊີວິດ 22ຄົນ, ໃນນີ້ ມີແຮງງານລາວ 1ຄົນ. ຂໍ້ມູນທີ່ບໍ່ເປັນທາງການຈາກຄົນລາວທີ່ເຮັດວຽກຢູ່ໂຮງງານແຫ່ງນີ້ທີ່ລອດຊີວິດລາຍງານວ່າ ຜູ້ເສຍຊີວິດແມ່ນເພດຍິງ ຊື່ ນາງ ຈ່ອຍ (Thongsida Santi) ຜູ້ກ່ຽວແຕ່ງງານກັບຄົນເກົາຫລີ ໄດ້ visa F6 ເຊິ່ງສາມາດເຮັດວຽກໄດ້. ໝາຍຄວາມວ່າແມ່ນແຮງງານທີ່ມາເອງ ບໍ່ແມ່ນແຮງງານທີ່ຖືກສົ່ງມາໂດຍກະຊວງແຮງງານ
ຈໍານວນນັກຮຽນເສັງຈົບຊັ້ນມັດທະຍົມທົ່ວປະເທດຫຼຸດລົງຕໍ່ເນື່ອງ3ປີຊ້ອນ
ຂ້ໍມູນຈາກກະຊວງສຶກສາທິການ ແລະ ກິລາ ນັກຮຽນມັດທະຍົມຕອນຕົ້ນ(ມ4)ຈໍານວນນັກຮຽນໄດ້ຫຼຸດລົງໃນແຕ່ລະປີຄືສົກຮຽນ 2023 -2024 ມີນັກຮຽນ 68,850 ຄົນສົກຮຽນ ປີ 2022 -2023 ມີນັກຮຽນ 76,322 ຄົນ ແລະ ໃນສົກຮຽນ 2021-2022 ມີນັກຮຽນ 83,544 ຄົນ ມັດທະຍົມຕອນປາຍ(ມ7)ຈໍານວນນັກຮຽນໃນປີ 2023 -2024
ປກສ ບໍ່ແກ້ວ ຈັບຜູ້ຄ້າຂາຍຢາສູບໄຟຟ້າ.
ວັນທີ 10 ມິຖຸນາ 2024 ຜ່ານມາ ປກສ ແຂວງບໍ່ແກ້ວສາມາດຈັບກຸມ ຜູ້ຄ້າຂາຍຢາສູບໄຟຟ້າ ແລະ ໃບກະທ່ອມໄດ້ 2 ຄົນ ຜູ້ທີ 1 ເພດຊາຍ ອາຍຸ 28 ປີ ພ້ອມຂອງກາງຢາສູບໄຟຟ້າ 140 ອັນ, ໃບກະທ່ອມ ແລະ ເງິນສົດ
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກຸ່ມ BRICS ແລະ ປະເທດກໍາລັງພັດທະນາ
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ໃນຖານະປະທານກຸ່ມ BRICS 2024, ໃນວັນທີ 11 ມິຖຸນາ 2024 ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ,
ລາຍນາກລາວ ຖືກຮັບຮອງເປັນມໍລະດົກໂລກແລ້ວ ສ້າງຄວາມພູມໃຈໃຫ້ປະຊາຊົນລາວ
ໃນທ້າຍປີ 2023 ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທໍາຂອງສະຫະປະຊາຊາດ ຫຼື ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາລາຍນາກ ພູມປັນຍາຂອງຊາວຊ່າງຫັດຖະກໍາ ທີ່ຕິດພັນກັບຄວາມເຊື່ອໃນການດໍາລົງຊີວິດຂອງປະຊາຊົນລາວ ເປັນມໍລະດົກໂລກທາງວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ ນັ້ນໄດ້ສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວ ເພາະລາຍນາກເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສໍານຶກ ແລະ ສິລະປະອັນປານີດຂອງຄົນລາວ ຊຶ່ງໄດ້ຕິດພັນກັບການດໍາລົງຊີວິດຂອງຄົນລາວມາແຕ່ສະໄໝບູຮານ. ສໍາລັບພິທີສະເຫຼີມສະຫຼອງ ແລະ ປະກາດລາຍນາກ ເປັນມໍລະດົກໂລກນັ້ນທາງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ
ອັບເດດຄວາມຄືບໜ້າການກໍ່ສ້າງສະພານມິດຕະພາບລາວ-ໄທແຫ່ງທີ 5ເຊື່ອມຕໍ່ລະຫວ່າງແຂວງບຶງການ (ໄທ)-ແຂວງບໍລິຄຳໄຊ
ອັບເດດຄວາມຄືບໜ້າການກໍ່ສ້າງສະພານມິດຕະພາບລາວ-ໄທແຫ່ງທີ 5 ເຊື່ອມຕໍ່ລະຫວ່າງແຂວງບຶງການ (ໄທ)-ແຂວງບໍລິຄຳໄຊ ເຊິ່ງໂຄງການດັ່ງກ່າວມີໄລຍະທາງລວມປະມານ 16 ກິໂລແມັດ ແລະ ຄາດວ່າຈະເປີດໃຊ້ງານໃນ ເດືອນມັງກອນ ປີ 2025. ຮູບພາບຈາກ: ລາວ-ไทย
ເລີ່ມກໍ່ສ້າງເສັ້ນທາງລົດເມດ່ວນໃນນະຄອນຫຼວງວຽງຈັນ
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງ ໄດ້ກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRTເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ຖະໜົນ ສຸພານຸວົງ,ຖະໜົນເສດຖາທິຣາດ ຖະໜົນໜອງບອນ(ປະຕູໄຊ) ແລະ ແຕ່ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ ລວມໄລຍະທາງ 9,3 ກິໂລແມັດ ໃນມູນຄ່າ 9,8 ລ້ານໂດຣາ
ກັກໂຕຄົນລາວ 5 ຄົນ ລັກລອບຂົນສົ່ງເຮໂລອິນ 100 ກ້ອນ ໄປຫວຽດນາມ!
ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທີ່ເມືອງດາກົງ (Đakrông), ແຂວງກວາງຈິ (Quảng Trị), ຫວຽດນາມ, ເຈົ້າໜ້າທີ່ໄດ້ກັກໂຕຄົນລາວ ຈຳນວນ 5 ຄົນ (ຍິງ 3, ຊາຍ 2) ແລະ ລົດຈິບ 1 ຄັນ ໃນຂໍ້ຫາ ຂົນສົ່ງຢາເສບຕິດ
ຊີ້ແຈງ ນ້ຳຂອງ ຖ້ວມບ້ານໂສດ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ
ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຈາກກໍລະນີ ສື່ສັງຄົມອອນລາຍ ໄດ້ແຊວີດີໂອຈາກເຟສບຸກ ຊື່ນາງ ເກດ ວົງຄຳຊາວ ບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ໂດຍໃສ່ຫົວຂໍ້ວ່າ: ນ້ຳຂອງຖ້ວມບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ລົງໃນເພຈຂອງຕົນ ໃນວັນທີ 27 ພຶດສະພາ 2024 ເວລາ 18










