ລາຍນາກລາວ ຖືກຮັບຮອງເປັນມໍລະດົກໂລກແລ້ວ ສ້າງຄວາມພູມໃຈໃຫ້ປະຊາຊົນລາວ

ໃນທ້າຍປີ 2023 ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທໍາຂອງສະຫະປະຊາຊາດ ຫຼື ອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາລາຍນາກ ພູມປັນຍາຂອງຊາວຊ່າງຫັດຖະກໍາ ທີ່ຕິດພັນກັບຄວາມເຊື່ອໃນການດໍາລົງຊີວິດຂອງປະຊາຊົນລາວ ເປັນມໍລະດົກໂລກທາງວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດຢ່າງເປັນທາງການ ນັ້ນໄດ້ສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນລາວ ເພາະລາຍນາກເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສໍານຶກ ແລະ ສິລະປະອັນປານີດຂອງຄົນລາວ ຊຶ່ງໄດ້ຕິດພັນກັບການດໍາລົງຊີວິດຂອງຄົນລາວມາແຕ່ສະໄໝບູຮານ. ສໍາລັບພິທີສະເຫຼີມສະຫຼອງ ແລະ ປະກາດລາຍນາກ ເປັນມໍລະດົກໂລກນັ້ນທາງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-9 ມິຖຸນາ ນີ້ ທີ່ຫໍວັດທະນະ ທຳແຫ່ງຊາດ.

ການຮັບຮອງລາຍນາກເປັນມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການອະນຸລັກ, ປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມວຽກງານເສດຖະກິດຂອງຊາດ ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນຫັດຖະກໍາຂອງລາວໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫຼາຍຂຶ້ນ. ກ່ອນຈະໄດ້ມາເຊິ່ງລາງວັນແຫ່ງຄວາມພາກພູມໃຈນີ້ກໍບໍ່ແມ່ນເລື່ອງງ່າຍ ໂດຍສະເພາະແມ່ນການແຂ່ງຂັນຍາດແຍ່ງຈາກປະເທດອ້ອມຂ້າງທີ່ມີສິລະປະວັດທະນະທໍາຄ້າຍຄືກັນ.

ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ເຫັນຢ່າງປະຈັກຕາຄືການຕໍ່າຫູກ ແມ່ນມູນເຊື້ອທີ່ຕິດພັນກັບເອື້ອຍ ນ້ອງແມ່ຍິງລາວມາແຕ່ດົນນານ ຊຶ່ງມີການສືບທອດຈາກຮຸ່ນສູ່ຮຸ່ນການຕໍ່າກໍມີລວດລາຍທີ່ແຕກຕ່າງກັນອອກໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະ ການເຊື່ອຖືເພາະການປັກລວດລາຍໄວ້ໃນຜືນຜ້າ ໝາຍຄວາມວ່າການສະແດງເອກະລັກ ເພື່ອສື່ຄວາມໝາຍຜ່ານລວດລາຍຕ່າງໆເຊັ່ນ: ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບຄົນລາວ ເພາະຕາມຄວາມເຊື່ອຖືຂອງຄົນລາວທີ່ເຊື່ອກັນວ່າພະຍານາກແມ່ນສິ່ງສັກສິດ ທີ່ຄອຍປົກປັກຮັກສາໃຫ້ຄວາມຢູ່ເຢັນເປັນສຸກ ປາສະຈາກສິ່ງທີ່ບໍ່ດີ.

ສະນັ້ນ, ຄົນລາວຈຶ່ງນໍາເອົາລວດລາຍນາກມາເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫຼື ຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ. ການຕໍ່າລາຍນາກ ກໍບໍ່ແມ່ນເລື່ອງງ່າຍຕ້ອງໄດ້ໃຊ້ຄວາມປານີດ ແລະ ຄວາມອົດທົນພະຍາມຍາມ ເພາະການຕໍ່າມີຫຼາຍຂັ້ນຕອນ ເລີ່ມຈາກການສາວເສັ້ນໄໝ ແລ້ວນໍາໄປຍ້ອມສີທໍາມະຊາດ ແລ້ວຈຶ່ງນໍາມາຕໍ່າເປັນລວດລາຍທີ່ສວຍງາມດັ່ງທີ່ເຮົາເຫັນຕາມຜືນຜ້ານັ້ນເອງ ໂດຍການຕໍ່າລາຍນາກຕາມປະເພນີແລ້ວໂຕນາກຈະໃຊ້ຝ້າຍຂາວຕໍ່າ, ສ່ວນຫົວນາກຈະໃສ່ສີທີ່ມີຄວາມໂດດເດັ່ນ ເພື່ອສະແດງເຖິງພະລັງອໍານາດ.

ສະນັ້ນ, ການຍ້ອມສີຕ້ອງໄດ້ກະກຽມສີຄືສີແດງ, ຂຽວ, ສີທອງ ແລະ ການຕໍ່າກໍໄດ້ໃຊ້ຫຼາຍວິທີເຊັ່ນ: ການຈົກ, ການຂິດ, ການມັດມີ່ ແລະ ອື່ນໆຫຼາຍຂັ້ນຕອນກ່ອນຈະອອກມາເປັນຜ້າແພລວດລາຍຕ່າງໆທີ່ເຮົາເຫັນຄືທຸກມື້ນີ້.

ການທີ່ລາຍນາກໃນຜ້າພື້ນເມືອງລາວ ໄດ້ຮັບຮອງເປັນມໍລະດົກໂລກນັ້ນ ເປັນສິ່ງປະຈັກສູ່ສາຍຕາຊາວໂລກ ແລະ ສ້າງຄວາມພາກພູມໃຈໃຫ້ປະຊາຊົນລາວ. ແນວໃດກໍດີ ເພື່ອເຮັດໃຫ້ວັດທະນະທໍາທີ່ສວຍງາມແບບນີ້ຢູ່ຄຽງຄູ່ປະຊາຊົນຄົນລາວເຮົານັ້ນ, ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນຕ້ອງພ້ອມກັນປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າບໍ່ໃຫ້ຈາງຫາຍໄປກັບການເວລາ ແລະ ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫຼອດໄປ.

Between the positions M and S, the frequency response can be altered in three defined steps. Malta Properties Hamrun 30sqm takeaway for rent Malta Check out the latest properties to rent in Malta. Find information on the candidates in your town by visiting ctinsider. Through its mission of connecting travelers with local do-good organizations, Visit. Both metabolites have been demonstrated to interfere with processes potentially involved in tumor suppression, including c-Jun-mediated apoptosis in pheochromocytoma cells Lee et al. Women have long deserved their own buddy comedy, and who better to make it a thing than the dream duo of Sandra Bullock and Melissa McCarthy? Buzz 60 and the Buzz60 channel on YouTube - produces all kinds of newsy video clips for web viewers who want more than just repurposed content. I did not have the chance to meet face to face with someone. She was known for her gentle caring spirit, love of music and nature, playfulness, humor and use of clever wordplay.
error: Content is protected !!