ຜູ້ສຳປະທານ! ຈະປັບປຸງ ແລະ ຈັດສັນ ພື້ນທີ່ຄ້າຂາຍ ທີ່ ສວນເຈົ້າອານຸວົງ.

ທ່ານ ນັນຕາ ສານຸວົງ, ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ວຽງຈັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ການດໍາເນີນທຸລະກິດການບໍລິການ, ຊື້-ຂາຍ ຢູ່ເດີ່ນສວນສາທາລະນະເຈົ້າອານຸວົງ ທີ່ໄດ້ຮັບສຳປະ ທ່ານໂດຍ ບໍລິສັດ ດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ເຫັນວ່າໄດ້ມີ ການດຳເນີນບໍລິການ, ຊື້-ຂາຍ ສິນຄ້າຫຼາກຫຼາຍປະເພດ ເຊິ່ງເປັນຈຸດທີ່ດຶງດູດການທ່ອງທ່ຽວໃນຍາມແລງ, ເພື່ອເປັນ ການພັດທະນາຍົກລະດັບ ຈຸດຂາຍສິນຄ້າທີ່ເປັນເອກະລັກຂອງນະຄອນຫຼວງວຽງຈັນ ທັງເປັນການກຽມຄວາມພ້ອມ ໃຫ້ແກ່ການຕ້ອນຮັບແຂກໃນໄລຍະທີ່ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນທີ່ຈະມາເຖິງນີ້, ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນນາມຫົວໜ້າຄະນະກໍາການແຈ້ງມາຍັງທ່ານ ຈັດຕັ້ງປະຕິບັດດັ່ງນີ້:

1. ໃຫ້ບໍລິສັດດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ຮີບຮ້ອນຈັດສັນ ຮ້ານຂາຍເຄື່ອງຂອງຊາວຄ້າຂາຍ ຕາມແຜນການທີ່ໄດ້ວາງໄວ້ ໃຫ້ສໍາເລັດເບື້ອງຕົ້ນ ພາຍໃນເດືອນພຶດສະພາ 2023.

2. ໃຫ້ບໍລິສັດດາວເຮືອງ ຈຳກັດຜູ້ດຽວ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານອາຫານ ຟູຈິວະລະ ແຈ້ງໃຫ້ຊາວຄ້າ ຂາຍ ໃນບໍລິເວນສວນເຈົ້າອານຸວົງ ເພື່ອຮັບຊາບ ແລະ ກະກຽມຈັດຕັ້ງການຍົກຍ້າຍປັບປຸງໃຫ້ສຳເລັດ ຕາມກຳນົດເວລາ, ຕາມແຜນທີ່ໄດ້ກໍານົດໄວ້.

3. ຜູ້ປະກອບການ ແລະ ຊາວຄ້າຂາຍ ຈົ່ງໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

Legal affairs bureau officials in 50 locations nationwide will consult with victims of human rights violations who make calls on, on weekdays from 9 a. The intriguing idea behind this approach was to probe an electron spin in the singly occupied quantum dot by placing the dot in tunneling proximity to a metal and adjusting the Fermi level of this metal with, say, a voltage so that it lies between the up and down eigenstates of the probed electron. That which we must say to the world is that we worship a god, but it is the god that one adores without superstition.
error: Content is protected !!