ພາບຄວາມເສຍຫາຍຈາກນໍ້າຖ້ວມ 10/9/2024 ທີ່ເຂດເສດຖະກິດພິເສດບໍ່ເຕນ, ແຂວງຫຼວງນໍ້າທາ,

ອັບເດດ ພາບຄວາມເສຍຫາຍຈາກນໍ້າຖ້ວມ 10/9/2024 ທີ່ເຂດເສດຖະກິດພິເສດບໍ່ເຕນ, ແຂວງຫຼວງນໍ້າທາ, ຈະເຫັນໄດ້ວ່າ ປະລິມານນໍ້າໃນບາງເຂດໄດ້ຫຼຸດລົງ ເຊິ່ງຈະເຫັນເຖິງຊາກເສດຂີ້ຕົມ, ຂີ້ດິນ, ເສດໄມ້ຕ່າງໆ ແລະ ຊັບສິນທີ່ເສຍຫາຍບໍ່ວ່າຈະເປັນລົດໃຫຍ່ ແລະ ບ້ານເຮືອນຂອງປະຊາຊົນ. ຂໍໃຫ້ຜູ້ປະສົບໄພທຸກທ່ານຜ່ານພົ້ນວິກິດການຄັ້ງນີ້ໄປໂດຍໄວ.

ອ່ານເພີ່ມ...

ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY) ຮ່ວມສ້າງເສດຖະກິດໃນທ້ອງຖິ່ນ ດຶງດູດນັກທອ່ງທ່ຽວ ຮອງຮັບນະໂຍບາຍປີທ່ອງທ່ຽວລາວ 2024.

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຖືເປັນຮ້ານສາຂາທີ 08 ໃນ

ອ່ານເພີ່ມ...

ແຈ້ງເຕືອນໄພ ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ສະບັບທີ: 4

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ສະບັບທີ 4 ວ່າ: ພາຍຸໄຕ້ຝຸ່ນ ຢາກິ (Super Typhoon YAGI) ໃນເວລາ 10 ໂມງ 50 ຂອງວັນທີ 7 ກັນຍາ 2024, ມີຈຸດສູນກາງໃນເສັ້ນຂະຫນານທີ 20 ອົງສາເໜືອ ແລະ

ອ່ານເພີ່ມ...

ພາມາຮູ້ຈັກ 3 ເສັ້ນທາງຫຼັກທີ່ລົດໄຟຟ້າ BRT ຈະເປີດແລ່ນກ່ອນເບື້ອງຕົ້ນ

ລົດເມໄຟຟ້າ ຫຼື (BUS RAPID TRANSIT ) ທີ່ກຳລັງສ້າງຂຶ້ນໃນນະຄອນຫຼວງວຽງຈັນ ເບື້ອງຕົ້ນຈະເປີດນໍາໃຊ້ 3 ສາຍກ່ອນຄື: ສາຍທີ1ຕັ້ງເເຕ່ໜອງເເຕ່ງ ໄປຫາ ໄອເຕັກ ມີໄລຍະທາງປະມານ 24.35 Km ສາຍທີ2ຕັ້ງເເຕ່ທົ່ງປົ່ງ ໄປຫາ ທ່າງ່ອນ ມີໄລຍະທາງປະມານ 28.50 Km ສາຍທີ3ຕັ້ງເເຕ່ສວນເຈົ້າຟ້າງຸ່ມ ໄປຫາ

ອ່ານເພີ່ມ...

ເດືອນສິງຫາ ຜ່ານມາ ທົ່ວປະເທດ ມີຜູ້ເສຍຊິວິດຈາກອຸບັດຕິເຫດ 51 ຄົນ

ເດືອນ ສິງຫາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 51 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະ ເປ່ເພ 883 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 457 ຄັ້ງ ແຕ່ ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ ຫຼຸດລົງ 13 ຄົນ.

ອ່ານເພີ່ມ...

ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້.

ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳຜ່ານປະຕູລະບາຍນ້ຳເພື່ອບໍລິຫານຈັດການນ້ຳຂອງເຂື່ອນໄຟຟ້າເຊລະນອງ1 ເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້. ບັນດາເມືອງທີ່ຢູ່ໃຕ້ເຂື່ອນເຊັ່ນວ່າ ເມືອງເຊໂປນ, ພີນ, ພະລານໄຊ, ອາດສະພັງທອງ, ຊົນນະບູລີ, ຈຳພອນ, ສອງຄອນ ແລະ ທ່າປາງທອງ ອາດຈະໄດ້ຮັບຜົນກະທົບ.

ອ່ານເພີ່ມ...

