ແຂວງບໍ່ແກ້ວ ມີອຸປະຕິເຫດ 8 ກໍລະນີ ແລະ ເສຍຊິວິດ 03 ຄົນ ໄລຍະບຸນປີໃໝ່ລາວ

ຕາມການລາຍງານຂໍ້ມູນຈາກເຈົ້າໜ້າທີ່ ຫ້ອງຕໍາຫຼວດຈາລະຈອນແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566 ປີ 2023. ໃນລະຫວ່າງວັນທີ 11 ຫາ 17 ເມສາ ນີ້. ມີອຸປະຕິເຫດຢູ່ຕາມທ້ອງຖະໜົນຫຼວງ 08 ເລື່ອງ, ມີພາຫະນະເປເພ່ ເລັກນ້ອຍ 06 ຄັນ ໃຊ້ການບໍ່ໄດ້ 01 ຄັນ, ມີຄົນເຈັບເລັກນ້ອຍ 07 ຄົນ, ເຈັບສົມຄວນ 11 ຄົນ, ສາຫັດ 01 ຄົນ ແລະ ມີຜູ້ເສຍຊິວິດ 03 ຄົນ. ໃນນີ້; ຢູ່ເມືອງຫ້ວຍຊາຍມີ 01 ລາຍ: ມີລົດຈັກຕໍາລົດຈັກ ມີພາຫະນະເປເພ່ສົມຄວນ 02 ຄັນ, ມີຄົນໄດ້ຮັບບາດເຈັບສົມຄວນ 02 ຄົນ. ເມືອງປາກທາ 01ລາຍ ມີລົດຈັກຕໍາຄົນຍ່າງ, ມີພາຫະນະເປເພ່ ເລັກນ້ອຍ 01 ຄັນ:ມີຄົນໄດ້ຮັບບາດເຈັບເລັກນ້ອຍ 02 ຄົນ; ສາຫັດ 01 ຄົນ; ເມືອງຜາອຸດົມ 03 ລາຍ ມີລົດຈັກຕໍາລົດຈັກ ມີພາຫະນະເປເພ່ເລັກນ້ອຍ 01ຄັນ. ສົມຄວນ 03 ຄັນ;ໃຊ້ການບໍ່ໄດ້ 01 ຄັນ.ມີຄົນໄດ້ຮັບບາດເຈັບເລັກນ້ອຍ 03 ຄົນ.ເຈັບສົມຄວນ 05 ຄົນ.ເມືອງຕົ້ນເຜິ້ງ 03 ລາຍ ມີລົດເກັງ ຕໍາລົດເກັງ.ລົດເສຍຫຼັກຕໍາຕົ້ນໄມ້ ແລະ ລົດກະບະວິໂກ ຕໍາລົດຖີບໄຟຟ້າ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ 01ລາຍ ມີພາຫະນະເປເພ່ເລັກນ້ອຍ 03 ຄັນ, ສົມຄວນ 04 ຄັນ. ມີຜູ້ທີ່ໄດ້ຮັບບາດເຈັບເລັດນ້ອຍ 04 ຄົນແລະ ມີຜູ້ເສຍຊິວິດ 03 ຄົນ. ຜ່ານມາທາງເຈົ້າໜ້າທີ່ຕໍາຫຼວດຈາລະຈອນແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືທີມງານປ້ອງກັນການເກີດອຸປະຕິເຫດ ແລະ ຂັບຂີ່ລົດປອດໄພ ແມ່ນໄດ້ເອົາໃຈໃສ່ລົງເຄື່ອນໄຫວໂຄສະນາປະຊາສໍາພັນ ໃຫ້ແກ່ນັກຂັບຂີ່ລົດ ທຸກປະເພດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການ ເພື່ອປ້ອງກັນການອຸປະຕິເຫດ ໂດຍບໍ່ໃຫ້ມີການຈັດຕັ້ງກິດຈະກຳຕ່າງໆ ຫລື ສິ່ງທີ່ເປັນການກີດຂວາງໃນການສັນຈອນໄປມາ ແລະ ຜູ້ຂັບຂີ່ຍານພາຫະນະຕາມເສັ້ນທາງຫຼວງ ຕ້ອງໄດ້ປະຕິບັດກົດຈາລະຈອນຢ່າງເຂັ້ມງວດ ລວມທັງຜູ້ຂັບຂີ່ ຫລື ຜູ້ຊ້ອນທ້າຍ ຕ້ອງໄດ້ໃສ່ໝວກກັນກະທົບທຸກຄັ້ງກ່ອນຈະອອກເດີນທາງ ສ່ວນຜູ້ນໍາໃຊ້ລົດໃຫຍ່ຕ້ອງໃສ່ສາຍຮັດນີລະໄພ ທັງຜູ້ຂັບ ແລະ ຜູ້ນັ່ງ ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ໃຫ້ເປັນປົກກະຕິ ແຕ່ກໍ່ບໍ່ສາມາດປ້ອງກັນອຸປະຕິເຫດໄດ້, ສ່ວນຜູ້ທີ່ໄດ້ຮັບບາດເຈັບທາງພະນັກງານອາສາໜ່ວຍກູ້ໄພ ອົງການກາແດງແຂວງບໍ່ແກ້ວ ໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວ ນໍາສົ່ງໂຮງໝໍແຂວງ-ເມືອງ ເພື່ອປິ່ນປົວກອບກູ້ເອົາຊີວິດ.ສາເຫດທີ່ພາໃຫ້ເກີດອຸປະຕິເຫດສ່ວນຫຼາຍຍ້ອນນັກຂັບຂີ່ ດື່ມສິ່ງມື່ນເມົາແລ້ວຂັບຂີ່ລົດໄວປະມາດຂາດສະຕິ, ບໍ່ປະຕິບັດກົດຈາລະຈອນ ຈຶ່ງພາໃຫ້ເກີດອຸປະຕິເຫດໄດ້ງ່າຍ.

ຂ່າວ-ພາບ:Bokeo Newspaper

Well rather construct a reality but the calculation a measure all in failures a break down and the world stage is informed a study. You can also visit our warehouse and showroom nearby Eindhoven in Holland, here you can view the poker tables with your own eyes and buy them direct from stock. THE Australian DJs whose royal prank call was taken by a nurse who later committed suicide will not be charged. Like 's relentlessly hard-charging The Mediator Between Head and. YouTube killed that site as far as hair goes then there waa a HUGE influx of hair vendors spamming the site with their shitty hair. All six numbers must be correct to win, although the first five can be in any order. This solidity is a boon to those who want to understand how formerly existing socialism came to be what it was—and a warning to those who traffic in simple models of how it is being surpassed.
error: Content is protected !!