ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມດ້ວຍ​​ຄະ​ນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງວຽງຈັນ ສປປ ລາວ, ໂດຍມີ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ພູວົງ ວົງຄໍາຊາວ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ຮອງປະທານປະເທດ ແຫງ ສສ ຫວຽດນາມ ເດນທາງມາຢຽມຢາມ ສປປ ລາວ ຢາງເປນທາງການ - image 1
 

ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຈະດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ນາງ ຫວໍ ທິ ແອັງ ຊວນ ມີແຜນຈະພົບປະປຶກສາຫາລືກັບບັນດາການນໍາຂັ້ນສູງຂອງ ສປປ ລາວ ເປັນຕົ້ນແມ່ນພົບປະສອງຝ່າຍກັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ນອກນັ້ນ, ຍັງຈະເຂົ້າຮ່ວມ ພິທີປະກາດເສັ້ນທາງສາຍພູຫຼວງເບື້ອງດິນລາວ ເປັນຮ່ອງຮອຍປະຫວັດສາດລະດັບຊາດຂອງລາວ, ພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ, ຢ້ຽມຢາມສູນສອນວິຊາຊີບສໍາລັບຜູ້ຍິງພິການ ແລະ ສະຖານທີ່ທາງວັດທະນະທໍາລາວ ຕື່ມອີກ.

ຮອງປະທານປະເທດ ແຫງ ສສ ຫວຽດນາມ ເດນທາງມາຢຽມຢາມ ສປປ ລາວ ຢາງເປນທາງການ - image 2
error: Content is protected !!