ຖືເອົາການປູກເຂົ້າເປັນອາຊີບຕົ້ນຕໍ ສ້າງລາຍຮັບ 100 ກວ່າລ້ານກີບຕໍ່ປີ

ຄອບຄົວຂອງ ທ່ານ ທອງຊ່ຽນ ວິໄລສິດ ອາຊີບປະຊາຊົນຢູ່ບ້ານດອນຕູມ ເມືອງນານ ແຂວງຫຼວງພະບາງ ແມ່ນໜຶ່ງໃນຄອບຄົວຕົວແບບໃນການຜະລິດເຂົ້າ ຕາມທ່າແຮງທີ່ມີຢູ່ເພື່ອຂາຍເປັນສິນຄ້າ, ພາຍໃນຄອບຄົວມີສະມາຊິກທັງໝົດ 6 ຄົນ ໃນນີ້ ແຮງງານຕົວຈິງມີ 2 ຄົນ ເຊິ່ງເປັນອີກໜຶ່ງຄອບຄົວທີ່ມີຄວາມດຸໝັ່ນຂະຫຍັນພຽນ ໂດຍໄດ້ຫັນເອົາການປູກເຂົ້າເປັນອາຊີບຕົ້ນຕໍ ເພື່ອຕອບສະໜອງການບໍລິ ໂພກຕາມທ້ອງຕະຫຼາດ. ທ່ານ ທອງຊ່ຽນ ວິໄລສິດ ໃຫ້ຮູ້ວ່າ:

ອ່ານເພີ່ມ...

ທັນຢາ ນັກຮ້ອງໄທ ພ້ອມກັບ ແຟນໜຸ່ມລາວ ປະກາດຂ່າວດີເກີດລູກຊາຍແລ້ວ

ດີໃຈນໍາພໍ່ແມ່ປ້າຍແດງ ທັນຢາ ນັກຮ້ອງໄທ ພ້ອມ ໜຸ່ມອາໂລ ແຟນໜຸ່ມຄົນລາວ ປະກາດຂ່າວດີວ່າໄດ້ໃຫ້ກຳເນີດລູກຊາຍແລ້ວ ໃນວັນທີ 27 ສິງຫາທີ່ຜ່ານມາ. ສາວ ທັນຢາ ອາສະຢາມ ໄດ້ປະກາດຂ່າວດີລົງຜ່ານເຟດບຸກສ່ວນຕົວວ່າ: ”ວັນທີ 27 ສິງຫາ 2024 ແມ່ຂໍໃຫ້ລູກເກີດມາໃຊ້ຊີວິດໃຫ້ມີຄວາມສຸກໃນໂລກນີ້, ແມ່ອະທິບາຍຄວາມຮູ້ສຶກບໍ່ຖືກເລີຍ ຮູ້ແຕ່ວ່າ: ຈະເບິ່ງແຍງດູແລລູກໃຫ້ດີທີ່ສຸດ, ຝາກເອື້ອຍໆອ້າຍໆເອັນດູຮັກເເພງເອົານ້ອງແນ່ເດີ້” ເຊິ່ງແຟນໆທີ່ຮູ້ຂ່າວຕ່າງກໍຮ່ວມສະແດງຄວາມຍິນດີກັບທັງສອງ

ອ່ານເພີ່ມ...

ແຈ້ງເຕືອນເຝົ້າລະວັງລະດັບນໍ້າຂອງ ປະຈໍາວັນທີ 28 ສິງຫາ 2024, ເວລາ 12 ໂມງ 00

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ເຂດພາກເຫນືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະ ສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກໄດ້ມີຝົນຕົກໃນລະດັບປານກາງ ຫາ ຫນັກຕິດຕໍ່ກັນຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າຢູ່ບັນດາສະຖານີຕາມລໍານໍ້າຂອງໃນຂອບເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນສູງ, ໂດຍສະເພາະສະຖານີວຽງຈັນກິໂລແມັດ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຮອດລະດັບ ເຕືອນໄພ,

ອ່ານເພີ່ມ...

ຈັບອີກແລ້ວ! ເຈົ້າໜ້າທີ່ມ້າງແກ້ງຄໍເຊັນເຕີ ທີ່ສາມຫຼ່ຽມຄຳ

ໃນວັນທີ 26 ສິງຫາທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ, ຄະນະຄຸ້ມຄອງເຂດ ແລະ ບໍລິສັດຈັດການໄຊເບີລາວ ຈໍາກັດ ລວມທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (Call Center) ເພື່ອລົບລ້າງ ກຸ່ມເປົ້າໝາຍ

ອ່ານເພີ່ມ...
error: Content is protected !!